ກາ​ນ​ສະ​ເຫຼີມ​ສະຫຼອງ 54 ປີ​ແຫ່ງວັນ​ສ້າງ​ຕັ້ງອາ​ຊຽນ: ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສາ​ມັກ​ຄີ​ກັນເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ

06:15 | 09/08/2021

ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນໃນພາກພື້ນກໍ່ຄືໃນໂລກ, ອາຊຽນ ຍັງຢັ້ງຢືນຢ່າງຈະແຈ້ງຈິດໃຈສາມັກຄີ, ເປັນເຈົ້າການໃນການປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມກັນຜ່ານຜ່າສະພາບຫຍຸ້ງຍາກ, ຄ່ອຍໆຟືຶ້ນຟູເສດຖະກິດ ເພື່ອເບິ່ງແຍງດຸແລປະຊາຊົນນັບມື້ນັບດີກ່ວາເກົ່າ.

ປະທານປະເທດຫວຽດນາມ ສົ່ງຈົດໝາຍຢ້ືຢາມຖາມຂ່າວຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດິໂອຊີນ ປະທານປະເທດຫວຽດນາມ ສົ່ງຈົດໝາຍຢ້ືຢາມຖາມຂ່າວຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດິໂອຊີນ
ສາດສະດາຈານ ເຢຍລະມັນ ຍ້ອງຍໍ​ສັນ​ລະ​ເສີນບົດຂຽນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ສາດສະດາຈານ ເຢຍລະມັນ ຍ້ອງຍໍ​ສັນ​ລະ​ເສີນບົດຂຽນຂອງ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ
ກາ​ນ​ສະ​ເຫຼີມ​ສະຫຼອງ 54 ປີ​ແຫ່ງວັນ​ສ້າງ​ຕັ້ງອາ​ຊຽນ: ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ສາ​ມັກ​ຄີ​ກັນເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ
(ພາບປະກອບ: TTXVN)

ວັນທີ 8 ສິງຫາ 2021 ໄດ້ສ້າງຂີດໝາຍ 54 ປີແຫ່ງວັນສ້າງຕັ້ງ ແລະ ພັດທະນາ ອາຊຽນ (8 ສິງຫາ 1967– 8 ສິງຫາ 2021). ຜ່ານໄລຍະກ່ວາ ເຄິ່ງສະຕະວັດ, ອາຊຽນ ຍາມໃດກໍ່ພັດທະນາຢ່າງໝັ້ນຄົງເຂັ້ມແຂງດ້ວຍບັນດາຜົນສຳເລັດທີ່ພົ້ນເດັ່ນ, ນຳມາໃຫ້ປະຊາຊົນໃນພາກພື້ນກວ່າ 650 ລ້ານຄົນໄດ້ດຳລົງຊີວິດໃນສະພາບແວດລ້ອມສັນຕິພາບ, ສະຖຽນລະພາບແກ່ການພັດທະນາ, ການຮ່ວມມືເປີດກ້ວາງ ໂດຍເຕົ້າໂຮມບັນດາປະເທດມະຫາອຳນາດເກືອບທັງໝົດ ພາຍໃນ ແລະ ນອກພາກພື້ນ

ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນໃນພາກພື້ນກໍ່ຄືໃນໂລກ, ອາຊຽນ ຍັງຢັ້ງຢືນຢ່າງຈະແຈ້ງຈິດໃຈສາມັກຄີ, ເປັນເຈົ້າການໃນການປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ພ້ອມກັນຜ່ານຜ່າສະພາບຫຍຸ້ງຍາກ, ຄ່ອຍໆຟືຶ້ນຟູເສດຖະກິດ ເພື່ອເບິ່ງແຍງດຸແລປະຊາຊົນນັບມື້ນັບດີກ່ວາເກົ່າ.

ໃນການດຳລົງຕຳແໜ່ງເປັນປະທານໝູນວຽນ ອາຊຽນ ອາຍຸການຕ່າງໆນັ້ນ, ຫວຽດນາມ ໄດ້ເປັນເຈົ້າການປະຕິບັດບົດບາດເປັນໃຈກາງ, ນຳພາ ໃຫ້ເປັນຢ່າງດີ ເມື່ອຍົກອອກບັນດາຂໍ້ລິເລີ່ມ, ຂໍ້ສະເໜີ. ພິເສດ, ໃນປີ 2020, ມີຂໍ້ລິເລີ່ມຂອງ ຫວຽດນາມ ຫຼາຍຂໍ້ ກ່ຽວກັບການຮ່ວມມືຮັບມືກັບໂລກລະບາດໂຄວິດ - 19 ແລະ ການຟື້ນຟູພາຍຫຼັງໂລກລະບາດໂຄວິດ - 19 ໂດຍບັນດາປະເທດສະມາຊິດ ອາຊຽນ ເຫັນດີເປັນເອກະພາບ ແລະ ນຳເຂົ້າການຜັນຂະຫຍາຍຄື ກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19, ສາງສຳຮອງວັດຖຸອຸປະກອນການແພດຮີບດ່ວນ ອາຊຽນ... ບັນດາຂໍ້ລິເລີ່ມນີ້ໄດ້ປະກອບສ່ວນຊ່ວຍໃຫ້ ອາຊຽນຮັບມືກັບໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ ແລະ ຟື້ນຟູ, ຮັບປະກັນໃຫ້ແກ່ທິດທາງພັດທະນາຂອງ ອາຊຽນໂດຍໄວ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.