ສະຫະລັດອາເມລິກາ ຈະບໍ່ຈຳກັດການຄ້າຕໍ່ສິນຄ້າສົ່ງອອກຂອງຫວຽດນາມ

14:03 | 09/08/2021

ຍສໝ - ກົມການຕະຫຼາດ ເອີຣົບ-ອາເມລິກາ (ກະຊວງອຸດສາຫະກຳ ແລະ ການຄ້າ) ກ່າວວ່າ ອົງການຕາງໜ້າການຄ້າຂອງສະຫະລັດອາເມລິກາ (USTR) ໄດ້ອ​ອ​ກ ຂໍ້ສະຫຼຸບຢ່າງເປັນທາງການຂອງການສືບສວນພາຍໃຕ້ມາດຕາ 301 ຂອງກົດໝາຍການຄ້າປີ 1974 ກ່ຽວກັບບັນດາການ​ກະ​ທຳ, ນະໂຍບາຍ ແລະ ຕົວ​ຈິງ​ການ​ນຳ​ໃຊ້ຂອງຫວຽດນາມທີ່ກ່ຽວຂ້ອງກັບການກຳນົດລາຄາເງິນຕາ​ທີ່ຕ່ຳ.

ຫວຽດນາມ: ຍອດມູນຄ່າສິນຄ້າສົ່ງອອກ-ນໍາເຂົ້າຂອງທົ່ວປະເທດບັນລຸ 1,67 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 53% ເມື່ອທຽບໃສ່ໄລຍະບຸນເຕັດປີຊວດ 2020 ຫວຽດນາມ: ຍອດມູນຄ່າສິນຄ້າສົ່ງອອກ-ນໍາເຂົ້າຂອງທົ່ວປະເທດບັນລຸ 1,67 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 53% ເມື່ອທຽບໃສ່ໄລຍະບຸນເຕັດປີຊວດ 2020
ສິນຄ້າສົ່ງອອກຈາກຫວຽດນາມ ໄປຍັງອັງກິດ ໄດ້ຊົມໃຊ້ພາສີບູລິມະສິດ GSP ສິນຄ້າສົ່ງອອກຈາກຫວຽດນາມ ໄປຍັງອັງກິດ ໄດ້ຊົມໃຊ້ພາສີບູລິມະສິດ GSP

ບົນພື້ນຖານການແກ້ໄຂທີ່ເໝາະສົມ, ຕອບສະໜອງເປົ້າໝາຍຂອງການສືບສວນ ​ຄືທີ່ໄດ້ລະບຸໄວ້ໃນ​ຂໍ້​ຕົກ​ລົງໃນວັນທີ 19 ກໍລະກົດ 2021 ລະຫວ່າງກະຊວງການເງິນຂອງສະຫະລັດອາເມຣິກາ ແລະ ທະນາຄານແຫ່ງລັດຫວຽດນາມ, ອົງການ USTR ຈະບໍ່ອອກມາດຕະການຈໍາກັດການຄ້າຕໍ່ສິນ​ຄ້າສົ່ງອອກຂອງຫວຽດນາມ.

ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງການຕັດສິນໃຈດັ່ງກ່າວນີ້ຂອງອົງການ USTR. ການຕັດສິນໃຈນີ້ມີ​ຄວ​າມ​ໝາ​ຍ​ພິ​ເສດ ແລະ ຕັ້ງ​ໜ້າຕໍ່ການພົວພັນເສດຖະກິດ-ການຄ້າສອງຝ່າຍ, ສະພາບແວດລ້ອມດ​ຳ​ເນີນທຸລະກິດ, ການລົງທຶນຢູ່ຫວຽດນາມ ແລະ ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ.

ສະຫະລັດອາເມລິກາ ຈະບໍ່ຈຳກັດການຄ້າຕໍ່ສິນຄ້າສົ່ງອອກຂອງຫວຽດນາມ
ສະຫະລັດອາເມລິກາ ຈະບໍ່ຈຳກັດການຄ້າຕໍ່ສິນຄ້າສົ່ງອອກຂອງຫວຽດນາມ. (ພາບປະກອບ)

ນີ້ກໍ່ແມ່ນໝາກຜົນຂອງວິວັດການໂອ້ລົມສົນທະນາທີ່ຈິງໃຈ ແລະ ເຈດຕະນາດີຂອງທັງສອງຝ່າຍ ເພື່ອແກ້ໄຂບັນຫາທີ່ຍັງຕິດຄັດໃນການພົວພັນເສດຖະກິດສອງືຝ່າຍ, ມຸ່ງໄປສູ່ການສ້າງສາຍພົວພັນທີ່ເປັນປົກກະຕິ ແລະ ຍືນຍົງ ເຊິ່ງມີຜົນປະໂຫຍດໃຫ້ທັງສອງປະເທດ ບົນຈິດໃຈຄູ່ຮ່ວມມືຮອບດ້ານ.

ໃນໄລຍະຜ່ານມາ, ດ້ວຍບົດບາດເປັນປະທານອະນຸກຳມະການຫວຽດນາມ ຢູ່ໃນສະພາການຄ້າ ແລະ ການລົງທຶນຫວຽດນາມ-ອາເມລິກາ (TIFA), ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການຂອງຫວຽດນາມ ເພື່ອຊຸກຍູ້ບັນດາການເຄື່ອນໄຫວໂອ້ລົມສົນທະນາກ່ຽວກັບນະໂຍບາຍຜ່ານກົນໄກຂອງສະພາ TIFA ທີ່ບັນລຸໝາກຜົນໄດ້ສຳຄັນແທດຈິງຫຼາຍຢ່າງ.

ນັບຕັ້ງແຕ່​ພາຍຫຼັງກອງປະຊຸມຂັ້ນປະທານ ໃນເດືອນຕຸລາ 2019, ພາຍໃຕ້ການຊີ້ນຳຂອງນາຍົກລັດຖະມົນຕີ, ການນຳບັນດາກະຊວງ, ​ຂະ​ແໜງ​ການຂອງຫວຽດນາມ ໄດ້ປະສານສົມທົບຢ່າງຕັ້ງໜ້າກັບ ຝ່າຍອາເມລິກາ ເພື່ອພະຍາຍາມແກ້ໄຂຫຼາຍບັນຫາ ເພື່ອ​ນຳ​ມາ​ເຊິ່ງ​ໝາກ​ຜົນ​ລະ​ອຽດ. ຜ່ານນັ້ນ ກໍ່ປະກອບສ່ວນຊຸກຍູ້ບັນດາການເຄື່ອນໄຫວ​ແລກ​ປ່ຽນການຄ້າສອງຝ່າຍຢ່າງແຮງ.

ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ເປັນ​ເຈົ້າ​ການຮ່ວມມື ກັບບັນດາຄູ່ຮ່ວມມືອາເມລິກາ ເພື່ອແກ້ໄຂບັນ​ດາ​ຄວາມ​ສົນ​ໃຈຂອງອາເມລິກາ ແລະ ຫວຽດນາມຢ່າງຮອບດ້ານ. ​ຜ່ານນັ້ນ, ກໍ່ຮັກສາການພົວພັນການຄ້າທີ່ໝັ້ນຄົງ, ​ມຸ່ງໄປສູ່ຄວາມດຸ່ນດ່ຽງການຄ້າທີ່ກົມກຽວ ແລະ ຍືນຍົງ, ​ຕ່າງ​ຝ່າຍ​ຕ່າງມີຜົນປະໂຫຍດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.