ຫວຽດນາມ ລື່ນກາຍຫຼາຍປະເທດໃນພາກພື້ນ ກ່ຽວກັບດ້ານຄວາມໄວໃນການສັກຢາວັກຊີນໂຄວິດ-19

13:23 | 04/01/2022

ຍສໝ - ໃນອາຊີ, ລະດັບຄວາມໄວ ແລະ ຈຳນວນສັກຢາວັກຊີນຂອງຫວຽດນາມ ແມ່ນສູງກວ່າໄທ, ລາວ, ຟີລິບປິນ, ອິນເດຍ ແລະ ອິນໂດເນເຊຍ. ນອກ​ອາຊີ, ຫວຽດນາມ​ ມີ​ການປົກຄຸມວັກ​ຊີ​ນ​ຕ່ຳ​ກວ່າ​ອາ​ເມ​ລິ​ກາ​ພຽງ 2 ຂັ້ນ.

ຮ່າໂນ້ຍ ຜັນຂະຫຍາຍການສັກຢາວັກຊີນຕ້ານໂຄວິດ-19 ໂດສທີ 3 ຮ່າໂນ້ຍ ຜັນຂະຫຍາຍການສັກຢາວັກຊີນຕ້ານໂຄວິດ-19 ໂດສທີ 3
ເດັກນ້ອຍເກືອບ 792.000 ຄົນ ອາຍຸ 12-17 ປີ ຢູ່ຮ່າໂນ້ຍ ຈະໄດ້ຮັບການສັກຢາວັກຊີນກັນ ໂຄວິດ-19 ເດັກນ້ອຍເກືອບ 792.000 ຄົນ ອາຍຸ 12-17 ປີ ຢູ່ຮ່າໂນ້ຍ ຈະໄດ້ຮັບການສັກຢາວັກຊີນກັນ ໂຄວິດ-19

ເວັບ​ໄຊ covidvax.live ​ອັບ​ເດດ​ຄວາມ​ໄວ​ຂອງ​ການ​ສັກ​ວັກ​ຊີ​ນ ​ໃນ​ວັນ​ທີ 27 ທັນວາ​ນີ້​ ໄດ້ໃຫ້ຮູ້ວ່າ, ປະຈຸ​ບັນ ຫວຽດນາມ​ແມ່ນ​ປະ​ເທດ​ທີ 53 ​ໃນ​ໂລກ​ ທີ່​ບັນລຸ​ເປົ້າ​ໝາຍ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ​ໃຫ້​ 70% ປະຊາຊົນ.

ອີງຕາມເວັບ​ໄຊນີ້, ມີພຽງ 63 ປະເທດ ແລະ ເຂດແຄ້ວນທີ່ບັນລຸເປົ້າໝາຍຂ້າງເທິງນີ້ ໃນຈຳນວນຫຼາຍກວ່າ 220 ປະເທດ ແລະ ເຂດແຄ້ວນ ດ້ວຍຂໍ້ມູນກ່ຽວກັບການປ້ອງກັນ ແລະ ຄວບຄຸມໂລກລະບາດ.

ຫວຽດນາມ ລື່ນກາຍຫຼາຍປະເທດໃນພາກພື້ນ ກ່ຽວກັບດ້ານຄວາມໄວໃນການສັກຢາວັກຊີນໂຄວິດ-19
ຫວຽດນາມ ລື່ນກາຍຫຼາຍປະເທດໃນພາກພື້ນ ກ່ຽວກັບດ້ານຄວາມໄວໃນການສັກຢາວັກຊີນໂຄວິດ-19. (ພາບ: TTXVN)

ໃນອາຊີ, ລະດັບຄວາມໄວ ແລະ ຈຳນວນສັກຢາວັກຊີນຂອງຫວຽດນາມ ແມ່ນສູງກວ່າໄທ, ລາວ, ຟີລິບປິນ, ອິນເດຍ ແລະ ອິນໂດເນເຊຍ. ນອກ​ອາຊີ, ຫວຽດນາມ​ມີ​ການ​ຄຸ້ມ​ຄອງ​ວັກ​ແຊງ​ຕ່ຳ​ກວ່າ​ອາ​ເມ​ລິ​ກາ​ພຽງ 2 ຂັ້ນ. ​ໃນ​ຂະນະ​ນັ້ນ, ຫວຽດນາມ ​ແມ່ນ​ສູງ​ກວ່າ​ລັດ​ເຊຍ ເຖິງ 40 ຂັ້ນ.

ຕາມ​ຂໍ້​ມູນ​ຂອງ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໃນ​ວັນ​ທີ 27 ທັນວາ​ນີ້, ​ໃນ​ທົ່ວ​ປະ​ເທດ​ໄດ້​ສັກ​ຢາ​ທັງໝົດ 146 ລ້ານ​ກວ່າ​ໂດ​ສ, ​ໃນ​ນັ້ນ​ການສັກຢາ​ໂດ​ສ​ທຳ​ອິດ​ມີ 77 ລ້ານ​ກວ່າ​ໂດ​ສ, ການສັກຢາ​ໂດ​ສ​ທີ 2 ມີ​ເກືອບ 66,5 ລ້ານ​​ໂດ​ສ. ຈຳນວນ​ຄົນ​ຫວຽດນາມ​ທີ່​ໄດ້​ຮັບສັກ​ຢາ​ໂດສ​ທີ 3 ມີ​ເກືອບ 2,8 ລ້ານ​ຄົນ.

ບັນດາ​ຜູ້​ຊ່ຽວຊານ​ຄາດ​ຄະ​ເນ​ວ່າ ລະດັບຄວາມໄວໃນການ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19 ຂອງ​ຫວຽດນາມ ​ ແມ່ນ​ສູງ​ກວ່າ​ການ​ຄາດ​ຄະ​ເນ​ໃນ​ຕົ້ນ​ປີ 2021.

ຕາມສຳນັກ​ຂ່າວສານ Sputnik (ລັດ​ເຊຍ) ​ແລ້ວ, ​ໃນ​ເວລາ​ສັ້ນໆ, ຫວຽດນາມ ຫັນຈາກ​ປະ​ເທດ​ທີ່​ມີ​ລະດັບຄວາມໄວໃນ​ການ​ສັກ​ວັກ​ຊີ​ນ​ຕ້ານ​ໂຄ​ວິດ-19 ຕ່ຳ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ສັກ​ຢາ​ວັກ​ຊີ​ນ​ໄວ​ແຖວ​ໜ້າ​ຂອງ​ໂລກ ຍ້ອນ​ຍຸດ​ທະ​ສາດ​ການ​ທູດ​ດ້ານ​​ວັກ​ຊີ​ນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.