ກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ຄັ້ງທີ 42: ຢືນຢັນຄວາມ ສຳຄັນຂອງການຕ່າງປະເທດ

11:26 | 03/01/2020

ຍສໝ - ນາຍົກລັດຖະມົນຕີລາວ, ທ່ານ ທອງລຸນສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງລັດຖະບານລາວ ໄດ້ເດີນທາງມາຢ້ຽມຢາມ ສສ.ຫວຽດນາມ ຢ່າງເປັນທາງການເປັນເວລາ 3 ວັນ, ແຕ່ວັນທີ 2 - 4 ມັງກອນ.

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີລາວ ທ່ານ ທອງລຸນ ສີສຸລິດ ໄດ້ນຳພາຄະນະຜູ້ແທນຂັ້ນສູງລັດຖະບານລາວ ໄປຢ້ຽມຢາມຫວຽດນາມ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານສອງປະເທດ ຫວຽດນາມ - ລາວ ທີ່ຮ່າໂນ້ຍ.

ເຂົ້າຮ່ວມກອງປະຊຸມມີບັນດາທ່ານຜູ້ນຳ ຂອງກະຊວງ ແລະ ອົງການຕ່າງໆຂອງລາວເຊັ່ນ: ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ສປປ ລາວ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ, ປະທານຄະນະກຳມະການຮ່ວມມືລາວ - ຫວຽດນາມ; ລັດຖະມົນຕີຕ່າງປະເທດ ສະເຫລີມໄຊ ກົມມະສິດ; ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ວິໄລ ຫລ້າຄຳຟອງ ; ທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ...

ກອງປະຊຸມຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ຄັ້ງທີ 42: ຢືນຢັນຄວາມ ສຳຄັນຂອງການຕ່າງປະເທດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຢູ່ສຳນັກງານລັດຖະບານ, ວັນທີ 1 ຕຸລາ 2019. (ພາບ: TTXVN)

ການຈັດຕັ້ງກອງປະຊຸມຄັ້ງທີ 42 ຂອງຄະນະກຳມະການລະຫວ່າງລັດຖະບານສອງປະເທດ ຫວຽດນາມ - ລາວ ເພື່ອສືບຕໍ່ຢັ້ງຢືນບຸລິມະສິດດ້ານການທູດຂອງທັງສອງປະເທດ ແມ່ນການພັດທະນາສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຢ່າງບໍ່ຢຸດຢັ້ງ, ຮອບດ້ານ ລະຫວ່າງ ຫວຽດນາມ - ລາວ. ພ້ອມກັນນັ້ນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ, ສ້າງເປັນຊ່ອງທາງທີ່ເອກະພາບບັນດາການຊີ້ນຳ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ. ກອງປະຊຸມ ຂອງຄະນະກຳມະການລະຫວ່າງລັດຖະບານຫວຽດນາມ - ລາວ ຄັ້ງທີ 42 ໄດ້ດຳເນີນແຕ່ວັນທີ 2 - 4 ມັງກອນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.