ທະນາຄານໂລກ WB: ເສດຖະກິດຫວຽດນາມຈະມີອັດຕາເລັ່ງເພີ່ມຂຶ້ນໃນປີ 2022

14:00 | 16/01/2022

ຍ​ສ​ໝ - ດ້ວຍ​ສົມ​ມຸ​ດ​ຖານ​ທີ່​ວ່າ ໂຄວິດ-19 ຖືກ​ຄວບ​ຄຸມ​ຂ້ອນ​ຂ້າງ​ດີ​ພາຍ​ໃນ​ປະ​ເທດ ແລະ ໃນ​ທົ່ວ​ໂລກ, WB ຄາດ​ຄະ​ເນ GDP ຫວຽດ​ນາມ​ປີ​ນີ້​ຈະ​ເພີ່​ມ​ຂຶ້ນ 5,5%.

WB ຄາດ​ວ່ານັບ​ແຕ່​ປີ 2022, ເສດ​ຖະ​ກິດຫວຽດ​ນາມຈະຟື້ນ​ຟູ​ກັບ​ຄືນ​ລະ​ດັບ 6,5 – 7% WB ຄາດ​ວ່ານັບ​ແຕ່​ປີ 2022, ເສດ​ຖະ​ກິດຫວຽດ​ນາມຈະຟື້ນ​ຟູ​ກັບ​ຄືນ​ລະ​ດັບ 6,5 – 7%
WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ WB: ຫວຽດນາມ ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດເຕີບໂຕໄວທີ່ສຸດໃນໂລກ

ດ້ວຍ​ສົມ​ມຸ​ດ​ຖານ​ທີ່​ວ່າ ໂຄວິດ-19 ຖືກ​ຄວບ​ຄຸມ​ຂ້ອນ​ຂ້າງ​ດີ​ພາຍ​ໃນ​ປະ​ເທດ ແລະ ໃນ​ທົ່ວ​ໂລກ, WB ຄາດ​ຄະ​ເນ GDP ຫວຽດ​ນາມ​ປີ​ນີ້​ຈະ​ເພີ່​ມ​ຂຶ້ນ 5,5%.

ລະ​ດັບ​ການ​ຄາດ​ຄະ​ເນ​ຂອງ​ທະ​ນາ​ຄານ​ໂລກ - WB ປັດ​ຈຸ​ບັນ​ຕ່ຳ​ກວ່າ​ເປົ້າ​ໝາຍ​ທີ່​ລັດ​ຖະ​ບານ​ກຳ​ນົດ​ອອກ​ແມ່ນ 6,5-7%, ກໍ​ຄື​ຕົວ​ເລກ​ທີ່ຄາດໄວ້​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ເຊັ່ນ HSBC (6,5%), ​ Standard Chartered (6,7%).

ທະນາຄານໂລກ WB: ເສດຖະກິດຫວຽດນາມຈະມີອັດຕາເລັ່ງເພີ່ມຂຶ້ນໃນປີ 2022
ພາບປະກອບ: vtv.vn

ຕາມ​ການ​ລາຍ​ງານ​ໃນ​ວັນ​ທີ 13 ມັງ​ກອນ ຂອງ WB, ຂົງ​ເຂດ​ການ​ບໍ​ລິ​ການ​ຂອງ​ຫວຽດ​ນາມ​ຈະ​ຄ່ອຍ​ຟື້ນ​ຕົວ​ເມື່ອ​ຜູ້​ຊົມ​ໃຊ້ ແລະ ນັກ​ລົງ​ທຶນ ໄດ້​ຄວາມ​ເຊື່ອ​ໝັ້ນ​ຄືນ​ມາ, ໃນ​ຂະ​ນະ​ທີ່​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ການປຸງ​ແຕ່ງ, ການຜະ​ລິດ ໄດ້​ຮັບ​ຜົນ​ປະ​ໂຫຍດ​ໂດຍ​ອາ​ໄສຄວາມ​ຮຽກ​ຮ້ອງຕ້ອງ​ການ​ທີ່​ຍືນ​ຍົງ​ຈາກອາ​ເມ​ລິ​ກາ, EU ແລະ ຈີນ. ຂະ​ແໜງ​ກະ​ສິ​ກຳ​ຄາດ​ວ່າ​ຈະ​ສືບ​ຕໍ່​ເຕີບ​ໂຕ​ດ້ວຍ​ລະ​ດັບ​ຂອງ​ໄລ​ຍະ 2020-2021, ທີ່ນຳ​ເອົາ​ການ​ປະ​ກອບ​ສ່ວນ​ເລັກ​ນ້ອຍ ແຕ່​ໝັ້ນ​ຄົງ​ໃຫ້​ແກ່​ການ​ເຕີບ​ໂຕ.​

