ເພີ່ມທະວີການພົວພັນດ້ານການຄ້າ ລະຫວ່າງ ຫວຽດນາມ ແລະ ເບລາຣຸດ

16:30 | 15/01/2022

ຍສໝ - ຕາມ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ດັ້ງຫ່ວາງອ່ານ ແລ້ວ, ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ຍັງບໍ່​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ເບ​ລາຣຸດ R.A. Golovchenko ​ໃນ​ປີ 2022, ບັນດາ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ ສາມາດ​ພົບ​ປະ​ແລກປ່ຽນ​ໂດຍ​ກົງ​ ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ.

ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ
ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສາທາລະນະລັດ ເບລາຣຸດ ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສາທາລະນະລັດ ເບລາຣຸດ

ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ດັ້ງຫ່ວາງອ່ານ ​ເນັ້ນ​ໜັກຄືແນວ​ນັ້ນ ທີ່​ການ​ພົບ​ປະ ​ແລະ ​ເຮັດ​ວຽກ​ກັບ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ເບ​ລາຣຸດ - ທ່ານ N. N. Borisevich ​ໃນ​ວັນ​ທີ 11 ມັງກອນ​ນີ້ ຢູ່ ຮ່າ​ໂນ້ຍ. ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ ກ່ຽວ​ກັບ​ການ​ກະກຽມ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ເບ​ລາຣຸດ R.A. Golovchenko ​ໃນ​ປີ 2022.

​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ​ເບ​ລາຣຸດ ​ໄດ້​ພັດທະນາ​ການ​ຮ່ວມ​ມື​ຫຼາຍ​ດ້ານ​ ບົນ​ພື້ນຖານ​ມູນ​ເຊື້ອ​ມິດຕະພາບ​ທີ່​ມີ​ມາ​ແຕ່​ດົນ​ນານ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ຂອງ​ແຕ່ລະ​ປະ​ເທດຫວຽດນາມ ​ແລະ ​ເບ​ລາຣຸດ ສົມທົບ​ກັນ​ປະຕິບັດ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ​ເອີ​ລົບ ​ເຊິ່ງ ​ເບ​ລາຣຸດ ​ເຂົ້າ​ເປັນ​ສະມາຊິກ ​ແລະ ສັນຍາ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຂົງ​ເຂດ​ເສດຖະກິດ​ຫຼາຍ​ສະບັບ.

ເພີ່ມທະວີການພົວພັນດ້ານການຄ້າ ລະຫວ່າງ ຫວຽດນາມ ແລະ ເບລາຣຸດ
ເພີ່ມທະວີການພົວພັນດ້ານການຄ້າ ລະຫວ່າງ ຫວຽດນາມ ແລະ ເບລາຣຸດ. (ພາບ: vietnamplus)

ທ່ານ​ຮອງ​ລັດຖະມົນຕີ Borisevich ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມືທີ່ໜ້າ​ເຊື່ອ​ຖື​ ແລະ ສຳຄັນ​ທີ່​ສຸດ​ໃນ​ພາກ​ພື້ນ, ​​ເບ​ລາຣຸດ ຍາມ​ໃດ​ກໍ່​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ດັ່ງກ່າວ ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ເບລາຣຸດ ໃນປີ 2022 ຄາດວ່າຈະສ້າງກຳລັງແຮງຊຸກຍູ້ການພົວພັນຮ່ວມມືລະຫວ່າງ ສອງປະເທດຂຶ້ນສູ່ລະດັບສູງໃໝ່, ໜູນຊ່ວຍຊຸກຍູ້ການຮ່ວມມືດ້ານການຄ້າ ແລະ ການລົງທຶນສອງຝ່າຍ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ສອດຄ່ອງ​ກັບ​ສາຍ​ພົວພັນ​ທາງ​ການ​ເມືອງ ​ແລະ ການ​ທູດ​ທີ່​ສະໜິດ​ແໜ້ນ​ລະຫວ່າງ​ສອງ​ປະ​ເທດ.

ໜຶ່ງ​ໃນ​ການ​ກະກຽມ​ໃຫ້​ແກ່​ການ​ຢ້ຽມຢາມ​ຄັ້ງ​ນີ້ ​ແມ່ນ​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 15 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ຫວຽດນາມ - ​ເບ​ລາຣຸດ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ ວິທະຍາສາດ - ​ເຕັກນິກ. ຕາມ​ຄຳ​ຮຽກຮ້ອງ​ຂອງ​ຝ່າຍ​ເບ​ລາຣຸດ, ສອງ​ຝ່າຍ​ໄດ້​ຕົກລົງ​ ໂດຍ​ພື້ນຖານ​ວ່າ​ຈະ​ຈັດ​ກອງ​ປະຊຸມ​ຄັ້ງ​ນີ້​ໃນ​ທ້າຍ​ເດືອນ ມີນາ 2022.

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ຈະ​ດຳ​ເນີນ​ການ​ກວດກາ​ຄືນ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ສະພາບ​ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ​ເບ​ລາຣຸດ, ພ້ອມ​ກັນ​ນັ້ນ ກໍ່​ຮັກສາ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ສະຖານທູດ ​ເບ​ລາຣຸດ ປະຈຳ ຫວຽດນາມ ​ເພື່ອ​ປຶກສາ​ຫາລື​ບັນດາ​ຫົວ​ເລື່ອງ​ທີ່​ກ່ຽວຂ້ອການຈັດຕັ້ງກອງປະຊຸມ.

ພາຍຫຼັງ​ການ​ເຮັດ​ວຽກ​ກັບ​ການ​ນຳ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ, ທ່ານ​ຮອງ​ລັດຖະມົນຕີ Borisevich ຄາດ​ວ່າ​ ຈະ​ມີ​ການ​ພົບ​ປະ​ກັບ​ກົມ​ສົ່ງ​ເສີມ​ການ​ຄ້າ (ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ) ​ເພື່ອ​ສືບ​ຕໍ່​ປຶກສາ​ຫາລື​ບັນດາ​ຂໍ້​ສະ​ເໜີ​ລະອຽດ ​ເພື່ອ​ຊຸກຍູ້​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.