​ນາຍົກລັດຖະມົນຕີ ຫວຽດນາມ ສົ່ງ​ສານ​ອວຍພອນ​ເຖິງ​ການ​ນໍາ​ບັນດາ​ປະ​ເທດ ອາຊຽນ

21:27 | 01/01/2020

ຍສໝ - ວັນທີ 01 ມັງກອນ 2020, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ໄດ້ສົ່ງສານອວຍພອນປີໃໝ່ ເຖິງການນໍາບັນດາປະເທດ ອາຊຽນ.

​ນາຍົກລັດຖະມົນຕີ ຫວຽດນາມ ສົ່ງ​ສານ​ອວຍພອນ​ເຖິງ​ການ​ນໍາ​ບັນດາ​ປະ​ເທດ ອາຊຽນ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ (ພາບ: hanoimoi.com.vn)

ໃນສານອວຍພອນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢັ້ງຢືນວ່າຫວຽດນາມ ປາດຖະໜາຢາກພ້ອມກັບບັນດາປະເທດ ຜັນຂະຫຍາຍບັນດາການເຄື່ອນໄຫວ, ຂໍ້ລິເລີ່ມຢ່າງລະອຽດ; ປັບປຸງຄວາມສາມັກຄີ; ຍູ້ແຮງການຮ່ວມສໍາພັນ ແລະ ການເຊື່ອມຕໍ່; ເພີ່ມທະວີສີສັນ; ຊຸກຍູ້ການພົວພັນຕ່າງປະເທດ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງ ອາຊຽນ. ພ້ອມທັງຫວັງວ່າ ບັນດາປະເທດສະມາຊິກ ຈະພ້ອມກັນຮ່ວມແຮງຮ່ວມໃຈກໍ່ສ້າງ ແລະ ເພີ່ມພູນຄູນສ້າງປະຊາຄົມ ອາຊຽນ ໃຫ້ມີການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນ. ຫວຽດນາມ ປາດຖະໜາຢາກໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງຕັ້ງໜ້າຂອງບັນດາປະເທດ ອາຊຽນ ໃນການປະຕິບັດບັນດາຂໍ້ລິເລີ່ມດັ່ງກ່າວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.