ຕາຕະລາງວັນພັກປີໃໝ່ກຸດຫວຽດນາມ 2022 ຍາວ 9 ວັນ

11:25 | 14/01/2022

ຍ​ສ​ໝ - ຜູ້​ອອກ​ແຮງ​ງານ​ຈະ​ໄດ້​ພັກ​ບຸນ​ປີ​ໃໝ່​ກຸດ​ຫວຽດ​ນາມນັບ​ແຕ່​ວັນ​ທີ 31 ມັງ​ກອນ ຈົນ​ຮອດ​ວັນ​ທີ 4 ກຸມ​ພາ ບວກ​ໃສ່​ກັບ​ວັນ​ພັກ​ທ້າຍ​ອາ​ທິດອີກ 4 ວັນ, ຜູ້​ອອກ​ແຮງ​ງານ​ສາ​ມາດ​ພັກ​ໄດ້​ຕິດ​ຕໍ່​ກັນ 9 ວັນ.

ເຂັ້ມ​ຂົ້ນ​ໄປ​ດ້ວຍສີ​ສັນ​ຂອງ​ຊຸດ​ເສື້ອ​ຍາວ​ ຫວຽດ​ນາມໃນ​ລາຍ​ການ​ສີ​ສັນ​ລະ​ດູ​ບານ​ໃໝ່ 2022 ເຂັ້ມ​ຂົ້ນ​ໄປ​ດ້ວຍສີ​ສັນ​ຂອງ​ຊຸດ​ເສື້ອ​ຍາວ​ ຫວຽດ​ນາມໃນ​ລາຍ​ການ​ສີ​ສັນ​ລະ​ດູ​ບານ​ໃໝ່ 2022
ຜູ້ອອກແຮງງານຈະໄດ້ພັກ 3 ວັນ ໃນຊ່ວງປີໃໝ່ສາກົນ 2022 ຜູ້ອອກແຮງງານຈະໄດ້ພັກ 3 ວັນ ໃນຊ່ວງປີໃໝ່ສາກົນ 2022

ຜູ້​ອອກ​ແຮງ​ງານ​ຈະ​ໄດ້​ພັກ​ບຸນ​ປີ​ໃໝ່​ກຸດ​ຫວຽດ​ນາມນັບ​ແຕ່​ວັນ​ທີ 31 ມັງ​ກອນ ຈົນ​ຮອດ​ວັນ​ທີ 4 ກຸມ​ພາ ບວກ​ໃສ່​ກັບ​ວັນ​ພັກ​ທ້າຍ​ອາ​ທິດອີກ 4 ວັນ, ຜູ້​ອອກ​ແຮງ​ງານ​ສາ​ມາດ​ພັກ​ໄດ້​ຕິດ​ຕໍ່​ກັນ 9 ວັນ.

ຫ້ອງວ່າ​ການ​ລັດ​ຖະ​ບານ​ໄດ້​ປະ​ກ​າດ​ແຈ້ງ​ການ​ເລກ​ທີ 245/VPCP-KGVX ວັນ​ທີ 11 ມັງ​ກອນ 2022 ຖ່າຍ​ທອດ​ຄຳ​ເຫັນ​ຂອງຮອງ​ລັດ​ຖະ​ມົນ​ຕີ ວູ໊ດືກ​ດ່າມ ກ່ຽວ​ກັບ​ການ​ພັກ​ບຸນ​ປີ​ໃໝ່​ກຸດ​ຫວຽດ​ນາມ ແລະ ວັນ​ຊາດ ປີ 2022 ຂອງ​ພະ​ນັກ​ງານ, ລັດ​ຖະ​ກອນ, ລັດ​ຖະ​ການ ແລະ ຜູ້​ອອກ​ແຮງ​ງານ.

ຕາຕະລາງວັນພັກປີໃໝ່ກຸດຫວຽດນາມ 2022 ຍາວ 9 ວັນ
ພາບປະກອບ: giadinhvaphapluat

ຕາມ​ເນື້ອ​ໃນ​ດັ່ງ​ກ່າວນັ້ນ, ໃນ 5 ວັນ​ຂອງ​ໄລ​ຍະ​ພັກ​ບຸນ​ປີ​ໃໝ່​ກຸດ​ຫວຽດ​ນາມ​ຕໍ່​ເນື້ອງ​ກັບ 4 ວັນ​ພັກ​ທ້າຍ​ອາ​ທິດ​ຂອງ​ອາ​ທິດ​ກ່ອນ ແລະ ຫຼັງ​ບຸນ​ປີ​ໃໝ່, ສະ​ນັ້ນ ລັດ​ຖະ​ກອນ, ລັດ​ຖະ​ການ ຈະ​ໄດ້​ພັກ​ເຖິງ 9 ວັນ​ລຽນ​ຕິດ​ກັນ.

ບັນ​ດາ​ອົງ​ການ, ບັນ​ດາຂະ​ແໜງທີ່​ດຳ​ເນີນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາ​ຕະ​ລາງ​ການ​ພັກ​ດັ່ງ​ກ່າວ ຕ້ອງມອບ​ໝາຍ​ຈັດ​ແບ່ງ​ບັນ​ດາ​ພາກ​ສ່ວນ​ທີ່​ເຮັດ​ວຽກ​ໃຫ້​ເໝາະ​ສົມ ເພື່ອ​ແກ້​ໄຂວຽກ​ງານ​ໃຫ້​ຕໍ່​ເນື່ອງ, ຮັບ​ປະ​ກັນ​ວຽກ​ງານ​ການ​ບໍ​ລິ​ການ​ອົງ​ການ​ຈັດ​ຕັ້ງ, ປະ​ຊາ​ຊົນ ແລະ ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ການ​ລະ​ບາດ​ພະ​ຍາດ​ໂຄວິດ-19.

​ການ​ພັກ​ແຕ່​ລະ​ອາ​ທິດ, ການ​ພັກ​ບຸນ, ພັກ​ງານ​ເທດ​ສະ​ການ​ຕ່າງໆ ດຳ​ເນີນ​ຕາມ​ຂໍ້​ກຳ​ນົດ​ຂອງ​ປະ​ມວນ​ກົດ​ໝາຍ​ແຮງ​ງານ. ບັນ​ດາ​ກະ​ຊວງ, ອົງ​ການ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ທີ່​ຂ​ອ້ນ​ກັບ​ສູນ​ກາງ ພ້ອມ​ກັນຈັດ​ຕັ້ງ​ປະ​ຕິ​ບັດໜ້າ​ທີ່​ຕ່າງໆ​ທີ່​ໄດ້​ຖືກມອບ​ໝາຍ​ຢ່າງ​ເຂັ້ມ​ງວດ​ຕາມ​ຄຳ​ແນະ​ນຳ ເລກ​ທີ 35/CT-TTg ວັນ​ທີ 31 ທັນ​ວາ 2021 ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ມາດ​ຕາ​ຕະ​ການ​ຮັບ​ປະ​ກັນ​ການ​ສະ​ເຫຼີມ​ສະຫຼອງ​ຕ້ອນ​ຮັບ​ປີ​ໃໝ່ກຸດ​ຫວຽດ​ນາມ 2022 ຢ່າງ​ມ່ວນ​ຊື່ນ, ອົບ​ອຸ່ນ, ສະ​ຫງົບ​ປອດ​ໄພ, ປະ​ຫຍັດ​ມັດ​ທະ​ຍັດ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.