ຍສໝ - ງານແຂ່ງຂັນ “ນ້ອງຮັກພາສາຫວຽດ” ບໍ່ພຽງແຕ່ສ້າງເງື່ອນໄຂເພື່ອເພື່ອສ້າງ, ພັດທະນາຄວາມສາມາດ ແລະຄຸນທາດທີ່ຈຳເປັນໃຫ້ແກ່ພວກນ້ອງນັກຮຽນເທົ່ານັ້ນ, ຫາກຍັງແມ່ນກິດຈະກຳເພື່ອໃຫ້ພວກນ້ອງໄດ້ເຂົ້າຮ່ວມ ແລະຝຶກຝົນຫຼໍ່ຫຼອມທັກສະ.
ຍສໝ - ຫວ່າງແລ້ວນີ້, ທ່ານ ຫວໍວັນຮື່ງ, ຮອງເລຂາຄະນະພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງ ກວ໋າງຈີ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະຖານທູດລາວ ປະຈໍາ ຫວຽດນາມ ໂດຍທ່ານຄຳເພົາ ເອີນທະວັນ - ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງຫວຽດນາມ ເປັນຫົວໜ້າຄະນະ.
ຍສໝ - ການນຳນະຄອນ ໂຮ່ຈີມິນ ຢືນຢັນວ່າ: ນະຄອນ ຍາມໃດກໍ່ສຸມໃສ່ເພີ່ມທະວີການພົວພັນຮ່ວມມືກັບ ລາວ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຂອງ 2 ຝ່າຍຊອກຫາກາລະໂອກາດລົງທຶນ, ສົ່ງເສີມການຄ້າ.
ຍສໝ - ລະດູແລ້ງ 2023 – 2024 ກອງທ້ອນໂຮມ, ກອງບັນຊາການທະຫານແຂວງເງະອານ ໄດ້ດຳເນີນການສຳຫຼວດ, ຊອກຫາ, ທ້ອນໂຮມໄດ້ຈຳນວນ 87/80 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນລຸ 108,7% ຂອງແຜນການ, ໃນນັ້ນຢູ່ບໍລິເວນແຂວງຊຽງຂວາງ ທ້ອນໂຮມໄດ້ຈຳນວນ 75/71 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນລຸ 105,6%; ບໍລິເວນແຂວງວຽງຈັນ ທ້ອນໂຮມໄດ້ຈຳນວນ 3/3 ອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ບັນລຸ 100%; ບໍລິເວນແຂວງໄຊສົມບູນ ທ້ອນໂຮມໄດ້ຈຳນວນ 9/6 ອັດຖິ, ບັນລຸ 150%.
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ທ່ານ ຫງວຽນເຝືອກໂລກ, ຮອງເລຂາຄະນະພັກນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບທ່ານພົນຈັດຕະວາ Phalom Linthong, ປະທານສະມາຄົມນັກຮົບເກົ່າ ນະຄອນຫຼວງວຽງຈັນ (ລາວ) ພ້ອມດ້ວຍຄະນະ ສະມາຄົມ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮດວຽກຢູ່ ຫວຽດນາມ, ຄະນະຜູ້ແທນຂັ້ນສູງອົງການກວດກາແຫ່ງລັດ ລາວ ໂດຍສະຫາຍ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ, ຫົວໜ້າຄະນະປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າອົງການກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ທະນາຄານການຄ້າຫຸ້ນສ່ວນການລົງທຶນ ແລະ ພັດທະນາ ຫວຽດນາມ (BIDV).
ຍສໝ - ດ້ວຍໂຄງການຫຼາຍກວ່າ 240 ໂຄງການ ມີເງິນລົງທຶນທັງໝົດເກືອບ 5,5 ຕື້ໂດລາສະຫະລັດ, ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດທີ່ມີເງິນລົງທຶນຫຼາຍທີ່ສຸດໃນຈຳນວນ 53 ປະເທດ ແລະເຂດແຄ້ວນທີ່ລົງທຶນຢູ່ລາວ.