ການ​ຂາດ​ດູນ​ງົບ​ປະ​ມານ ແລະ ໜີ້​ສິນ​ລວມ ຄາດ​ວ່າ​ຈະ​ຮັກ​ສາ​ອັດ​ຕາ​ສ່ວນໜີ້​ສິນ​ຕໍ່ GDP ທີ່​ຄາດ​ໄວ້​ແມ່ນ 58,8%, ຕ່ຳ​ກວ່າຫຼາຍ​ທຽບກັບ​ລະ​ດັບ​ເພ​ດານ​ຕາມ​ທີ່​ກຳ​ນົດ​ໄວ້.

WB ຕີ​ລາ​ຄາ​ຂະ​ບວນ​ການ​ຟື້ນຕົວ​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ຈະ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ດ້ວຍ​ນະ​ໂຍ​ບາຍຜ່ອນ​ຜັນ​ທາງ​ການ​ເງິນກວ່າ, ຢ່າງ​ໜ້ອຍ​ກໍ​ໃນ​ເຄິ່ງ​ປີ​ຕົ້ນ 2022. ແນວ​ໃດ​ກໍ​ຕາມ, ອົງການຈັດ​ຕັ້ງ​ນີ້ຍັງ​ບໍ່​ພິ​ຈາ​ລະ​ນາ​ກ່ຽວ​ກັບແຜນ​ການ​ສະ​ໜັບ​ສະ​ໜູນ​ແກ່​ຍາວ​ໃນ 2 ປີ ຂອງ​ຫວຽດ​ນາມ ເພາະ​ວ່າ​ໄລ​ຍະ​ການ​ສ້າງ​ບົດ​ລາຍ​ງານ ແຜນ​ການ​ສະ​ໜັບ​ສະ​ໜູນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະ​ກາດ​ໃຊ້​ທາງ​ດ້ານ​ຂອບ​ເຂດ ແລະ ເນື້ອ​ໃນ.

ເຖິງ​ແມ່ນ​ວ່າແນວນັ້ນ, ແນວ​ໂນ້ມ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ຍັງ​ຄົງ​ເຕັມ​ໄປ​ດ້ວຍ​ຄວາມສ່ຽງຫຼາຍ​ຢ່າງ, ເປັນ​ຕົ້ນ​ແມ່ນ​ຕໍ່​ໜ້າ​ສະ​ພາບ​ການ​ຜັນ​ແປ​ທີ່ບໍ່​ທັນ​ຈະ​ແຈ້ງ​ຂອງ​ພະ​ຍາດ​ລະ​ບາດ. ການ​ແຜ່​ລາມ​ຂອງພະ​ຍາດ​ສາຍ​ພັນ​ໃໝ່​ອາດ​ຈະ​ພາ​ໄປ​ສູ່ການກຳ​ນົດ​ບັນ​ດາ​ມາດ​ຕະ​ການ​ເວັ້ນ​ໄລ​ຍະ​ຫ່າງ​ໃນ​ສັງ​ຄົມ, ເປັນ​ຜົນ​ສະ​ທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ທາງ​ເສດ​ຖະ​ກິດ. ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພາຍ​ໃນ​ປະ​ເທດທີ່​ຕ່ຳ​ກວ່າ​ທີ່​ຄາດ​ໄວ້ ອາດ​ຈະ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຂະ​ບວນ​ການ​ຟື້ນ​ຕົວ​ຂອງ​ຫວຽດ​ນາມ.

