ສືບ​ຕໍ່​ຍູ້ແຮງ, ຍົກສູງ​ພາບພົດ, ​ບົດບາດ​ຂອງ​ຫວຽດນາມ ທີ່​ເວທີ​ປາ​ໄສ UNESCO

20:07 | 15/01/2022

ຍສໝ - ຫວ່າງແລ້ວນີ້, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2021 ແລະ ທິດທາງແຜນການປີ 2022.

ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ ຫວຽດນາມ ​ແລະ ​ເບ​ລາຣຸດ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຕັ້ງໜ້າ​ປະກອບສ່ວນ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ
ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ​ຂອງ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ ວັກ​ຊິນ ແລະ ອັດ​ຕາ​ສັກ​ວັກ​ຊິນ​ຂອງ ຫວຽດ​ນາມ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ ຜູ້​ອຳ​ນວຍ​ການ​ເຂດ​ປາ​ຊີ​ຟິກຕາເວັນຕົກ​ຂອງ WHO: ວິ​ໄສ​ທັດ, ຍຸດ​ທະ​ສາດ ວັກ​ຊິນ ແລະ ອັດ​ຕາ​ສັກ​ວັກ​ຊິນ​ຂອງ ຫວຽດ​ນາມ ແມ່ນ​ປະ​ທັບ​ໃຈ​ທີ່​ສຸດ
ພາບປະກອບ: TTXVN
ພາບປະກອບ: TTXVN

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ UNESCO ດັ້ງ​ຮ່ວາງ​ຢາງ ​ໃຫ້​ຮູ້​ວ່າ: ປີ 2021 ຫວຽດນາມ ​ໄດ້​ສໍາເລັດອາຍຸ​ການ​ເປັນ​ສະມາຊິກ​ບໍ່​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ 2020-2021, ​ໄດ້​ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ຂອງ​ປະ​ເທດ​ ຫວຽດນາມ ທີ່ມີຄວາມຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ຢຸ່ບັນດາເວທີປາໄສສາກົນຢ່າງຕັ້ງໜ້າ ໃນນັ້ນມີ UNESCO.

ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ UNESCO ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມທະວີ ແລະ ພັດທະນາ​ເປັນ​ຢ່າງ​ດີ, ພິ​ເສດ​ແມ່ນ​ພາຍຫຼັງ​ການ​ຢ້ຽມຢາມ UNESCO ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມມີງຈິງ ​ໃນ​ເດືອນ ພະຈິກ 2021 ​ແລະ ສອງຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ UNESCO ​ໄລຍະ 2021 - 2025.

ເພື່ອ​ຍົກສູງ​ພາບ​ພົດ, ​ບົດບາດ​ຂອງ​ຫວຽດນາມ ທີ່​ເວທີ​ປາ​ໄສ UNESCO ໃນປີ 2022, ຄະນະ​ກຳມະການ​ແຫ່ງ​ຊາດ​ UNESCO ຫວຽດນາມ ເສີມຂະຫຍາຍບົດບາດສະມາຊິກ​ຢ່າງ​ຕັ້ງໜ້າ, ເປັນເຈົ້າການ ຢູ່ສະພາບໍລິຫານ​ງານ UNESCO ອາຍຸ​ການ 2021-2025 ​ແລະ ຄະນະ​ກໍາມະການລະຫວ່າງ​ລັດຖະບານ ສົນທິສັນຍາ 2005 ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ ​ແລະ ເສີມຂະຫຍາຍຄວາມ​ຫຼາກ​ຫຼາຍ​ດ້ານ​ວັດທະນະທຳ ​ອາຍຸ​ການ 2021-2025; ຈັດຕັ້ງປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ UNESCO ​ໄລຍະ 2021-2025.

ໄຊພອນ

ເຫດການ
302 Found

Found

The document has moved here.