ນາຍົກລັດຖະມົນຕີຫວຽດນາມ ທ່ານ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີມຽນມາ

11:37 | 19/12/2019

ຍສໝ - ຕອນເຊົ້າວັນທີ 17 ທັນວາ, ພິທີຕ້ອນຮັບທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມກັບຄະນະຜູ້ແທນ ໄດ້ດໍາເນີນຢູ່ທໍານຽບປະທານາທິບໍດີ, ນະຄອນຫຼວງ ສາທາລະນະລັດ ສະຫະພາບມຽນມາ, ພາຍໃຕ້ການເປັນປະທານຂອງທ່ານ U Win Myint ປະທານາທິບໍດີມຽນມາ. ພາຍຫຼັງພິທີຕ້ອນຮັບ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ U Win Myint ປະທານາທິບໍດີມຽນມາ.

ທີ່ການພົບປະ, ທ່ານ U Win Myint ຢັ້ງຢືນວ່າ ການຢ້ຽມຢາມຈະປະກອບສ່ວນປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອໃນຕະຫຼອດ 45 ປີຜ່ານມາ ແລະການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃນປະຈຸບັນ.

ທ່ານ U Win Myint ແລະທ່ານ ຫງວຽນຊວນຟຸກ ແບ່ງປັນຂໍ້ສັງເກດວ່າ ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ ພວມພັດທະນາຢ່າງດີງາມ, ດ້ວຍການຫັນປ່ຽນຢ່າງຕັ້ງໜ້າໃນບັນດາຂົງເຂດ; ພິເສດ, ນໍ້າໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນ ແລະຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງນັບມື້ນັບໄດ້ຮັບການຮັດແໜ້ນ, ຜ່ານການແລກປ່ຽນບັນດາການຢ້ຽມຢາມ ແລະການພົບປະຂັ້ນສູງ ກໍ່ຄືການເພີ່ມທະວີການພົບປະແລກປ່ຽນປະຊາຊົນເປັນປະຈໍາ.

ນາຍົກລັດຖະມົນຕີຫວຽດນາມ ທ່ານ ຫງວຽນຊວນຟຸກ ພົບປະກັບປະທານາທິບໍດີມຽນມາ

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພົບປະກັບທ່ານ U Win Myint ປະທານາທິບໍດີມຽນມາ. ພາບ: ສໍານັກຂ່າວສານຫວຽດນາມ. (ພາບ: TTXVN)

ທ່່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມຖືເປັນສໍາຄັນທີ່ສຸດ ແລະຍາມໃດກໍ່ປາດຖະໜາຢາກເພີ່ມທະວີການພົວພັນກັບມຽນມາ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາຂອງອາຊຽນ ແລະພາກພື້ນ. ທ່ານ U Win Myint ສະໜັບສະໜູນການຍູ້ແຮງການຮ່ວມມືໃນທຸກດ້ານ, ນັບທັງທາງຝ່າຍພັກ, ສະພາແຫ່ງຊາດ ແລະໃນຫຼາຍຂົງເຂດ, ມານະພະຍາຍາມບັນລຸໄດ້ຫຼາຍຜົນງານທີ່ມີຄວາມໝາຍສໍາຄັນ, ແທດຈິງມຸ່ງໄປເຖິງການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນປີ 2020.

ກ່ຽວກັບບັນຫາທະເລຕາເວັນອອກ, ການນໍາສອງທ່ານໄດ້ເຫັນດີເປັນເອກະພາບຖືວ່າ ໂດຍເປັນສະມາຊິກອາຊຽນ, ຫວຽດນາມ ແລະມຽນມາ ພ້ອມກັບບັນດາປະເທດອາຊຽນ ຄວນສືບຕໍ່ສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນກ່ຽວກັບບັນຫາທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.