ຍສໝ - ໃນອາຊີ, ລະດັບຄວາມໄວ ແລະ ຈຳນວນສັກຢາວັກຊີນຂອງຫວຽດນາມ ແມ່ນສູງກວ່າໄທ, ລາວ, ຟີລິບປິນ, ອິນເດຍ ແລະ ອິນໂດເນເຊຍ. ນອກອາຊີ, ຫວຽດນາມ ມີການປົກຄຸມວັກຊີນຕ່ຳກວ່າອາເມລິກາພຽງ 2 ຂັ້ນ.
ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ບັນດາລັດຖະມົນຕີ, ຫົວໜ້າອົງການ ທຽບເທົ່າກະຊວງ, ຫົວໜ້າອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ ສຸມໃສ່ປະຕິບັດຢ່າງມີປະສິດທິຜົນມະຕິເລກທີ 128 ຂອງລັດຖະບານ ກ່ຽວກັບການກຳນົດຊົ່ວຄາວ “ການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ” .
ຖ້ຽວບິນສາກົນຖ້ຽວທຳອິດ ໂດຍ Vietnam Airlines ຂຸດຄົ້ນນັບແຕ່ເວລາເກີດໂລກລະບາດໂຄວິດ - 19 ໂດຍບິນຈາກ Phnom Penh (ກຳປູເຈຍ) ໄປຍັງສະໜາມບິນ ເຕີນເຊີນເຍິດ, ຢູ່ນະຄອນໂຮ່ຈີມິນ, ໄດ້ຂົນສົ່ງຜູ້ໂດຍສານ 121 ຄົນ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ກູບາ ຄົບຮອບ 63 ປີ (1-1-1959/ 1-1-2022), ວັນທີ 31 ທັນວາ 2021, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ສົ່ງສານອວຍພອນເຖິງທ່ານ Esteban Lazo Hernandez ປະທານສະພາແຫ່ງຊາດ ອຳນາດການປົກຄອງ ປະຊາຊົນ ແຫ່ງ ສາທາລະນະລັດ ກູບາ.
ປີ 2021, ການສົ່ງອອກຂອງຫວຽດນາມ ໄປຍັງ ອາເມລິກາ ແລະ ຈາກ ອາເມລິກາ ເຂົ້າຫວຽດນາມ ລ້ວນແຕ່ເຕີບໂຕເປັນບວກ.
ຕາງໜ້າການນຳກອງບັນຊາການທະຫານຊາຍແດນແຂວງກວາງນາມ, ທ່ານພັນເອກພິເສດ ຫງວຽນກວາງນາມ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິ ການທະຫານຊາຍແດນແຂວງກວາງນາມ ໄດ້ມອບໃຫ້ກົມກອງຂອງປະເທດເພື່ອນລາວ ເຂົ້າສານ 2 ໂຕນພ້ອມກັບອາຫານ ແລະເຄື່ອງບໍລິໂພກ, ຄື: ໝີ່ສຳເລັດຮູບ, ເກືອ, ນ້ຳປາ, ນ້ຳມັນພືດ, ຊີ້ນກະປ໋ອງ, ປາແຫ້ງ... ດ້ວຍມູນຄ່າທັງໝົດກວ່າ 130 ລ້ານດົ່ງ.
ທ່ານ ເລຢຸຍບິ່ງ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ ການຫັນປ່ຽນທິດຍຸດທະສາດປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ ມີຜົນກະທົບຢ່າງຕັ້ງໜ້າຕໍ່ປະຊາຄົມວິສາຫະກິດ ແລະ ພື້ນຖານເສດຖະກິດ.
ໃນບັ້ນຕໍ່ສູ້ຕ້ານໂລກລະລາດໂຄວິດ - 19 ຢູ່ ຫວຽດນາມ, ພັກ, ລັດ, ລັດຖະບານ ແລະ ບັນດາອົງການ, ພິເສດແມ່ນກະຊວງສາທາລະນະສຸກ ໄດ້ມານະພະຍາຍາມຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ຄວບຄຸມໂລກລະບາດໂຄວິດ - 19.
ຍສໝ - ຕາມສູນການຄ້າສາກົນ (ITC) ແລ້ວ, ໃນ 10 ເດືອນຂອງປີ 2021, ຝະລັ່ງ ໄດ້ນຳເຂົ້າແກ່ນໝາກມ່ວງຫິມະພານ 13.872 ໂຕນ, ມີມູນຄ່າ 109,69 ລ້ານ USD, ເພີ່ມຂຶ້ນ 17,5% ດ້ານປະລິມານ ແລະ ເພີ່ມຂຶ້ນ 11,6% ດ້ານມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຍສໝ - ໃນ 10 ເດືອນຕົ້ນປີ 2021, ໝາກກ້ວຍຂອງຫວຽດນາມ ໄດ້ສົ່ງອອກໄປຍັງຍີ່ປຸ່ນບັນລຸປະມານ 6 ພັນໂຕນ, ມີມູນຄ່າ 643 ລ້ານເຢນ (ທຽບເທົ່າກັບ 5,7 ລ້ານ USD), ເພີ່ມຂຶ້ນ 59,5% ໃນດ້ານປະລິມານ ແລະ 27,9% ໃນດ້ານມູນຄ່າ.
ຍສໝ - ນັ້ນແມ່ນຄຳຢືນຢັນຂອງໜັງສືພິມ Nikkei Asia, ຍີ່ປຸ່ນ ເມື່ອວິເຄາະຍຸດທະສາດການລົງທຶນຢູ່ຕ່າງປະເທດຂອງບັນດາກຸ່ມວິສາຫະກິດຂາຍຍ່ອຍຍີ່ປຸ່ນ.
