ງານວາງສະແດງ “ເສືອໃນສິລະປະບູຮານຫວຽດນາມ”

ງານວາງສະແດງ “ເສືອໃນສິລະປະບູຮານຫວຽດນາມ”

ຍສໝ - ຫວ່າງແລ້ວນີ້, ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ ​ໃຫ້​ຮູ້​ວ່າ ພິທີ​ເປີດ​ງານ​ວາງສະ​ແດງ​ຫົວ​ເລື່ອງ “​ເສືອ​ໃນ​ສິລະ​ປະ​ບູຮານ​ຫວຽດນາມ” ຈະ​ດຳ​ເນີນ​ໃນ​ວັນ​ທີ 18 ມັງກອນ​ນີ້. ນີ້​ແມ່ນ​ເຫດການ ເພື່ອ​ສະ​ເຫຼີ​ມສະຫຼອງປີໃໝ່ 2022, ​ດຳ​ເນີນ ​ໂດຍ​ຫໍພິພິທະ​ພັນ​ປະຫວັດສາດ​ແຫ່ງ​ຊາດ ​ສົມທົບ​ກັບ​ເຂດ​ປູຊະນີຍະສະຖານ​ປະຫວັດສາດວິຫານ​ຮຸງ ​ແລະ ບັນດາ​ຊຸດສະ​ສົມ​ສ່ວນ​ຕົວ​ຈຳນວນ​ໜຶ່ງ.

ທາງລົດໄຟ ກາດລີງ - ຮ່າໂດງ: ຮູບພາບການພົວພັນຫວຽດນາມ - ຈີນ

ທາງລົດໄຟ ກາດລີງ - ຮ່າໂດງ: ຮູບພາບການພົວພັນຫວຽດນາມ - ຈີນ

ຍສໝ - ຫວ່າງແລ້ວນີ້, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ ໄດ້​ສົມທົບ​ກັບ​ສະຖານທູດ​ຈີນ​ປະຈຳ​ຫວຽດ​ນາມ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ໂຄງການ​ທາງ​ລົດ​ໄຟ​ຕົວ​ເມືອງ​ຮ່າ​ໂນ້ຍ, ​ເສັ້ນທາງ​ກາດລີງ - ຮ່າໂດງ.

ທີມຊາດຍິງຫວຽດນາມ ເດີນທາງໄປເຂົ້າຮ່ວມການແຂ່ງຂັນບານເຕະອາຊີຢູ່ອິນເດຍ

ທີມຊາດຍິງຫວຽດນາມ ເດີນທາງໄປເຂົ້າຮ່ວມການແຂ່ງຂັນບານເຕະອາຊີຢູ່ອິນເດຍ

ວັນທີ 16 ມັງກອນ, ທີມຊາດຍິງຫວຽດນາມ ດ້ວຍສະມາຊິກ 10 ຄົນໄດ້ມີໜ້າຢູ່ອິນເດຍ ເພື່ອເຂົ້າຮ່ວມການແຂ່ງຂັນຮອບຊິງຊະນະເລີດບານເຕະຍິງອາຊີ 2022. ໂດຍຮັບຮູ້ວ່າ ສະມາຊິກຄົນອື່ນໆອີກ 19 ຄົນແມ່ນຍັງຢູ່ແອັດສະປາຍ (ສະຖານທີ່ຝຶກແອບ) ເພື່ອປິ່ນປົວ ແລະໜູນຊ່ວຍປິ່ນປົວໂຄວິດ-19.

ຫວຽດນາມ ມອບປ້ອມຕໍາຫຼວດຊາຍແດນຢູ່ແຂວງຫົວພັນໃຫ້ລາວ

ຫວຽດນາມ ມອບປ້ອມຕໍາຫຼວດຊາຍແດນຢູ່ແຂວງຫົວພັນໃຫ້ລາວ

ທີ່ບ້ານມ່ວງ, ເມືອງສົບເບົາ, ແຂວງຫົວພັນ, ລາວ, ກອງບັນຊາການທະຫານຊາຍແດນແຂວງເຊີນລາ ຫາກໍ່ດໍາເນີນພິທີມອບ-ຮັບປ້ອມຕໍາຫຼວດບ້ານມ່ວງໃຫ້ຫ້ອງການປ້ອງກັນຄວາມສະຫງົບເມືອງສົບເບົາ.

ກິລາຫວຽດນາມ ສູ້ຊົນຍາດຫຼຽນຄຳໃຫ້ໄດ້ 3 ເຖິງ 5 ຫຼຽນຢູ່ ASIAD 19

ກິລາຫວຽດນາມ ສູ້ຊົນຍາດຫຼຽນຄຳໃຫ້ໄດ້ 3 ເຖິງ 5 ຫຼຽນຢູ່ ASIAD 19

ເພື່ອປະຕິບັດສໍາເລັດເປົ້າໝາຍທີ່ກ່າວມາຂ້າງເທິງນັ້ນ, ກົມໃຫຍ່ກິລາ-ກາຍະກໍາ ໄດ້ຍົກສູງທິດນໍາທີ່ວ່າ “ເດັດດ່ຽວກະທໍາ-ຄາດຫວັງອຸທິດສ່ວນ”, ໄປຄຽງຄູ່ກັບການ “ປ່ຽນແປງໃໝ່, ປະດິດສ້າງ, ສາມັກຄີ, ຮັດແໜ້ນລະບຽບວິໄນ, ລະບຽບການບໍລິຫານ”.

ທະນາຄານໂລກ WB: ເສດຖະກິດຫວຽດນາມຈະມີອັດຕາເລັ່ງເພີ່ມຂຶ້ນໃນປີ 2022

ທະນາຄານໂລກ WB: ເສດຖະກິດຫວຽດນາມຈະມີອັດຕາເລັ່ງເພີ່ມຂຶ້ນໃນປີ 2022

ຍ​ສ​ໝ - ດ້ວຍ​ສົມ​ມຸ​ດ​ຖານ​ທີ່​ວ່າ ໂຄວິດ-19 ຖືກ​ຄວບ​ຄຸມ​ຂ້ອນ​ຂ້າງ​ດີ​ພາຍ​ໃນ​ປະ​ເທດ ແລະ ໃນ​ທົ່ວ​ໂລກ, WB ຄາດ​ຄະ​ເນ GDP ຫວຽດ​ນາມ​ປີ​ນີ້​ຈະ​ເພີ່​ມ​ຂຶ້ນ 5,5%.

ຫວຽດນາມ- ຈີນ ສົມທົບກັນແກ້ໄຂບັນຫາການຄ້າຢູ່ດ່ານຊາຍແດນ

ຫວຽດນາມ- ຈີນ ສົມທົບກັນແກ້ໄຂບັນຫາການຄ້າຢູ່ດ່ານຊາຍແດນ

ຍສໝ - ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີລັດຖະບານ ຈີນ ຫຼີເຄີຊຽງ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງການພົວພັນການທູດ ຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2022).

ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຢ້ຽມ​ຢາມ, ລົງລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ສາ​ທາ​ລະ​ນຸ​ສຸກ ຢູ່ ດ່າ​ໜັງ

ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຢ້ຽມ​ຢາມ, ລົງລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ສາ​ທາ​ລະ​ນຸ​ສຸກ ຢູ່ ດ່າ​ໜັງ

ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງຢ້ຽມຢາມ, ມອບຂອງຂວັນລະດົມກຳລັງໃຈບັນດາແພດໝໍ, ພະຍາບານຢູ່ໂຮງໝໍ ດ່າໜັງ ແລະ ໂຮງໝໍ C ດ່າໜັງ. ນີ້ແມ່ນບັນດາໂຮງໝໍທີ່ມີຜົນງານຫຼາຍຢ່າງໃນວຽກງານວິຊາສະເພາະ, ຮັບໃຊ້ວຽກງານກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນນະຄອນ ດ່າໜັງ ແລະ ຫຼາຍແຂວງ ນັບແຕ່ແຂວງ ເງະອານ ຕະຫຼອດຮອດບັນດາແຂວງໄຕງວຽນ, ພ້ອມດຽວກັນນັ້ນ, ບັນດາໂຮງໝໍດັ່ງກ່າວກໍປະຕິບັດວຽກງານຮັບ, ປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ - 19 ໄດ້ເປັນຢ່າງດີ.

ການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022

ການເຄື່ອນໄຫວຢ້ຽມຢາມ ແລະ ມອບຂອງຂວັນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022

ຍສໝ - ຫວ່າງແລ້ວນີ້, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນກວາງເຟືອງ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ອວຍພອນກຳລັງປະກອບອາວຸດ ທະຫານເຂດ 9 ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ຫວຽດນາມ 2022.

ເພີ່ມທະວີການພົວພັນດ້ານການຄ້າ ລະຫວ່າງ ຫວຽດນາມ ແລະ ເບລາຣຸດ

ເພີ່ມທະວີການພົວພັນດ້ານການຄ້າ ລະຫວ່າງ ຫວຽດນາມ ແລະ ເບລາຣຸດ

ຍສໝ - ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ດັ້ງຫ່ວາງອ່ານ ແລ້ວ, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ຍັງບໍ່​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ເບ​ລາຣຸດ R.A. Golovchenko ​ໃນ​ປີ 2022, ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ ສາມາດ​ພົບ​ປະ​ແລກປ່ຽນ​ໂດຍ​ກົງ​ ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ.

ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ

ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ

ຍສໝ - ຫວ່າງແລ້ວນີ້, ຢູ່ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເບລາຣຸດ Kikolai Borservich ເມື່ອເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ຫວຽດນາມ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສັກ​ຢາ​ວັກ​ຊີ​ນ​ຕ້ານ Covid-19 ໂດຍໄວ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສັກ​ຢາ​ວັກ​ຊີ​ນ​ຕ້ານ Covid-19 ໂດຍໄວ

ຍສໝ - ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ ຫາ​ກໍ່​ຮຽກຮ້ອງ​ໃຫ້​ກະຊວງ​ສາທາລະນະ​ສຸກ ​ຈົ່ງອອກ​ເອກະສານແນະນໍາຢ່າງລະອຽດ​ໃຫ້​ຄະນະ​ກຳມະການ​ປະຊາຊົນ ​ແລະ ບັນດາ​ພະ​ແນ​ກສາທາ​ລະນະ​ສຸກ​ຂອງ​ບັນດາ​ແຂວງ, ນະຄອນ ​ເລັ່ງ​ຈັດ​ຕັ້ງ​ການ​ສັກ​ວັກຊິນປ້ອງ​ກັນ ​ແລະ ​ເພີ່ມ​ທະວີ​ການ​ປິ່ນປົວ​ພະຍາດ F0 ຢູ່​ບ້ານ.

ເຝີຫວຽດນາມຜ່ານທະລຸເຂົ້າໄປໃນສຸດຍອດບັນດາປະເພດອາຫານທີ່ມີນ້ຳຊຸບແຊບທີ່ສຸດໃນໂລກ

ເຝີຫວຽດນາມຜ່ານທະລຸເຂົ້າໄປໃນສຸດຍອດບັນດາປະເພດອາຫານທີ່ມີນ້ຳຊຸບແຊບທີ່ສຸດໃນໂລກ

ຍ​ສ​ໝ - CNN ຫາ​ກໍ​ປະ​ກາດ​ລາຍ​ຊື່​ປະ​ເພດ​ອາ​ຫານ​ທີ່​ມີ​ນ້ຳ​ຊຸບ​ແຊບ​ທີ່​ສຸດ​ໃນ​ໂລກ​ຕາມ​ການ​ໃຫ້​ຄະ​ແນນ​ໂຫວດ​ຄັດ​ເລືອກ​ຈາກ​ບັນ​ດາ​ຊ່ຽວ​ຊານ​ການ​ປຸງ​ແຕ່ງ​ອາ​ຫານ. ໜຶ່ງ​ໃນ​ປະ​ເພດ​ອາ​ຫານ​ທຳ​ອິດ​ທີ່​ໄດ້​ຖືກ​ກ່າວ​ເຖິງ​ແມ່ນ​ເຝີ​ງົວ​ຫວຽດ​ນາມ.

ຕາຕະລາງວັນພັກປີໃໝ່ກຸດຫວຽດນາມ 2022 ຍາວ 9 ວັນ

ຕາຕະລາງວັນພັກປີໃໝ່ກຸດຫວຽດນາມ 2022 ຍາວ 9 ວັນ

ຍ​ສ​ໝ - ຜູ້​ອອກ​ແຮງ​ງານ​ຈະ​ໄດ້​ພັກ​ບຸນ​ປີ​ໃໝ່​ກຸດ​ຫວຽດ​ນາມນັບ​ແຕ່​ວັນ​ທີ 31 ມັງ​ກອນ ຈົນ​ຮອດ​ວັນ​ທີ 4 ກຸມ​ພາ ບວກ​ໃສ່​ກັບ​ວັນ​ພັກ​ທ້າຍ​ອາ​ທິດອີກ 4 ວັນ, ຜູ້​ອອກ​ແຮງ​ງານ​ສາ​ມາດ​ພັກ​ໄດ້​ຕິດ​ຕໍ່​ກັນ 9 ວັນ.

