ເຝີຫວຽດນາມຜ່ານທະລຸເຂົ້າໄປໃນສຸດຍອດບັນດາປະເພດອາຫານທີ່ມີນ້ຳຊຸບແຊບທີ່ສຸດໃນໂລກ

11:40 | 14/01/2022

ຍ​ສ​ໝ - CNN ຫາ​ກໍ​ປະ​ກາດ​ລາຍ​ຊື່​ປະ​ເພດ​ອາ​ຫານ​ທີ່​ມີ​ນ້ຳ​ຊຸບ​ແຊບ​ທີ່​ສຸດ​ໃນ​ໂລກ​ຕາມ​ການ​ໃຫ້​ຄະ​ແນນ​ໂຫວດ​ຄັດ​ເລືອກ​ຈາກ​ບັນ​ດາ​ຊ່ຽວ​ຊານ​ການ​ປຸງ​ແຕ່ງ​ອາ​ຫານ. ໜຶ່ງ​ໃນ​ປະ​ເພດ​ອາ​ຫານ​ທຳ​ອິດ​ທີ່​ໄດ້​ຖືກ​ກ່າວ​ເຖິງ​ແມ່ນ​ເຝີ​ງົວ​ຫວຽດ​ນາມ.

ເຝີຫວຽດນາມມີກຽດສະຫງ່າເທິງ Google ໃນ 20 ປະເທດ ເຝີຫວຽດນາມມີກຽດສະຫງ່າເທິງ Google ໃນ 20 ປະເທດ
ນາງງາມ, ນັກທຸລະກິດ ນີງຫງວຽນ ແລະ ຄວາມປາດຖະໜາຢາກນຳເອົາ ເຝີຫວຽດນາມ ໄປສູ່ ອາເມລິກາ ນາງງາມ, ນັກທຸລະກິດ ນີງຫງວຽນ ແລະ ຄວາມປາດຖະໜາຢາກນຳເອົາ ເຝີຫວຽດນາມ ໄປສູ່ ອາເມລິກາ

CNN ຫາ​ກໍ​ປະ​ກາດ​ລາຍ​ຊື່​ປະ​ເພດ​ອາ​ຫານ​ທີ່​ມີ​ນ້ຳ​ຊຸບ​ແຊບ​ທີ່​ສຸດ​ໃນ​ໂລກ​ຕາມ​ການ​ໃຫ້​ຄະ​ແນນ​ໂຫວດ​ຄັດ​ເລືອກ​ຈາກ​ບັນ​ດາ​ຊ່ຽວ​ຊານ​ການ​ປຸງ​ແຕ່ງ​ອາ​ຫານ. ໜຶ່ງ​ໃນ​ປະ​ເພດ​ອາ​ຫານ​ທຳ​ອິດ​ທີ່​ໄດ້​ຖືກ​ກ່າວ​ເຖິງ​ແມ່ນ​ເຝີ​ງົວ​ຫວຽດ​ນາມ.

ເຝີຫວຽດນາມຜ່ານທະລຸເຂົ້າໄປໃນສຸດຍອດບັນດາປະເພດອາຫານທີ່ມີນ້ຳຊຸບແຊບທີ່ສຸດໃນໂລກ
ພາບປະກອບ: Internet

ມາ​ຈົນ​ຮອດ​ດຽວ​ນີ້, ເຝີ​ງົວ​ຫວຽດ​ນາມ​ຍັງ​ຄົງ​ເປັນແບບ​ສະ​ບັບ​ເຝີ​ອັນ​ເປັນ​ທີ່​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ ຕາມ​ການ​ແນະ​ນຳ​ຈາກ CNN.

ເຝີ​ຫວຽດ​ນາມ​ທົ່ວ​ໄປ​ຈະ​ມີ​ສອງ​ປະ​ເພດຫຼັກ​ຄື: ຊີ້ນ​ງົວ​ຕົ້ມ​ສຸກ ແລະ ລວກສຸກ​ຮາດ. ຊີ້ນ​ງົວ​ຕົ້ມ​ສຸກ ແມ່ນ​ປະ​ເພດ​ຊີ້ນ​ງົວ​ທີ່​ຕົ້ມ​ສຸກ​ໃນ​ນ້ຳ​ຊຸບ​ເລີຍ, ສ່ວນ​ຊີ້ນ​ງົວ​ລວກ​ສຸກ​ຮາດ ແມ່ນ​ຊີ້ນ​ທີ່​ຊອຍ​ເປັນ​ຕ່ອນ​ບາງໆ, ລວກ​​ນ້ຳ​ຮ້ອນ​ຟົດໆ​ພໍ​ປະ​ມານ. ຫຼັງ​ຈາກນັ້ນ, ແມ່​ຄ້າຜູ້​ປຸງ​ແຕ່ງ​ຈະ​ນຳ​ເອົາ​ຊີ້ນ​ລວກນັ້ນ​ຍາຍ​ໃສ່​ໃນ​ຖ້ວຍ​ເສັ້ນ​ເຝີ​ນຸ້ມໆ ເທ​ນ້ຳ​ຊຸບ​ຫອມໆ​ລົງ​ໃສ່ ແລ້ວ​ເສີບ​ບໍ​ລິ​ການ​ແຂກ​ລູກ​ຄ້າ.

​​ນອກ​ຈາກ​ເຝີ​ຂອງຫວຽດ​ນາມແລ້ວ​ ບັນ​ດາ​ປະ​ເພດ​ອາ​ຫານ​ອື່ນ​ກໍ​ນອນ​ໃນ​ບັນ​ຊີລາຍ​ຊື່​ຄື: ໝີ່​ງົວ​ລານ​ເຈົ່າ​ຂອງ​ຈີນ, ໝີ່​ລາ​ເມັງ​ຂອງ​ຍີ່​ປຸ່ນ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.