Vietnam Airlines ຂຸດ​ຄົ້ນ​ຖ້ຽວ​ບິນ​ສາ​ກົນ​ຖ້ຽວ​ທຳ​ອິດ ນັບ​ແຕ່​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19

07:07 | 04/01/2022

ຖ້ຽວບິນສາກົນຖ້ຽວທຳອິດ ໂດຍ Vietnam Airlines ຂຸດຄົ້ນນັບແຕ່ເວລາເກີດໂລກລະບາດໂຄວິດ - 19 ໂດຍບິນຈາກ Phnom Penh (ກຳປູເຈຍ) ໄປຍັງສະໜາມບິນ ເຕີນເຊີນເຍິດ, ຢູ່ນະຄອນໂຮ່ຈີມິນ, ໄດ້ຂົນສົ່ງຜູ້ໂດຍສານ 121 ຄົນ.

ເພີ່ມ​ທະ​ວີ​ວິ​ທີ​ການ​ປົກ​ປ້ອງ, ເບິ່ງ​ແຍງ​ດູ​ແລ ເດັກ​ນ້ອຍ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ເພີ່ມ​ທະ​ວີ​ວິ​ທີ​ການ​ປົກ​ປ້ອງ, ເບິ່ງ​ແຍງ​ດູ​ແລ ເດັກ​ນ້ອຍ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ ກຳ​ປູ​ເຈຍໜູນ​ຊ່ວຍ​ດ້ານ​ສະ​ບຽງ​ອາ​ຫານ, ວັດ​ຖຸ​ສາ​ທາ​ລະ​ນະ​ສຸກ ໃນ​ການ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ຫວຽດ​ນາມ
ພາບປະກອບ:
ພາບປະກອບ:nld.com.vn

ຜູ້ຕາງໜ້າ Vietnam Airlines ແບ່ງປັນວ່າ ຖ້ຽວບິນນີ້ ໄດ້ສ້າງຂີດໝາຍເປີດປະຕູການບິນສາກົນປົກກະຕິຢ່າງເປັນທາງການ, ຟື້ນຟູຂົວເຊື່ອມຕໍ່ທາງການບິນຫວຽດນາມ ກັບ ໂລກ ແລະ ເປີດອອກແງ່ຫວັງຟື້ນຟູການບິນ, ການທ່ອງທ່ຽວຢ່າງແຮງ ພາຍຫຼັງໂລກລະບາດໂຄວິດ - 19. ຖ້ຽວບິນນອນໃນແຜນການຟື້ນຟູບັນດາຖ້ຽວບິນສາກົນ ປົກກະຕິຂົນສົ່ງຜູ້ໂດຍສານ ໄປຍັງສະຖານທີ່ທີ່ມີຄວາມປອດໄພຢູ່ລະດັບສູງ, ເລີ່ມແຕ່ວັນທີ 1 ມັງກອນ 2022 ໄດ້ຮັບການຕົກລົງຈາກລັດຖະບານ.

ກ່ຽວຂ້ອງເຖິງຖ້ຽວບິນນີ້, ທ່ານ Uch Leang ຜູ້ຮັກສາການ ຫົວໜ້າກົມຄົ້ນຄ້ວາ ອາຊີ - ອາຟຼີກາ ແລະ ຕາເວັນອອກກາງ ຂຶ້ນກັບສະຖາບັນພົວພັນຕ່າງປະເທດ (ສະຖາບັນບັນດິດ ລາຊະອານາຈັກ ກຳປູເຈຍ) ຖືວ່າ ການເປີດຖ້ຽວບິນສາກົນ ແມ່ນການຕັດສິນຢ່າງແຮງ ແລະ ທັນການຂອງ ລັດຖະບານ ຫວຽດນາມ ໃນສະພາບການໃນພາກພື້ນ ທີ່ພວມມານະພະຍາຍາມຟື້ນຟູການເສດຖະກິດ - ສັງຄົມ, ຟື້ນຟູລະບົບສະໜອງທົ່ວໂລກ ທີ່ຖືກຂາດວັກຂາດຕອນໃນໄລຍະເກີດໂລກລະບາດໂຄວິດ - 19.

vovworld.vn

ເຫດການ
302 Found

Found

The document has moved here.