ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບກອງທັບບັນດາປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ

06:50 | 22/12/2019

ຍສໝ - ຕອນບ່າຍວັນທີ 20 ທັນວາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບການນໍາກະຊວງປ້ອງກັນປະເທດ, ກອງທັບບັນດາປະເທດ ບຣູໄນ, ກໍາປູເຈຍ, ຈີນ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ສະຫະພັນ ລັດເຊຍ, ສິງກະໂປ ແລະ ໄທ.

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບກອງທັບບັນດາປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ

