ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ມີ​ການ​ສັກ​ຢາ​ວັກ​ຊີ​ນ​ຕ້ານ Covid-19 ໂດຍໄວ

14:07 | 14/01/2022

ຍສໝ - ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ ຫາ​ກໍ່​ຮຽກຮ້ອງ​ໃຫ້​ກະຊວງ​ສາທາລະນະ​ສຸກ ​ຈົ່ງອອກ​ເອກະສານແນະນໍາຢ່າງລະອຽດ​ໃຫ້​ຄະນະ​ກຳມະການ​ປະຊາຊົນ ​ແລະ ບັນດາ​ພະ​ແນ​ກສາທາ​ລະນະ​ສຸກ​ຂອງ​ບັນດາ​ແຂວງ, ນະຄອນ ​ເລັ່ງ​ຈັດ​ຕັ້ງ​ການ​ສັກ​ວັກຊິນປ້ອງ​ກັນ ​ແລະ ​ເພີ່ມ​ທະວີ​ການ​ປິ່ນປົວ​ພະຍາດ F0 ຢູ່​ບ້ານ.

ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ ​ລາວ ສິ້ນ​ສຸດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ເປັນ​ທາງ​ການຢ່າງ​ຈົບ​ງາມ ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສປປ ​ລາວ ສິ້ນ​ສຸດການ​ຢ້ຽມ​ຢາມ ສສ ຫວຽດ​ນາມ ເປັນ​ທາງ​ການຢ່າງ​ຈົບ​ງາມ
ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ຮັດ​ແໜ້ນການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ລາວ ຫວຽດ​ນາມ ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ຮັດ​ແໜ້ນການ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ ລາວ ຫວຽດ​ນາມ
ພາບປະກອບ: vneconomy.vn
ພາບປະກອບ: vneconomy.vn

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ໄດ້​ລົງ​ນາມ​ໃນໂທລະເລກທາງການ​ສະ​ບັບ​ເລກ​ທີ 28 ກ່ຽວ​ກັບ​ການ​ເລັ່ງ​ການ​ສັກວັກຊິນ​ປ້ອງ​ກັນ ແລະ ຍູ້ແຮງ​ການ​ປະ​ຕິ​ບັດ​ບັນດາມາດ​ຕະ​ການ​ປ້ອງ​ກັນ Covid-19.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19, ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ບັນດາ​ແຂວງ, ນະ​ຄອນ ສຸມ​ໃສ່​ຊີ້​ນຳ​ການ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ຢ່າງ​ເຂັ້ມ​ງວດ​ຕາມ​ບັນດາການຊີ້ນໍາ ແລະ ບັນດາມາດ​ຕະ​ການຮັບມືກັບສາຍພັນໃໝ່ Omicron.

ທ່ານນາຍົກລັດຖະມົນຕີ ​ໃຫ້​ໃສ່ໃຈຢ່າງເດັດຂາດ​ວ່າ ບໍ່ໃຫ້ປະໝາດ ຫຼື ​ບໍ່ມີ​ສະຕິ​ໃນ​ການ​ປ້ອງ​ກັນ​ພະຍາດ; ​ເພີ່ມ​ທະວີ​ການ​ປິ່ນປົວ​ຢູ່​ບ້ານ​ຕາມ​ການ​ຊີ້​ນຳ​ຂອງ​ກະຊວງ​ສາທາລະນະ​ສຸກ​ຢ່າງ​ເຂັ້ມ​ງວດ ​​ສໍາລັບ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ແບບ​ຄ່ອຍ ​ແລະ ​ບໍ່​ສະແດງ​ອາການ.

ຫົວໜ້າ​ຄະນະ​ຊີ້​ນຳ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19, ປະທານ​ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ ​ມີຄວາມຮັບຜິດຊອບໃນການ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ສັກວັກຊິນ​​ໃຫ້​ວ່ອງ​ໄວ, ຮັບປະກັນ​ຄວາມ​ປອດ​ໄພ, ມີວິທະຍາສາດ, ມີປະສິດທິ​ຜົນ​ຕາມ​ຄໍາແນະ​ນຳ​ຂອງ​ກະຊວງ​ສາທາລະນະ​ສຸກ ວາງອອກ; ຈັດຕັ້ງກຸ່ມເຄື່ອນທີ່ເພື່ອສັກວັກຊີນຢ່າງຮີບດ່ວນຢູ່ເຮືອນສໍາລັບຜູ້ທີ່ບໍ່ສາມາດໄປບ່ອນສັກຢາລວມສູນໄດ້.

