ງານບຸນປີໃໝ່ປະຈຳຊາດ ຢູ່ໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ

06:18 | 01/01/2022

ຍສໝ - ແຕ່ວັນທີ 1-3 ມັງກອນ 2022, ລາຍການ “ຕ້ອນຮັບປີໃໝ່ 2022” ຈະແນະນຳອາຊີບຕ່ຳແຜ່ນແພຂອງຊາວເຜົ່າຢ້າວ ຢູ່ ໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວ​ບັນດາ​ເຜົ່າ ຫວຽດນາມ (ດົງໂມ, ເຊີນໄຕ, ຮ່າໂນ້ຍ).

ດອກຄາຍ​ເຍີດ​ເຕີນ ກຽມ​ຮັບ​ໃຊ້​ບຸນ​ປີໃໝ່ປະຈໍາຊາດປີ ປີຂານ 2022 ດອກຄາຍ​ເຍີດ​ເຕີນ ກຽມ​ຮັບ​ໃຊ້​ບຸນ​ປີໃໝ່ປະຈໍາຊາດປີ ປີຂານ 2022
ແນະນຳຮີດຄອງປະເພນີບູຊາບັນພະບຸລຸດ ແລະ ບຸນປີໃໝ່ຂອງຊາວຫວຽດນາມ ຢູ່ ເວເນຊູເອລາ ແນະນຳຮີດຄອງປະເພນີບູຊາບັນພະບຸລຸດ ແລະ ບຸນປີໃໝ່ຂອງຊາວຫວຽດນາມ ຢູ່ ເວເນຊູເອລາ

ບັນດາ​ຜະລິດ​ຕະພັນ​ຂອງ​ແຕ່ລະ​ຊົນ​ເຜົ່າ​ ຈະ​ມີ​ຈຸດລວດລາຍ​ທີ່​ແຕກ​ຕ່າງ​ກັນ, ສ້າງ​ເປັນລັກສະນະ​ພິເສດສະເພາະ​ຂອງ​ຕົນ, ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ທັດສະນະ​ຂອງ​ມະນຸດ, ສາສະໜາ, ຄວາມ​ເຊື່ອ​ຖື ​ແລະ ວັດທະນະທຳ. ​ໃນ​ຫຼາຍ​ຮ້ອຍ​ປີ​ມາ​ນີ້, ການຕ່ຳຜ້າ​ພື້ນເມືອງ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້ຄືຊັບສົມບັດອັນສັກສິດ​ ໂດຍຊາວ​ເຜົ່າ. ສຳລັບ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ໝູ່ບ້ານ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ຫວຽດນາມ, ການຕ່ຳຜ້າ​ພື້ນເມືອງ ໄດ້​ກາຍ​ເປັນ​ຄວາມງາມ​ວັດທະນະທຳ​ພື້ນ​ເມືອງ​ທີ່​ຂາດ​ບໍ່​ໄດ້.

ງານບຸນປີໃໝ່ປະຈຳຊາດ ຢູ່ໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ
ງານບຸນປີໃໝ່ປະຈຳຊາດ ຢູ່ໝູ່ບ້ານວັດທະນະທຳ ແລະ ທ່ອງທ່ຽວບັນດາເຜົ່າ ຫວຽດນາມ. (baodantoc)

ມາ​ຮອດ​ ​ໝູ່ບ້ານ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​​ບັນ​ດາ​ເຜົ່າ ຫວຽດ​ນາມ ໃນ​ຕົ້ນ​ປີ​ໃໝ່, ນັກ​ທ່ອງ​ທ່ຽວ​ຈະໄດ້ມີ​ໂອ​ກາດ​​ຮຽນ​ຮູ້​ກ່ຽວ​ກັບ​ບັນ​ດາ​ພິທີກຳ​ຂອງ​ຊາວ​ເຜົ່າບາ​ນາ ຢູ່​ແຂວງ ຢາ​ລາຍ. ຊາວ​ເຜົ່າ​ທ້ອງ​ຖິ່ນ ​ຍັງ​ແນະນຳ​ໃຫ້​ນັກທ່ອງ​ທ່ຽວ​ ກ່ຽວ​ກັບ​ບັນດາ​ຂະ​ບວນການ​ຜະລິດ​ເປັນ​ຜະລິດ​ຕະພັນ​ຕ່ຳ​ແຜ່ນ​ຕັດຫຍິບ, ​ຄື: ຍ່ອງຝ້າຍ, ອິ້ວຝ້າຍ, ຍ້ອມ​ສີ, ປັ່ນ, ຕ່ຳຜ້າ... ​ແລະ ບັນດາ​ຜະລິດ​ຕະພັນ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຫຼາຍ​ຢ່າງ.

