ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມ ລາຍການ “ກຳລັງແຮງມະນຸດສະທຳ 2020” - ບຸນເຕັດສຳ ລັບຄົນທຸກຈົນ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

06:37 | 21/01/2020

ຍສໝ - ຕອນຄ່ຳວັນທີ 19 ມັງກອນ, ຄະນະກຳມະການສູນກາງສະພາກາແດງ ຫວຽດນາມ ໄດ້ຈັດຕັ້ງລາຍການ “ກຳລັງແຮງມະນຸດສະທຳ 2020” ດ້ວຍຫົວຂໍ້ວ່າ ບຸນເຕັດສຳລັບຜູ້ທຸກຈົນ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນພິທີ.

ໃນຊຸມປີທີ່ຜ່ານມາ, ຄະນະກຳມະການສູນກາງສະພາກາແດງ ຫວຽດນາມ ໄດ້ລິເລີ່ມ ແລະ ດຳເນີນບັນດາການເຄື່ອນໄຫວ, ການຂົນຂວາຍ ແລະ ໂຄງການທີ່ມີຄວາມໝາຍຫຼາຍຢ່າງເຊັ່ນ ວຽກງານສັງຄົມມະນຸດສະທຳ; ເບິ່ງແຍງດູແລສຸຂະພາບຂອງຊຸມຊົນ; ການບໍລິຈາກເລືອດ;…ພ້ອມກັນນັ້ນ, ກໍ່ໄດ້ຮັບການສະໜັບສະໜູນ ແລະ ການເຂົ້າຮ່ວມຂອງບຸກຄົນ ແລະ ອົງການຈັດຕັ້ງທີ່ມາພ້ອມກັບ ແລະ ສະໜັບສະໜູນກິດຈະກຳມະນຸດສະທຳ ໃນທົ່ວປະເທດ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງບັນດາການເຄື່ອນໄຫວຂອງສະມາຄົມກາແດງຫວຽດນາມ, ໃນນັ້ນມີການຈັດຕັ້ງໂຄງການບຸນເຕັດສຳ ລັບຄົນທຸກຈົນ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ; ຂອບໃຈຢ່າງເລິກເຊິ່ງຕໍ່ການຮ່ວມມື ແລະ ການສະໜັບສະໜູນຂອງທຸກຂັ້ນ, ຂະແໜງການ, ອົງການຈັດຕັ້ງ, ຊາວຫວຽດນາມ ແລະ ປະຊາຊົນຢູ່ຕ່າງປະເທດຈຳນວນຫຼວງຫຼາຍ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເບິ່ງແຍງຕົວຈິງໃຫ້ແກ່ຜູ້ທຸກຍາກ, ເພື່ອສ້າງເງື່ອນໄຂສະດວກໃຫ້ເຂົາເຈົ້າ ທີ່ໄດ້ຮັບບຸນເຕັດປະຈຳຊາດ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມ ລາຍການ “ກຳລັງແຮງມະນຸດສະທຳ 2020” - ບຸນເຕັດສຳ ລັບຄົນທຸກຈົນ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມ ລາຍການ “ກຳລັງແຮງມະນຸດສະທຳ 2020”. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວວ່າ: ພັກ, ລັດຖະບານຍາມໃດກໍ່ມີທັດສະນະສະເໝີຕົ້ນສະເໝີປາຍ ພັດທະນາເສດຖະກິດຕິດພັນກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ຮັບປະກັນການຊ່ວຍໜູນສັງຄົມ, ເອົາໃຈໃສ່ເບິ່ງແຍງດູແລໃຫ້ແກ່ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່ໃນສັງຄົມ. ລັດຈະສືບຕໍ່ປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຢ່າງແຮງ ແລະ ມີປະສິດທິຜົນ, ລາຍການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ໜູນຊ່ວຍບັນດາເປົ້າໝາຍມີຄວາມສ່ຽງສູງກ່ວາໝູ່ໃນສັງຄົມກໍ່ສ້າງສັງຄົມວັດທະນາຖາວອນ, ສາມັກຄີ, ມີຄວາມກະລຸນາ, ຍຸຕິທຳ, ສີວິໄລ.

ພຽງແຕ່ໃນໂອກາດບຸນປີໃໝ່ປະຈຳຊາດປີ 2020, ຍ້ອນໄດ້ຮັບການສະໜັບສະໜູນຈາກຄົນໃຈສັດທາ, ໄດ້ມອບຂອງຂວັນຈຳນວນກວ່າ 2,7 ລ້ານສ່ວນ ໃຫ້ຜູ້ຜູ້ທຸກຈົນ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມໃນຂອບເຂດທົ່ວປະເທດ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.