ຍສໝ - ວັນທີ 3 ພະຈິກນີ້, ຢູ່ທີ່ບາງກອກ ປະເທດໄທ, ນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ພົບປະກັບ ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ແລະ ນາຍົກລັດຖະມົນຕີ ກຳປູເຈຍ ຮຸນເຊັນ, ພົບປະກັບຜູ້ອຳນວຍການກອງທຶນເງິນຕາສາກົນ (IMF) ແລະ ເຈົ້າຊາຍແຫ່ງອັງກິດ.
ຍສໝ - ຕອນເຊົ້າວັນທີ 03 ພະຈິກ 2019, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ, ພ້ອມກັບການນຳບັນດາປະເທດອາຊຽນ ແລະ ບັນດາຄູ່ຮ່ວມມືໄດ້ເຂົ້າຮ່ວມພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35.
ເມື່ອບໍ່ດົນມານີ້, ທີ່ ແຂວງຈໍາປາສັກ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ 4 ແຂວງພາກໃຕ້ ໄດ້ຈັດກອງປະຊຸມເພື່ອຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດທ້າຍປີ 2019 ແລະ ວຽກງານຈຸດສຸມປະຈໍາປີ 2020.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ແລະ ພັນລະຍາ ຈະນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ຢູ່ບາງກອກ, ປະເທດໄທ.
ຍສໝ - ພິທີສະເຫຼີມສະຫຼອງ 15 ປີແຫ່ງວັນນັກທຸລະກິດຫວຽດນາມ, 74 ປີແຫ່ງວັນລຸງໂຮ່ ສົ່ງຈົດໝາຍເຖິງວົງການອຸດສາຫະກໍາ ແລະການຄ້າ ແລະມອບນາມມະຍົດນັກທຸລະກິດຫວຽດນາມດີເດັ່ນ - ຂັນແຖ໊ງຢ໊ອງ 2019 ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ ໃນຕອນເຊົ້າວັນທີ 13 ຕຸລາ 2019.
ຍສໝ - ໃນຕອນເຊົ້າວັນທີ 11 ຕຸລາ 2019, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບບັນດານັກລົງທຶນຕ່າງປະເທດທີ່ພວມມີບັນດາການເຄື່ອນໄຫວລົງທຶນຢູ່ ຫວຽດນາມ.
ຍສໝ - ໃນວັນທີ 9 ຕຸລາ 2019, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດລາວປະຈຳຫວຽດນາມ ທອງສະຫວັນ ພົມວິຫານ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດງານການທູດຢູ່ຫວຽດນາມ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮຽກຮ້ອງຜູ້ບໍລິຫານການສຶກສາທຸກຂັ້ນ ໃຫ້ເອົາໃຈໃສ່ສືບຕໍ່ພັດທະນາລະບົບການສຶກສາ ແລະ ຄູ ໃຫ້ທັນຍຸກທັນໄໝ ແລະ ຕໍ່ເນື່ອງ ເພື່ອຮັບປະກັນໃຫ້ແທດເໝາະກັບຄວາມ ຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ທ່ານນາຍົກລັດຖະມົນຕີ ກ່າວໃນໂອກາດເຂົ້າຮ່ວມພິທີສະເຫລີມສະຫລອງວັນຄູແຫ່ງຊາດ (7 ຕຸລາ 2019) ຄົບຮອບ 25 ປິ ເຊິ່ງຈັດຂຶ້ນຢ່າງເປັນທາງການ ທີ່ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 4 ຕຸລາ 2019 ໂດຍມີທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ, ບັນດາຮອງລັດຖະມົນຕີ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ໃນລະຫວ່າງວັນທີ 2 – 3 ຕຸລາ 2019, ສື່ມວນຊົນລາວ ໄດ້ໃຫ້ຂ່າວເປັນຈໍານວນຫຼວງຫຼາຍໃນໜ້າທໍາອິດ ແລະ ຖະແຫຼງການຮ່ວມລະຫວ່າງ ຫວຽດນາມ - ລາວ ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ຕາມຄໍາເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ຊວນ ຟຸກ.
ຍສໝ - ໃນວັນທີ 2 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະ ກັບທ່ານ ນາຍົກລັດຖະມົນຕີ ສປປ. ລາວ ທອງລຸນ ສີສຸລິດ ທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.
