ຫວຽດນາມ- ຈີນ ສົມທົບກັນແກ້ໄຂບັນຫາການຄ້າຢູ່ດ່ານຊາຍແດນ

12:23 | 16/01/2022

ຍສໝ - ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີລັດຖະບານ ຈີນ ຫຼີເຄີຊຽງ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງການພົວພັນການທູດ ຫວຽດນາມ - ຈີນ (18 ມັງກອນ 1950 – 18 ມັງກອນ 2022).

ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ
ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ໂອ້ລົມທາງໂທລະສັບກັບ ປະທານາທິບໍດີລັດເຊຍ ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ໂອ້ລົມທາງໂທລະສັບກັບ ປະທານາທິບໍດີລັດເຊຍ

ໃນການໂອ້ລົມທາງໂທລະສັບ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີໂດຍຖືວ່າ: ປີ 2021, ການພົວພັນພັນ ຫວຽດນາມ - ຈີນ ສືບຕໍ່ພັດທະນາ ແລະ ບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ.

ເຖິງວ່າຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ວົງເງິນການຄ້າ 2 ຝ່າຍຍັງຄົງບັນລຸສະຖິຕິໃໝ່, ຄາດວ່າບັນລຸກວ່າ 160 ຕື້ USD ໃນປີ 2021; ສາຍທາງລົດໄຟຕົວເມືອງກາດລິງ - ຮ່າດົງ ໄດ້ນຳເຂົ້າເຄື່ອນໄຫວຢ່າງສະດວກ; 2 ຝ່າຍຕັ້ງໜ້າສົມທົບກັນໃນການແກ້ໄຂບັນຫາຜະລິດ ຕະພັນກະເສດຂອງ ຫວຽດນາມ ຕິດຄັດອັ່ງອໍຢູ່ເຂດດ່ານຊາຍແດນ. ການຮ່ວມມືປ້ອງກັນ, ຕ້ານໂລກລະບາດແມ່ນຈຸດພົ້ນເດັ່ນໃນການພົວພັນ 2 ປະເທດ, ໂດຍສະເພາະ ແມ່ນການຮ່ວມມືດ້ານວັກຊີນກັນໂຄວິດ - 19.

ຫວຽດນາມ- ຈີນ ສົມທົບກັນແກ້ໄຂບັນຫາການຄ້າຢູ່ດ່ານຊາຍແດນ
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ສົນທະນາທາງໂທລະສັບກັບທ່ານ ຫຼີເຄີຊຽງ ນາຍົກລັດຖະມົນຕີຈີນ. ພາບ: TTXVN

ສຳລັບບັນຫາສິນຄ້າຕິດຄັດອັ່ງອໍຢູ່ເຂດດ່ານຊາຍແດນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, 2 ຝ່າຍຕ້ອງສົມທົບກັນຢ່າງແໜ້ນແຟ້ນ ແລະ ນຳໃຊ້ບັນດາມາດຕະການແກ້ໄຂທີ່ມີປະສິດທິຜົນ, ຂ້ຽວຂາດເພື່ອແກ້ໄຂບັນຫາສິນຄ້າຕິດຄັດອັ່ງອໍຢູ່ເຂດດ່ານຊາຍແດນ, ຮັບປະກັນການແລກປ່ຽນຄ້າຂາຍໃຫ້ລຸລ່ວງຕະຫຼອດ; ທ່ານກໍ່ສະເໜີໃຫ້ ຈີນ ສືບຕໍ່ເປີດກວ້າງການນຳເຂົ້າສິນຄ້າ ແລະ ຍູ້ໄວການເປີດປະຕູຕະຫຼາດສຳລັບຜະລິດຕະພັນກະເສດ, ໝາກໄມ້ບາງຊະນິດ ຂອງ ຫວຽດນາມ.

ກ່ຽວກັບບັນຫາຊາຍແດນດິນຕໍ່ແຜ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ສອງຝ່າຍສືບຕໍ່ປະຕິບັດເອກະສານນິຕິກຳກ່ຽວກັບຊາຍ ແດນທາງບົກ 3 ສະບັບໃຫ້ເປັນຢ່າງດີ, ແກ້ໄຂບັນຫາທີ່ເກີດຂຶ້ນໃນການຄຸ້ມຄອງ ເຂດຊາຍແດນຢ່າງທັນການ ແລະ ສົມເຫດສົມຜົນ; ສືບຕໍ່ເສີມຂະຫຍາຍບັນດາ ກົນໄກເຈລະຈາເພື່ອແນໃສ່ຮັກສາສັນຕິພາບສະຖຽນລະພາບຢູ່ທະເລຕາເວັນອອກໃຫ້ເປັນຢ່າງດີ, ເຄົາລົບຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງ ກັນໃຫ້ເໝາະສົມກັບກົດໝາຍສາກົນ, ແກ້ໄຂບັນຫາຢູ່ທະເລຢ່າງສົມເຫດສົມຜົນ ຕາມຈິດໃຈຄວາມຮັບຮູ້ລວມຂອງການນຳຂັ້ນສູງ ແລະ ເຄົາລົບກົດໝາຍ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ຕັ້ງໜ້າຊຸກຍູ້ການເຈລະຈາເພື່ອບັນລຸໄດ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ (COC) ຢ່າງແທ້ຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ.

ສ່ວນ ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ເນັ້ນໜັກວ່າ ຈີນ ຖືເປັນສຳຄັນ ແລະ ມີຄວາມສົນໃຈຕໍ່ຂໍ້ສະເໜີຂອງ ຫວຽດນາມ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ຖືນີ້ແມ່ນຂົງເຂດສຳຄັນໃນການຮ່ວມມືສອງຝ່າຍ. ທ່ານນາຍົກລັດຖະມົນຕີ ຫຼີເຄີຊຽງ ສະແດງຄວາມຫວັງຢາກຊຸກຍູ້ ບັນດາກົນໄກເຈລະຈາທາງທະເລລະຫວ່າງສອງປະເທດ ບັນລຸໄດ້ຄວາມຄືບ ໜ້າຢ່າງແທດຈິງໂດຍໄວ; ພ້ອມກັບ ຫວຽດນາມ ແລະ ບັນດາປະເທດອາຊຽນ ສືບຕໍ່ຄວາມມານະພະຍາຍາມສ້າງ COC ໃຫ້ສຳເລັດໂດຍໄວ.

ບູນມີ

ເຫດການ
302 Found

Found

The document has moved here.