ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ

14:51 | 15/01/2022

ຍສໝ - ຫວ່າງແລ້ວນີ້, ຢູ່ສຳນັກງານກະຊວງການຕ່າງປະເທດຫວຽດນາມ, ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເບລາຣຸດ Kikolai Borservich ເມື່ອເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ຫວຽດນາມ.

ຫວຽດ​ນາມ ຢືນ​ຢູ່​ແຖວ​ໜ້າ​ບັນ​ດາ​ປະ​ເທດ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ການ​ສົ່ງ​ອອກ​ໄປ​ຍັງ ຮຸງ​ກາ​ຣີ ຫວຽດ​ນາມ ຢືນ​ຢູ່​ແຖວ​ໜ້າ​ບັນ​ດາ​ປະ​ເທດ​ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ການ​ສົ່ງ​ອອກ​ໄປ​ຍັງ ຮຸງ​ກາ​ຣີ
ການ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ - ​ເບ​ລາຣຸດ ການ​ປຶກສາ​ຫາລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ - ​ເບ​ລາຣຸດ
ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ

ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ເບລາຣຸດ Kikolai Borservich. ພາບ: vovworld.vn

ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖາໜາຢາກພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ເບລາຣຸດ, ຕີລາຄາສູງຕໍ່ ເລື່ອງເບລາຣຸດ ມອບວັດຖຸອຸປະກອນການແພດປ້ອງກັນຕ້ານ ໂຄວິດ-19 ໃຫ້ ຫວຽດນາມ ໃນເດືອນ ທັນວາ 2021 ທີ່ຜ່ານມາ. ທ່ານ ບຸ່ຍແທງເຊີນ ສະເໜີສອງກະຊວງການຕ່າງປະເທດ ຊຸກຍູ້ຟື້ນຟູການລຽກປ່ຽນຄະນະຜູ້ແທນໂດຍໄວ, ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນທຸກຂອບເຂດຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍແນໃສ່ນຳການພົວພັນສອງປະເທດໃຫ້ນັບມື້ນັບກ້າວເຂົ້າສູ່ປະສິດທິຜົນ.

ເມື່ອເຕື້ອງເຖິງການຮ່ວມມືຢູ່ບັນດາເວທີປາໄສສາກົນ, ທ່ານລັດຖະມົນຕີ ບຸ່ຍແທງເຊີນ ກ່າວຄຳຂອບໃຈຕໍ່ການຊ່ວຍເຫຼືອຂອງ ເບລາຣຸດ ໃນໄລຍະຜ່ານມາ ແລະ ສະແດງໃຫ້ເຫັນຄວາມເຊື່ອໝັ້ນ ສອງປະເທດຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກຮັກງານສາສັນຕິພາບ, ຄວາມໝັ້ນຄົງໃນພາກພື້ນ ແລະ ໃນໂລກ.

ທ່ານ Kikolai Borservich ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເນັ້ນໜັກວ່າ ເບລາຣຸດ ປາດຖະໜາຢາກຍູ້ແຮງການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ-ບຳລຸງສ້າງ, ວັດທະນາທຳ, ຮ່ວມມືທ້ອງຖິ່ນ…

ໄຊພອນ

302 Found

Found

The document has moved here.