ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະຫວຽດນາມ

06:15 | 10/08/2021

ຫວຽດນາມ ແລະ ລາວ ໄດ້ລົງນາມ ແລະແລກປ່ຽນເອກະສານຮ່ວມມື ຈຳນວນ 14 ສະບັບ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ ແລະ ລາວ.

ໂຄງການຫໍສະພາແຫ່ງຊາດລາວ ຫຼັງໃໝ່ແມ່ນສັນຍາລັກ, ແມ່ນແບບຢ່າງກ່ຽວກັບນໍ້າໃຈສາມັກຄີແບບພິເສດທີ່ມີຊີວິດຊີວາລະຫວ່າງລາວ ແລະຫວຽດນາມ ໂຄງການຫໍສະພາແຫ່ງຊາດລາວ ຫຼັງໃໝ່ແມ່ນສັນຍາລັກ, ແມ່ນແບບຢ່າງກ່ຽວກັບນໍ້າໃຈສາມັກຄີແບບພິເສດທີ່ມີຊີວິດຊີວາລະຫວ່າງລາວ ແລະຫວຽດນາມ
ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ

ໃຫ້ກຽດເປັນສັກຂີພິຍານໃນການລົງນາມເອກະສານກ່ຽວກັບການຮ່ວມມືສອງຝ່າຍ ຈໍານວນ 14 ສະບັບ ໃນນີ້ມີ 7 ເອກະສານຂອງພາກລັດ ແລະ 7 ເອກະສານຂອງພາກເອກະຊົນ, ໂດຍທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ທ່ານ ຫງວຽນຊວນຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ໂດຍມີບັນດາຄະນະຜູ້ແທນຂັ້ນສູງລາວ ແລະຫວຽດນາມເຂົ້າຮ່ວມ.

ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ລາວ ແລະຫວຽດນາມ

ຫວຽດນາມ ແລະ ລາວ ໄດ້ລົງນາມ ແລະແລກປ່ຽນເອກະສານຮ່ວມມື ຈຳນວນ 14 ສະບັບ. ພາບ: TTXVN

7 ເອກະສານຂອງພາກລັດປະກອບມີ ຄື: ບົດບັນທຶກວ່າດ້ວຍໂຄງການກໍ່ສ້າງໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ແລະໜັງສືເຈດຈໍານົງວ່າດ້ວຍການຮ່ວມມືກອບ-ກູ້ໄພລະຫວ່າງສອງກະຊວງປ້ອງກັນປະເທດລາວ ແລະຫວຽດນາມ, ບົດບັນທຶກເພີ່ມເຕີມແຜນການຮ່ວມມືປະຈໍາປີ 2020 ລະຫວ່າງກະຊວງປ້ອງກັນຄວາມສະຫງົບແຫ່ງ ສປປ ລາວ ແລະກະຊວງປ້ອງກັນຄວາມສະຫງົບແຫ່ງ ສສ ຫວຽດນາມ, ບົດບັນທຶກການຮ່ວມມືລະຫວ່າງຫ້ອງວ່າການປະທານປະເທດ ໄລຍະ 2021-2025, ແຜນການຮ່ວມມື ປີ 2022 ລະຫວ່າງສອງກະຊວງຍຸຕິທໍາໃນຂົງເຂດກົດໝາຍ ແລະຍຸຕິທໍາ, ບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືສະກັດກັ້ນ, ຕ້ານຢາເສບຕິດລະຫວ່າງສອງກະຊວງປ້ອງກັນຄວາມສະຫງົບ ແລະຂໍ້ຕົກລົງຮ່ວມມືລະຫວ່າງແຂວງໄຊສົມບູນ ແລະແຂວງບັກຢາງ.

7 ເອກະສານຂອງພາກເອກະຊົນປະກອບມີ ຄື: ສັນຍາສຳປະທານພັດທະນາບໍ່ແຮ່ຢູ່ເມືອງບໍລິຄັນແຂວງບໍລິຄຳໄຊ, ສັນຍາການສໍາຫລວດແຮ່ກົ່ວ ແລະແຮ່ຕິດພັນ ຢູ່ເຂດບ້ານນ້ຳສາງເມືອງປາກກະດິງ ແຂວງບໍລິຄຳໄຊ, ບົດບັນທຶກຄວາມເຂົ້າໃຈເພື່ອສຶກສາສຳຫລວດຄວາມເປັນໄປໄດ້ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກຢູ່ສາຍນ້ຳມ້າ ແຂວງຫົວພັນ, ບົດບັນທຶກການຮ່ວມມືສຶກສາການຊື້-ຂາຍໄຟຟ້າຈາກເຂື່ອນໄຟຟ້ານຳອູ ແລະເຂື່ອນໄຟຟ້ານ້ຳງື່ມ 4, ບົດບັນທຶກການຮ່ວມມືສຶກສາການຊື້-ຂາຍໄຟຟ້າຈາກເຂື່ອນໄຟຟ້ານ້ຳຈຽນ, ບົດບັນທຶກການຮ່ວມມືສຶກສາການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟ ຟ້ານ້ຳເຊກອງ 5, ນ້ຳງ່ອນ 1 ແລະນ້ຳງ່ອນ 2 ແລະບົດບັນທຶກການ ຮ່ວມມືສຳຫລວດ, ຂຸດຄົ້ນ ແລະແປຮູບແຮ່ທາດ.

ພິທີລົງນາມເອກະສານຮ່ວມມືສອງຝ່າຍດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2021 ທີ່ທຳນຽບປະທານປະເທດ ໃນໂອກາດທີ່ ທ່ານ ຫງວຽນຊວນຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ, ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການຢູ່ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃນວັນທີ 9-10 ສິງຫາ 2021.

ລາວ ແມ່ນປະເທດທຳອິດເຊິ່ງ ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເລືອກໄປຢ້ຽມຢາມ ພາຍຫຼັງສະພາແຫ່ງຊາດ ຫວຽດນາມ ເລືອກຕັ້ງເປັນປະທານປະເທດ ອາຍຸການໃໝ່ ແລະ ພາຍຫຼັງການຢ້ຽມຢາມ ຫວຽດນາມ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃນເດືອນ ມິຖຸນາ ຜ່ານມາ. ການຢ້ຽມຢາມມີຄວາມໝາຍພິເສດ, ຢືນຢັນແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງທັງສອງປະເທດ, ພິເສດຖືເປັນສຳຄັນການຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຮັດໃຫ້ການພົວພັນອັນສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງການນຳຂັ້ນສູງຂອງ ສອງພັກ, ສອງລັດໃນອາຍຸການໃໝ່ເລິກເຊິ່ງກວ່າອີກ.

ໄຊພອນ

ເຫດການ
302 Found

Found

The document has moved here.