ຍສໝ - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດ ລາວ, ຄະນະຜູ້ແທນໜັງສືພິມ ປະຊາຊົນ ຫວຽດນາມ ນຳໂດຍສະຫາຍ ເລກັວກມິນ, ກຳມະການສູນກາງພັກ, ບັນນາທິການໃຫຍ່ໜັງສືພິມ ປະຊາຊົນ ຫວຽດນາມ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະມາຄົມນັກຂ່າວ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ບຸນທອງ ຈິດມະນີ, ຜູ້ປະຈຳຄະນະເລຂາທິການ, ຮອງປະທານປະເທດ ລາວ ແລະ ສະຫາຍ ຄຳພັນ ເຜີຍຍະວົງ, ຫົວໜ້າກົມໂຄສະນາອົບຮົມສູນກາງ ພັກປະຊາຊົນ ປະຕິວັດ ລາວ.
ຍສໝ - ຫວ່າງແລ້ວນີ້, ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ຈະດຳເນີນການສຳມະນາ "ສົ່ງເສີມການນໍາເຂົ້າ ແລະ ສົ່ງອອກທີ່ຕິດພັນກັບການຫັນເປັນດິຈິຕອນ" ເພື່ອແລກປ່ຽນປະສົບການການນຳໃຊ້ການຫັນເປັນດິຈິຕອນ ໃນການຮ່ວມມືດ້ານການຄ້າ ແລະ ການນໍາເຂົ້າ-ສົ່ງອອກລະຫວ່າງວິສາຫະກິດ ຫວຽດນາມ - ລາວ.
ຍສໝ - ໂດຍປະຕິບັດທິດນຳ “ຄ້າຍເປັນເຮືອນ, ຊາຍແດນແມ່ນບ້ານເກີດເມືອງນອນ, ປະຊາຊົນບັນດາເຜົ່າແມ່ນອ້າຍນ້ອງຄີງ” ດ້ວຍອາລົມຈິດ ແລະຄວາມຮັບຜິດຊອບ, ທະຫານຊາຍແດນ ແທງຮວ໊າ ໄດ້ໜູນຊ່ວຍ ແລະລະດົມກໍາລັງໃຈລູກຫຼານຂອງປະຊາຊົນເຂດຊາຍແດນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອກ້າວເດີນບົນເສັ້ນທາງປັນຍາຊົນ.
ຕອນບ່າຍວັນທີ 3 ມິຖຸນາ, ຢູ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກວດກາສູນກາງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ປະທານອົງການກວດກາແຫ່ງລັດ ລາວ ແລະ ຄະນະຜູ້ແທນຂັ້ນສູງຂອງຄະນະກວດກາສູນກາງ, ອົງການກວດກາແຫ່ງລັດລາວ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຍສໝ - ຫວ່າງມໍ່ໆນີ້, ຄະນະຜູ້ແທນຂັ້ນສູງອົງການກວດກາແຫ່ງລັດຂອງ ລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດອາຍແກັສ ຫວຽດນາມ (PV GAS).
ຍສໝ - ວັຫວ່າງແລ້ວນີ້, ຢູ່ນະຄອນຫຼວງວຽງຈັນ, ທ່ານ ລັດຖະມົນຕີອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢ່່ຽນ ໄດ້ມີການພົບປະເຈລະຈາກັບທ່ານ ລັດຖະມົນຕີພະລັງງານ ແລະ ບໍ່ແຮ່ ລາວ ໂພໄຊ ໄຊຍະສອນ.
ຍສໝ - ວຽກງານບຳລຸງສ້າງຂອງວິທະຍາຄານຊາຍແດນ ໄດ້ປະກອບສ່ວນປະຕິບັດແນວທາງ, ນະໂຍບາຍພົວພັນຕ່າງປະເທດຂອງພັກ, ລັດ ແລະການທູດປ້ອງ ກັນຊາດ, ການທູດຊາຍແດນຢ່າງມີໄຊ, ພ້ອມທັງປະກອບສ່ວນສ້າງຊາຍແດນ ຫວຽດນາມ-ລາວ-ກຳປູເຈຍ ແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.