ໃນວັນທີ 02 ຕຸລາ 2019, ທີ່ ນະຄອນຫລວງ ຮ່າໂນ້ຍ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງລາວ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ້ ຈ໋ອງ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ, ທີ່ ຫ້ອງວ່າການສູນກາງພັກ ແລະ ເຂົ້າຢ້ຽມພົບປະຢ້ຽມຢາມ ສະຫາຍ ຫວຽນ ທິ ກິມ ເງິນ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ທີ່ ສະພາແຫ່ງຊາດ.
ຍສໝ - ຕອນບ່າຍວັນທີ 1 ຕຸລາ, ທີ່ທຳນຽບປະທານປະເທດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບຢ່າງເປັນທາງການ ນາຍົກລັດຖະມົນຕີລາວ ທ່ານທອງລຸນສີສຸລິດ ແລະ ພັນລະຍາ ມາຢ້ຽມຢາມແລະເຮັດວຽກ ຢູ່ຫວຽດນາມ.
ຍສໝ - ການລົງທືນ ແລະ ການຄ້າ ແມ່ນສອງຈຸດ ທີ່ເປັ່ງປະກາຍ ຂອງ ສາຍພົວພັນພິເສດ ຫວຽດນາມ - ລາວ. ປະຈຸບັນ, ຫວຽດນາມແມ່ນຜູ້ລົງທຶນໃຫຍ່ອັນດັບທີ 3 ໃນລາວ ດ້ວຍຍອດການລົງທຶນ ເຖິງ 4,1 ຕື້ USD.
ຍສໝ - ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະພັນລະຍາ ຈະນໍາໜ້າຄະນະຜູ້ແທນຂັ້ນສູງລັດຖະບານແຫ່ງ ສປປ ລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 1-3 ຕຸລາ 2019.
ໃນວັນທີ 26 ກັນຍາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຫງວຽນ ທິ ກິມ ເງິນ ກຳມະການກົມການເມືອງ ພັກກອມມູນິດຫວຽດນາມ, ປະ ທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 26-29 ກັນຍາ 2019.
ຕອນບ່າຍວັນທີ 23 ກັນຍາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມກັບການນໍາບັນດາກະຊວງ, ຂະແໜງການ, ບັນດາກຸ່ມບໍລິສັດ ເພື່ອຕີລາຄາໝາກຜົນຂອງການປະຕິບັດບັນດາສັນຍາ, ຂໍ້ຕົກລົງຂັ້ນສູງ ຫວຽດນາມ - ລາວ, ຫວຽດນາມ - ກໍາປູເຈຍ.
ໂດຍຕອບສະໜອງຕາມຄຳເຊີນ ຂອງ ສົມເດັດ ອັກຄະມະຫາເສນາບໍດີ ເຕໂຈ ຮຸນ ແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ ເດີນທາງໄປຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 12-13 ກັນຍາ 2019 ເພື່ອຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ເສີມຂະຫຍາຍການຮ່ວມມື ລະຫວ່າງ ລາວ ແລະ ກຳປູເຈຍ.
ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 2019-2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າລັດຖະບານ ແລະ ໃນນາມສ່ວນຕົວ ຝາກຄວາມຢ້ຽມ ຢາມຖາມຂ່າວອັນອົບອຸ່ນ, ຄຳອວຍພອນອັນປະເສີດ ມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ, ອາຈານ ແລະ ນັກຮຽນ-ນັກສຶກສາທຸກໆຄົນ ໃນທົ່ວປະເທດ, ຂໍໃຫ້ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີຄວາມຈະເລີນກ້າວໜ້າ ຕະຫລອດສົກຮຽນ ແລະ ຕະຫລອດໄປ.
ຍສໝ - ໂດຍ ໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຫງວ໋ຽນ ຊົນ ຟຸ໋ກ, ທ່ານນາຍົກລັດຖະມົນຕີມາເລເຊຍ Mahathir Mohamad ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ ວັນທີ 26 - 28 ສິງຫາ. ຕອນເຊົ້າວັນທີ 26 ສິງຫາ, ພິທີຕ້ອນຮັບນາຍົກລັດຖະມົນຕີມາເລເຊຍ ໄດ້ຈັດຂື້ນຢ່າງສົມກຽດ ທີ່ ສຳນັກງານປະທານປະເທດ. ພາຍຫຼັງພິທີຕ້ອນຮັບ, ຜູ້ນຳລັດຖະບານຂອງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ແລະ ພັນລະຍາ ໄດ້ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ໃນຕອນເຊົ້າວັນທີ 23 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ Scott Morrison ໄດ້ດຳເນີນການເຈລະຈາ.