ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດບັນດາກຳລັງປະກອບອາວຸດນະຄອນດ່ານັ້ງ

11:30 | 25/01/2020

ຍສໝ - ຕອນເຊົ້າວັນທີ 25 ມັງກອນ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ ລົງຢ້ຽມຢາມ ແລະ ອວຍພອນບຸນເຕັກບັນດາກຳລັງປະກອບອາວຸດນະຄອນດານັ້ງ, ຢ້ຽມຢາມ ແລະ ໂອ້ລົມກັບການນຳຕາແສງຖ້ວນເຟືອກ ເມືອງຫາຍເຈົາ.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດບັນດາກຳລັງປະກອບອາວຸດນະຄອນດ່ານັ້ງ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດບັນດາກຳລັງປະກອບອາວຸດນະຄອນດ່ານັ້ງ. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຍ້ອງຍໍຊົມເຊີຍ ບັນດາກຳລັງປະກອບອາວຸດນະຄອນດານັ້ງທີ່ໄດ້ປະຕິບັດໜ້າທີ່ປົກປັກຮັກສາ ສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອກໄພໃນສັງຄົມ ປະກອບສ່ວນສຳຄັນເຂົ້າໃນໝາກຜົນ ປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ບັນດາກຳລັງປະກອບອາວຸດນະຄອນດ່ານັ້ງ ຕ້ອງກາຍເປັນກຳລັງຫຼັກແຫຼ່ງປົກປັກຮັກສາຄວາມປອດໄພຂອງບັນດາກອງປະຊຸມຢ່າງສຳເລັດຜົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ ປີ 2020 ປີຊວດ ມີຫຼາຍເຫດການສຳຄັນຂອງປະເທດຊາດ, ນະຄອນດານັ້ງຕ້ອງເຮັດສຳເລັດແຜນການຂອງລັດໃນປີ 2020 ດ້ວຍຄວາມຕັດສິນໃຈສູງກວ່າ, ດີກວ່າ, ຮອບດ້ານກວ່າ. ບັນຫາທີ 2 ແມ່ນກ່ຽວຂ້ອງເຖິງພວກເຮົາ, ນັ້ນແມ່ນກອງປະຊຸມອາຊຽນຈະດຳເນີນຢູ່ດານັ້ງ ຊຶ່ງອາດຈະມີຜູ້ແທນນັບພັນຄົນເຂົ້າຮ່ວມ. ເພາະສະນັ້ນ, ໜ້າທີ່ຂອງບັນດາສະຫາຍແມ່ນໃຫຍ່ຫຼວງທີ່ສຸດ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.