ຍສໝ - ໃນຂອບເຂດການປະຕິບັດງານຢູ່ນະຄອນຫຼວງວຽງຈັນ, ລາວ ຂອງຄະນະປະຕິບັດງານກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຫວ່າງແລ້ວນີ້, ກົມໃຫຍ່ການຄຸ້ມຄອງທ້ອງຕະຫຼາດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກັບກົມແຂ່ງຂັນທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເພື່ອສົມທົບກັນໃນການປ້ອງກັນ, ຕ້ານການລະເມີດກົດໝາຍໃນທຸລະກິດ, ການຄ້າ; ປົກປັກຮັກສາສິດຜູ້ບໍລິໂພກ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດການຄຸ້ມຄອງທ້ອງຕະຫຼາດລະຫວ່າງສອງປະເທດ.
ຍສໝ - ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ຂໍຊົມເຊີຍພັກ ແລະລັດຖະບານຫວຽດນາມ ທີ່ໄດ້ເອົາໃຈໃສ່ການກໍ່ສ້າງພື້ນຖານການທູດຫວຽດນາມ ຮອບດ້ານ, ທັນສະໄໝ, ພິເສດຕໍ່ກັບບັນດານັກການທູດຍິງໃນກົງຈັກຂອງພັກ, ລັດ.
ຍສໝ - ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນວ່າ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ ແລະ ຊ່ວຍເຫຼືອລາວ ເພື່ອຮັບດຳລົງຕຳແໜ່ງປະທານ ອາຊຽນ ໃນປີ 2024 ຢ່າງສຳເລັດຜົນ; ຮຽກຮ້ອງໃຫ້ລາວ ສົມທົບກັນຊຸກຍູ້ການພົວພັນ OECD - ອາຊຽນ ແລະ ໂຄງການອາຊີຕາເວັນອອກສຽງໃຕ້ (SEARP) ຂອງ OECD.
ຍສໝ - ດ້ວຍບົດບາດຮັກສາຮີດຄອງປະເພນີ, ອະນຸລັກຮັກສາປະຫວັດສາດ, ປະກອບສ່ວນປະສົບການ ແລະ ເພີ່ມທະວີການພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃນຂົງເຂດການທູດປະຊາຊົນຫວຽດນາມ - ລາວ, ຄະນະກຳມະການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ ຍາມໃດກໍ່ປະຕິບັດໜ້າທີ່ເປັນຢ່າງດີ. ບົດບາດເປັນຂົວຕໍ່ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ, ປະກອບສ່ວນຊຸກຍູ້ການພົວພັນແລກປ່ຽນປະຊາຊົນລະຫວ່າງສອງປະເທດ. ນີ້ແມ່ນຄຳຖະແຫຼງຂອງທ່ານພົນຕີ ຫງວຽນຕຽນລອງ, ຮອງປະທານສະມາຄົມມິດຕະພາບສູນກາງຫວຽດນາມ - ລາວ, ຮອງຫົວໜ້າຄະນະການຕິດຕໍ່.
ຍສໝ - ໄຊຊະນະດ້ຽນບຽນຝູ ແມ່ນໄຊຊະນະອັນໃຫຍ່ຫຼວງຂອງປະຊາຊົນຫວຽດນາມ ໃນການຕໍ່ສູ້ຕ້ານຈັກກະພັດ ແລະ ຕ້ານອານານິຄົມ ແລະ ແມ່ນໄຊຊະນະອັນໃຫຍ່ຫຼວງໃນການຕໍ່ສູ້ອັນຍຸດຕິທຳຂອງປະຊາຊົນທີ່ຖືກຮຸກຮານໃນອາຊີ, ແມ່ນແບບຢ່າງທີ່ຮຸ່ງເຮືອງເຫຼືອງເຫຼື້ອມຂອງປະຊາຊົນຫວຽດນາມ ທີ່ບໍ່ຢ້ານອຳນາດ, ໃຊ້ຄວາມອ່ອນແອເພື່ອເອົາຊະນະຄວາມແຂງແຮງ.
ຍສໝ - ຕອນບ່າຍວັນທີ 27 ເມສານີ້, ຢູ່ທີ່ ຣີສອດ Lady Hill Sapa, ຄະນະກຳມະການປະຊາຊົນເທດສະບານເມືອງຊາປາ ໄດ້ສົມທົບກັບ ສະມາຄົມມິດຕະພາບນະຄອນທ່ອງທ່ຽວສາກົນ ຄຸນໝິງ ຈັດຕັ້ງກອງປະຊຸມໂຄສະນາການທ່ອງທ່ຽວສາກົນເປີດກວ້າງ.