ຍສໝ - ແຕ່ວັນທີ 1-3 ມັງກອນ 2022, ລາຍການ “ຕ້ອນຮັບປີໃໝ່ 2022” ຈະແນະນຳອາຊີບຕ່ຳແຜ່ນແພຂອງຊາວເຜົ່າຢ້າວ ຢູ່ ໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ດົງໂມ, ເຊີນໄຕ, ຮ່າໂນ້ຍ).
ຫວ່າງແລ້ວນີ້, ທ່ານພົນຈັດຕະວາ ຫງວຽນຢຸຍຕີ໊ ຜູ້ບັນຊາການທະຫານເຮືອເຂດ 5, ທະຫານເຮືອປະຊາຊົນຫວຽດນາມ ໄດ້ມີການສົນທະນາທາງໄກກັບຜູ້ບັນຊາການທະຫານເຮືອເຂດ 1 ແລະຜູ້ບັນຊາການທະຫານເຮືອເຂດ 2, ທະຫານເຮືອລາດຊະວົງໄທ.
ຍສໝ - ການສົ່ງອອກປາຈາ ໄປຍັງລັດເຊຍ ໃນ 11 ເດືອນຕົ້ນປີ 2021 ໄດ້ເພີ່ມຂຶ້ນຢ່າງແຮງ, ຜ່ານນັ້ນ, ກໍປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເຕີບໂຕຂອງການສົ່ງອອກສິນໃນນໍ້າຂອງຫວຽດນາມ ໄປຍັງຕະຫຼາດນີ້.
ຍສໝ - ທ່ານຮອງເລຂາທິການໃຫຍ່ ສະຫະປະຊາຊາດ Jean-Pierre Lacroix ໃຫ້ຮູ້ວ່າ: ພວກຂ້າພະເຈົ້າ ຫວັງວ່າຈະສືບຕໍ່ຮ່ວມມືກັບ ຫວຽດນາມ ຫຼາຍກວ່າອີກ ເພາະວ່າພວກຂ້າພະເຈົ້າຖືວ່າ ຫວຽດນາມມີຄວາມສາມາດ, ພິເສດແມ່ນພາຍຫຼັງການເຫັນປະຈັກຕາ ຫວຽດນາມໄດ້ສົ່ງກຳລັງທະຫານຈຳນວນໜຶ່ງ ໄປສົມທົບກັບໂຮງໝໍສະໜາມຂັ້ນ 2 ແລະ ຈະສົ່ງກອງທະຫານຊ່າງ ເຂົ້າຮ່ວມໃນການຮັກສາສັນຕິພາບ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທງເຊີນ, ທ່ານລັດຖະມົນຕີການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 28 – 29 ທັນວາ. ວັນທີ 28 ທັນວາ, ຢູ່ເຮືອນຮັບແຂກລັດຖະບານ, ລັດຖະມົນຕີການ ຕ່າງປະເທດ 2 ທ່ານໄດ້ເປັນປະທານຮ່ວມປຶກສາຫາລືການເມືອງຂັ້ນລັດຖະມົນ ຕີການຕ່າງປະເທດຫວຽດນາມ - ລາວ ຄັ້ງທີ 8.
ຍສໝ - ຫວ່າງແລ້ວນີ້, ຢູ່ຫຼັກໝາຍເລກທີ 130 ໃນເຂດຊາຍແດນທາງບົກຫວຽດນາມ - ລາວ, ຄະນະຊີ້ນຳວຽກງານຊາຍແດນແຂວງ ດ້ຽນບຽນ (ຫວຽດນາມ) ແລະ ຄະນະຜູ້ແທນຄະນະຊີ້ນຳວຽກງານຊາຍແດນແຂວງຫຼວງພະບາງ (ລາວ), ໄດ້ດຳເນີນການສຳຫຼວດສອງຝ່າຍ ແລະ ໄດ້ດຳເນີນການເຈລະຈາກ່ຽວກັບການກໍ່ສ້າງກັນເຈື່ອນ ເພື່ອປົກປັກຮັກສາຫຼັກໝາຍ 130.
ຍສໝ - ໃນປີ 2021 ມີ 106 ປະເທດ ແລະ ເຂດແຄ້ວນ ລົງທຶນເຂົ້າຫວຽດນາມ.
ຍສໝ - ຫວຽດນາມ ໄດ້ສັກຢາວັກຊີນຫຼາຍກວ່າ 144 ລ້ານໂດສ ໃນຈຳນວນຢາວັກຊີນທັງໝົດ 166 ລ້ານໂດສ ທີ່ໄດ້ແຈກຢາຍ. ອັດຕາການປົກຄຸມການສັກຢາວັກຊີນຢ່າງໜ້ອຍ 1 ໂດສແມ່ນ 79% ແລະ ອັດຕາການປົກຄຸມການສັກວັກຊີນຄົບຕາມຂັ້ນພື້ນຖານ ແມ່ນ 66% ຂອງຈຳນວນປະຊາກອນທັງໝົດຂອງຫວຽດນາມ.
ຍສໝ - ນັ້ນແມ່ນຄຳຢືນຢັນຂອງ ທ່ານນາງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ຫງວຽນເຟືອງງາ ທີ່ກອງປະຊຸມເຜີຍແຜ່, ເຊື່ອມຊືມຂໍ້ສະຫຼຸບທີ 12 ຂອງກົມການເມືອງກ່ຽວກັບວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (NVNONN) ໃນສະພາບການໃໝ່ໄດ້ດຳເນີນຫວ່າງແລ້ວນີ້.