ນອກ​ຈາກນັ້ນ, ຫຼາຍຄູ່​ຮ່ວມ​ມື​ການ​ຄ້າ​ຂອງ​ຫວຽດ​ນາມກຳ​ລັງ​ປະ​ເຊີນ​ໜ້າ​ກັບສະ​ພາບ​ງົບ​ປະ​ມານ ແລະ ເງິນ​ຕາ​ທີ່​ຫົດ​ຕົວ​ລົງ, ອາດ​ຈະ​ຈຳ​ກັດ​ຄວາມ​ສາ​ມາດ​ໃນ​ການ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ບັນ​ດາ​ປະ​ເທດ​ນີ້ ຖ້າ​ສະ​ພາບ​ວິ​ກິດ​ການ​ຍັງ​ແກ່​ຍາວ, ສິ່ງ​ນີ້​ອາດ​ຈະເຮັດ​ໃຫ້​ມີ​ຄວາມ​ຊັກ​ຊ້າ​ໃນ​ການ​ຟື້ນ​ຕົວ​ຂອງ​ທົ່ວ​ໂລກ ແລະ ເຮັດ​ໃຫ້​ຄວາມ​ຕ້ອງ​ການຫຼຸດ​ຖອຍລົງ​ສຳ​ລັບ​ສິນ​ຄ້າ​ທີ່​ສົ່ງ​ອອກ​ຂອງ​ຫວຽດ​ນາມ.

ທະ​ນາ​ຄານ​ໂລກ​ເຊື່ອວ່າ​ບັນ​ດາ​ນະ​ໂຍ​ບາຍ​ຕອບ​ໂຕ້ທີ່ຮອບ​ຄອບ ສາ​ມາດຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຂ້າງ​ເທິງ. ບັນ​ດາ​ມາດ​ຕະ​ການ​ທາງ​ດ້ານ​ນະ​ໂຍ​ບາຍ​ການ​ເງິນ​ຈະ​ສະ​ໜັບ​ສະ​ໜູນ​ຄວາມ​ຕ້ອງ​ການ​ລວມ​ພາຍ​ໃນ​ປະ​ເທດ, ໃນ​ນັ້ນມີ​ການຫຼຸດ​ຜ່ອນ​ອັດ​ຕາພາ​ສີ​ອາ​ກອນ​ມູນ​ຄ່າ​ເພີ່ມ (VAT) ແລະ ເພີ່ມ​ການ​ໃຊ້​ຈ່າຍ​ໃຫ້​ແກ່​ສາ​ທາ​ລະ​ນະ​ສຸກ ແລະ ການ​ສຶກ​ສາ.

ບັນ​ດາ​ການ​ສະ​ໜັບ​ສະ​ໜູນ​ສະ​ເພາະ​ໃຫ້​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ທີ່​ຖືກ​ຜົນ​ກະ​ທົບ ກໍ​ຄວນ​ມີ​ຂອບ​ເຂດກວ້າງກວ່າ ແລະ ມີຈຸດສູມກວ່າ. ບັນ​ດາ​ກິດ​ຈະ​ການ​ສັງ​ຄົມສົງ​ເຄາະ ຕ້ອງ​ກຳ​ນົດ​ຖືກ​ຕາມ​ກຸ່ມ​ເປົ້າ​ທີ່​ຕ້ອງ​ການ​ຊ່ວຍ​ເຫຼືອ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ ເພ​ື່ອ​ແກ້​ໄຂ​ຜົນ​ກະ​ທົບທາງ​ສັງ​ຄົມ​ທີ່​ຮຸນ​ແຮງ​ຕ່າງໆ ແລະ ບໍ່​ສະ​ເໝີ​ພາບ​ຂອງວິ​ກິດ​ການ. ຄວາມ​ສ່ຽງ​ທີ່​ກຳ​ລັງ​ເພີ່ມ​ຂຶ້ນ​ໃນ​ຂົງ​ເຂດການ​ເງິນ​ກໍ​ຄວນ​ໄດ້​ຕິດ​ຕາມກວດ​ສອບ​ຢ່າງ​ລະ​ອຽດ ແລະ ເປັນ​ເຈົ້າ​ການ​ໃນ​ການ​ແກ້​ໄຂ.

ວິ​ລະ​ຊົນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.