ລາວມອບໃບຍ້ອງຍໍໃຫ້ສ່ວນບຸກຄົນ ແລະໝູ່ຄະນະຊາວຫວຽດນາມ ທີ່ຕັ້ງໜ້າເຄື່ອນໄຫວການກຸສົນ

ລາວມອບໃບຍ້ອງຍໍໃຫ້ສ່ວນບຸກຄົນ ແລະໝູ່ຄະນະຊາວຫວຽດນາມ ທີ່ຕັ້ງໜ້າເຄື່ອນໄຫວການກຸສົນ

ຕອນຄໍ່າວັນທີ 12 ມັງກອນ, ທີ່ວັດເຝິດຕິ໊ກ ຢູ່ນະຄອນຫຼວງວຽງຈັນ, ລາວ ໄດ້ດໍາເນີນພິທີມອບໃບຍ້ອງຍໍໃຫ້ບຸກຄົນ ແລະໝູ່ຄະນະຊາວຫວຽດນາມ ທີ່ມີຜົນງານໃນວຽກງານຊ່ວຍເຫຼືອ ແລະຂົນຂວາຍການຊ່ວຍເຫຼືອໃຫ້ຊາວລາວ ທີ່ປະສົບໄພທໍາມະຊາດ, ພະຍາດໃນໄລຍະຜ່ານມາ ແລະພິທີປຸກລະດົມບໍລິຈາກໃຫ້ໂຄງການບູລະນະວັດເຝິດຕິ໊ກວຽງຈັນ.

ຈີນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ຈາກ​ຫວຽດ​ນາມ

ຈີນ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ຈາກ​ຫວຽດ​ນາມ

ຍສໝ - ກົມ​ການ​ນຳ​ເຂົ້າ-ສົ່ງ​ອອກ (ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ) ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ ຈີນ ໄດ້​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​ຢາງ​ພາ​ລາ​ຈາກ​ຫວຽດ​ນາມ. ອັດຕາສ່ວນ​ກວມ​ຕະຫຼາດ​ຢາງພາລາ​ຂອງ​ຫວຽດນາມ​ໃນ​ການ​ນຳ​ເຂົ້າ​ຢາງພາລາ​ທັງ​ໝົດ​ຂອງ​ຈີນ​ໃນ 11 ​ເດືອນ​ຕົ້ນ​ປີ 2021 ກວມ​ເອົາ 17,7%.

ການ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ - ​ເບ​ລາຣຸດ

ການ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ - ​ເບ​ລາຣຸດ

ຍສໝ - ​ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ໂຕແອງຢູງ ​ແລະ ທ່ານ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ເບ​ລາຣຸດ Nikolai Borisevich ​ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ ​ເບ​ລາຣຸດ, ການ​ແລກປ່ຽນກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ, ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ ຈໍານວນໜຶ່ງທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ກຽນຢາງ ສົ່ງຂອງຂວັນໜູນຊ່ວຍພີ່ນ້ອງຊາວຫວຽດນາມຢູ່ກຳປູເຈຍ ຕ້ອນຮັບບຸນປີໃຫມ່ປີຂານ 2022

ກຽນຢາງ ສົ່ງຂອງຂວັນໜູນຊ່ວຍພີ່ນ້ອງຊາວຫວຽດນາມຢູ່ກຳປູເຈຍ ຕ້ອນຮັບບຸນປີໃຫມ່ປີຂານ 2022

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ກຳປູ​ເຈຍ​ແລ້ວ, ຕອນ​ເຊົ້າ​ວັນ​ທີ 11 ມັງກອນ​ນີ້, ຢູ່​ດ່ານ​ຊາຍ​ແດນ​ສາກົນ​ຮ່າ​ຕຽນ (​ແຂວງ​ກຽນ​ຢາງ) - ​ Prek Chak (​ແຂວງ​ Kampot, ກຳປູ​ເຈຍ), ຜູ້ຕາງໜ້າ​ແຂວງ​ກຽນ​ຢາງ ​ໄດ້​ມອບ​ເງິນມູນຄ່າ 300 ລ້ານດົ່ງ ໃຫ້​ຜູ້​ຕາງໜ້າກົງສຸນໃຫຍ່ຫວຽດນາມ ຢູ່ແຂວງ ແຂວງ​ Kampot, ກຳປູ​ເຈຍ.

ຫວຽດນາມ

ຫວຽດນາມ "ປະມູນ" ສ່ວນໃຫຍ່ຜະລິດຕະພັນກະເສດທີ່ ກຳປູເຈຍ ສົ່ງອອກ

ຍສໝ - ປີ 2021, ຫວຽດນາມ ກວມເອົາ​ເກືອບ 80% ຍອດ​ມູນ​ຄ່າ​ວົງເງິນ​ຜະລິດ​ຕະພັນ​ກະ​ເສດທີ່​ກຳປູ​ເຈຍ ​ສົ່ງ​ອອກ, ​ໃນ​ນັ້ນ ໝາກ​ພິກ​ໄທ, ແກ່ນໝາກມ່ວງ​ຫິມະພານ, ຖົ່ວ​ຂຽວ... ກວມ​ເອົາ 96-99% ຍອດປະລິມານ​ຜະລິດ​ຕະພັນ.