ບັນດາທ້ອງຖິ່ນ, ອົງການ, ໜ່ວຍງານໃດທີ່ຍັງບໍ່ທັນມີພະນັກງານພຽງພໍໃນການຈັດຕັ້ງການກວດ ແລະ ປິ່ນປົວພະຍາດໂຄວິດ-19, ສັກວັກຊິນປ້ອງກັນພະຍາດ, ໂດຍສະເພາະແມ່ນກຳລັງການແພດຢູ່ຮາກຖານ ເພື່ອເພີ່ມທະວີໃຫ້ການປິ່ນປົວຢູ່ເຮືອນຕາມຄໍາແນະນຳຂອງກະຊວງສາທາລະນະສຸກ ກໍ່ຕ້ອງລາຍງານໃຫ້ຂັ້ນທີ່ມີໜ້າທີ່ໄດ້ຮັບຊາບໂດຍທັນທີ ເພື່ອໃຫ້ມີການລະດົມກຳລັງໜູນຊ່ວຍຢ່າງວ່ອງໄວ, ທັນການ.

ກະຊວງ​ສາທາລະນະ​ສຸກ​ມີ​ຄວາມ​ຮັບຜິດຊອບ​ໃນ​ການ​ຮັບປະກັນ​ໃຫ້​ມີ​ວັກ​ຊິນ ​ແລະ ຢາ​ປິ່ນປົວ​ພະຍາດ​ໂຄ​ວິດ-19 ​ໃຫ້​ພຽງພໍ, ​ສຸມ​ໃສ່​ຊີ້​ນຳ​ການ​ຜະລິດ ແລະ ເປັນເຈົ້າຕົນເອງ ໃນດ້ານວັກ​ຊິນພາຍ​ໃນ​ປະ​ເທດ​ໃຫ້​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ​ແລະ ຮັບປະກັນດ້ານ​ວິທະຍາສາດ, ຄວາມ​ປອດ​ໄພ, ມີປະສິດທິ​ຜົນ; ມີ​ເອກະສານ​ແນະ​ນຳ​ຢ່າງລະອຽດໃຫ້ແກ່ຄະນະ​ກຳມະການ​ປະຊາຊົນ, ​ພະ​ແນ​ກສາທາ​ລະນະ​ສຸກ​ແຂວງ, ນະຄອນ ​ໃນ​ການ​ເລັ່ງລັດ​ການຈັດ​ຕັ້ງ​ການ​ສັກ​ວັກ​ຊິນ​ປ້ອງ​ກັນ ​ແລະ ​ເພີ່ມ​ທະວີ​ການ​ປິ່ນປົວ​ຢູ່​ບ້ານ.

ກະຊວງ​ສາທາລະນະ​ສຸກ​ສືບ​ຕໍ່​ຄົ້ນຄວ້າ​ປະສົບ​ການ​ສາກົນ, ທາບທາມຄວາມຄິດເຫັນບັນດາຊ່ຽວຊານກ່ຽວກັບການ​ສັກ​ວັກຊິນ​ປ້ອງ​ກັນ​ພະຍາດ​ໂຄ​ວິດ-19; ​ເພີ່ມ​ທະວີ​ການ​ກວດກາ, ແນະ​ນຳ, ​ຫັນເປັນຄວາມ​ຮັບ​ຜິດ​ຊອບ​ຂອງບຸກຄົນ​ເພື່ອ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ສິ່ງຫຍໍ້ທໍ້, ຄວາມຟຸ່ມເຟືອຍ, ຜົນ​ປະ​ໂຫຍ​ດຂອງ​ກຸ່ມ​ໃນ​ການ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ພະຍາດ​ໂຄ​ວິດ-19.

ກະຊວງສາທາລະນະສຸກ ສົມທົບກັບກະຊວງສຶກສາທິການ ແລະ ບຳລຸງສ້າງ, ບັນດາອົງການທີ່ກ່ຽວຂ້ອງເລັ່ງຄົ້ນຄວ້າ, ທາບທາມປະສົບການຈາກຕ່າງປະເທດ ແລະ ພາຍໃນປະເທດ ໃນການຈັດຕັ້ງປະຕິບັດການນຳເຂົ້າ, ການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ເດັກທີ່ມີອາຍຸຕ່ຳກວ່າ 18 ປີ ທີ່ຕ້ອງຮັບປະກັນຄວາມປອດໄພ, ທັນການ, ມີວິທະຍາສາດ, ມີປະສິດທິພາບ.

ໄຊພອນ

ເຫດການ
302 Found

Found

The document has moved here.