ເພີ່ມ​ທະ​ວີ​ບັນ​ດາ​ມາດ​ຕະ​ການ​ຮັບ​ປະ​ກັນ​ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່ປະ​ຈຳ​ຊາດ 2022 ຢ່າງ​ເບີກ​ບານ​ມ່ວນ​ຊືນ, ປອດ​ໄພ ແລະ ປະ​ຢັດ

07:18 | 04/01/2022

ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ບັນດາລັດຖະມົນຕີ, ຫົວໜ້າອົງການ ທຽບເທົ່າກະຊວງ, ຫົວໜ້າອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ ສຸມໃສ່ປະຕິບັດຢ່າງມີປະສິດທິຜົນມະຕິເລກທີ 128 ຂອງລັດຖະບານ ກ່ຽວກັບການກຳນົດຊົ່ວຄາວ “ການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ” .

ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໜຶ່ງ​ຕາ​ແສງ​ໜຶ່ງ​ຜະ​ລິດ​ຕະ​ພັນ​ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ ແລະ ​ມີ​ຄຸນ​ນະ​ພາບ ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ໜຶ່ງ​ຕາ​ແສງ​ໜຶ່ງ​ຜະ​ລິດ​ຕະ​ພັນ​ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ ແລະ ​ມີ​ຄຸນ​ນະ​ພາບ
ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ກ່​ວາ​ອີກ ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນຂອງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ກ່​ວາ​ອີກ
ພາບປະກອບ:
ພາບປະກອບ: Vietnam+

ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິງມິງ ໄດ້ລົງນາມຄຳສັ່ງເລກທີ 35 ຂອງນາຍົກລັດຖະມົນຕີ ກ່ຽວກັບການເພີ່ມທະວີບັນດາມາດຕະການຮັບປະກັນການຕ້ອນຮັບບຸນປີໃໝ່ປະຈຳຊາດ (ບຸນເຕັດ) 2022 ຢ່າງເບີກບານມ່ວນຊືນ, ປອດໄພ, ປອດໃສ ແລະ ປະຢັດ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ ບັນດາລັດຖະມົນຕີ, ຫົວໜ້າອົງການ ທຽບເທົ່າກະຊວງ, ຫົວໜ້າອົງການຂຶ້ນກັບລັດຖະບານ, ປະທານຄະນະກຳມະການປະຊາຊົນ ບັນດາແຂວງ, ນະຄອນ ຂຶ້ນກັບສູນກາງ ສຸມໃສ່ປະຕິບັດຢ່າງມີປະສິດທິຜົນມະຕິເລກທີ 128 ຂອງລັດຖະບານ ກ່ຽວກັບການກຳນົດຊົ່ວຄາວ “ການຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ”.

ສຸມໃສ່, ມານະພະຍາຍາມຢູ່ລະດັບສູງສຸດ ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ພະຍາດຕິດແປດ ທີ່ມີຄວາມສ່ຽງເກີດຂຶ້ນໃນລະດູໜາວ - ລະດູບານໃໝ່. ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການ, ສົມທົບກັບບັນດາກະຊວງຂະແໜງການ, ທ້ອງຖິ່ນ: ຜັນຂະຫຍາຍຢ່າງຄົບຊຸດ ບັນດາມາດຕະການ ຊຸກຍູ້ການພັດທະການຕະຫຼາດພາຍໃນປະເທດ, ຊຸກຍູ້ການບໍລິໂພກ, ເປັນເຈົ້າການມີວິທີການກະກຽມແຫຼ່ງສະໜອງສິນຄ້າປະເພດທີ່ຈຳເປັນ, ສິນຄ້າທີ່ມີຄວາມຕ້ອງການບໍລິໂພກສູງ, ຮັບປະກັນຄຸນນະພາບ, ຕອບສະໜອງຄວາມຕ້ອງການຂອງປະຊາຊົນຢ່າງຄົບຖ້ວນ ແລະ ທັນການ ເປັນເຈົ້າການແຊກແຊງ, ແກ້ໄຂບັນດາການຜັນແປຜິດປົກກະຕິ ຂອງຕະຫຼາດ… ທ່ານນາຍົກລັດຖະມົນຕີ ໄດ້ມອບໝາຍໃຫ້ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ເປັນເຈົ້າການ, ສົມທົບກັບບັນດາກະຊວງຂະແໜງການ, ທ້ອງຖິ່ນ ສຸມໃສ່ກວດກາ, ກຳແໜ້ນສະພາບການດຳລົງຊີວິດຂອງບັນດາເປົ້າໝາຍນະໂຍບາຍ ເພື່ອຢຶ້ຢາມຖາມຂ່າວ, ເອົາໃຈໃສ່, ໜູນຊ່ວຍຢ່າງທັນການ ຫຼື ລວບລວມ, ສະເໜີຂັ້ນທີ່ມີສິດອຳນາດ ໜູນຊ່ວຍຕາມການກຳນົດ.

vovworld.vn

ເຫດການ
302 Found

Found

The document has moved here.