ພິທີບູຊາ​ແຜ່ນ​ Zeng ​ຂອງ​ຊາວ​ເຜົ່າ ​ຕ່າໂອ້ຍ (​ແຂວງ​ເທື່ອ​ທຽນ - ​ເຫ້ວ) ​ໄດ້​ຖືກ​ຈັດ​ຕັ້ງ​ຫວນຄືນ​ ໃນ​ລາຍການ​ຕ້ອນຮັບ​ປີ​ໃໝ່ 2022. ​ໃນ​ຊີວິດ​ທາງ​ດ້ານ​ຈິດ​ໃຈ​ຂອງຊາວ​ເຜົ່າ ​​ຕ່າໂອ້ຍ, Zeng ​ແມ່ນ​ສິ່ງ​ທີ່​ຂາດ​ບໍ່​ໄດ້​ ໃນ​ບັນດາ​ກິດຈະກຳຄວາມເຊື່ອຖື, ບູຊາ, ເປັນສິ່ງສັນຍາໝັ້ນໝາຍກັນຂອງນາງສາວ ກັບຄົນຮັກ ຫຼື ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ພໍ່ເຖົ້ົ້າ ແລະ ແມ່ເຖົ້ົ້າ, ພໍ່ແມ່, ແລະ ຜູ້ທີ່ມີຄຸນງາມຄວາມດີຕໍ່ບ້ານ.

ພິ​ເສດ, “ພາເຂົ້າ​ເຕົ້າ​ໂຮມ​ປີ​ໃໝ່” ຈະ​ໄດ້​ຮັບ​ການ​ສ້າງ​ດ້ວຍ​ເຍື່ອງ​ອາ​ຫານທີ່ເປັນລັກສະນະພິເສດສະເພາະ​ທີ່​ສຸດ​ ຂອງ​ແຕ່​ລະ​ຊົນ​ເຜົ່າ, ຊຶ່ງ​ຢູ່ທີ່ນີ້ ແຂກ​ທ່ອງ​ທ່ຽວຈະ​ໄດ້​ຮັບ​ຊົມຊີມ​ອາ​ຫານ​ເຂດພາກ​ ແລະ ມີ​ໂອ​ກາດ​ໄດ້​ພົບ​ປະ, ແລກ​ປ່ຽນ ແລະ ຮ້ອງ​ເພງ​ກັບ​ບັນ​ດາຊາວ​ເຜົ່າ. ນອກຈາກນັ້ນ, ການສະແດງພິເສດ ຈາກໂຮງລະຄອນຕຸກກະຕານຳ້ຫວຽດນາມ ກໍສັນຍາວ່າ ຈະນໍາເອົາຄວາມສະບາຍອົກສະບາຍໃຈມາໃຫ້ນັກທ່ອງທ່ຽວ.

ນອກ​ນີ້, ນັກ​ທ່ອງ​ທ່ຽວ​ ສາມາດ​ເຂົ້າ​ຮ່ວມ​ກິດຈະກຳ​ປະຈຳ​ວັນ ​ແລະ ທ້າຍ​ອາ​ທິດ​ຂອງ 13 ປະຊາ​ຄົມ​ຊົນ​ເຜົ່າ ຄື: ການ​ເຮັດ ແລະ ຫໍ່​ເຂົ້າ​ໜົມ, ການ​ລະ​ຫຼິ້ນ​ພື້ນ​ເມືອງ, ກິດຈະກຳບູຊາ ພາວະນາ ​ແລະ ຄຳອວຍພອນແຫ່ງ​ຈິດ​ວິນ​ຍານ ​ຂອງ​ວັດ​ Khmer, ທາດ​ຊາວ​ເຜົ່າ​ຈຳ... ​ແລະ ຫຼາຍກິດຈະກຳຕົວຈິງ​ທີ່​ໜ້າ​ສົນ​ໃຈ​​ຢູ່ “​ໝູ່ບ້ານ​ລວມ” ຂອງ 54 ຊົນ​ເຜົ່າ​ຫວຽດ​ນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.