ທາງລົດໄຟ ກາດລີງ - ຮ່າໂດງ: ຮູບພາບການພົວພັນຫວຽດນາມ - ຈີນ

14:08 | 18/01/2022

ຍສໝ - ຫວ່າງແລ້ວນີ້, ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ ໄດ້​ສົມທົບ​ກັບ​ສະຖານທູດ​ຈີນ​ປະຈຳ​ຫວຽດ​ນາມ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ໂຄງການ​ທາງ​ລົດ​ໄຟ​ຕົວ​ເມືອງ​ຮ່າ​ໂນ້ຍ, ​ເສັ້ນທາງ​ກາດລີງ - ຮ່າໂດງ.

ທາງລົດໄຟຫວຽດນາມ ຈະເຊື່ອມຕໍ່ກັບ ຈີນ, ລາວ ແລະ ກໍາປູເຈຍ ທາງລົດໄຟຫວຽດນາມ ຈະເຊື່ອມຕໍ່ກັບ ຈີນ, ລາວ ແລະ ກໍາປູເຈຍ
ທາງລົດໄຟສາກົນຢ່າງສຳຄັນການເຊື່ອມຕໍ່ຫວຽດນາມກັບຈີນ, ຂ້າມອາຊີ - ເອີຣົບ ທາງລົດໄຟສາກົນຢ່າງສຳຄັນການເຊື່ອມຕໍ່ຫວຽດນາມກັບຈີນ, ຂ້າມອາຊີ - ເອີຣົບ
ທາງລົດໄຟ ກາດລີງ - ຮ່າໂດງ: ຮູບພາບການພົວພັນຫວຽດນາມ - ຈີນ
ທາງລົດໄຟ ກາດລີງ - ຮ່າໂດງ: ຮູບພາບການພົວພັນຫວຽດນາມ - ຈີນ. (ພາບ: dantri)

ນີ້​ແມ່ນ​ໂຄງການ​ທາງ​ລົດ​ໄຟ ໃນ​ຕົວ​ເມືອງ​ແຫ່ງ​ທຳ​ອິດ​ຂອງ​ຫວຽດນາມ ​ແລະ ນະຄອນຫຼວງ​ຮ່າ​ໂນ້ຍ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ສຳ​ເລັດ​ຜົນ, ຮັບປະກັນ​ຄຸນ​ນະພາ​ບ. ​ໃນ​ຈຳນວນ 8 ​ເສັ້ນທາງ​ລົດ​ໄຟ​ ໃນ​ຕົວ​ເມືອງ​ທີ່​ເຊື່ອມ​ຕໍ່​ໃຈກາງ​ນະຄອນຫຼວງ​ຮ່າ​ໂນ້ຍ ກັບ​ບັນດາ​ນະຄອນ​ດາວ​ທຽມ, ​ເສັ້ນທາງ ​ກາດລີງ - ຮ່າໂດງ ​ໄດ້​ຮັບ​ການ​ຄັດ​ເລືອກ​ໃຫ້​ລັດຖະບານ ​ແລະ ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ລົງທຶນ​ໂດຍໄວ.

​ໂຄງການ​ດັ່ງກ່າວ​ ໄດ້​ເລີ່​ມລົງມື​ກໍ່ສ້າງ​ໃນ​ເດືອນ​ຕຸລາ ​ປີ 2011, ​ໄດ້​ລົງທຶນ​ດ້ວຍ​ເງິນກູ້ຢືມບຸລິມະສິດ ​ຈາກ​ລັດຖະບານ​ຈີນ ​ແລະ ​ທຶນ​ພາຍ​ໃນ​ປະ​ເທດ. ​ໂຄງການ​ປະກອບສ່ວນ​ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ນະຄອນ​ຮ່າ​ໂນ້ຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.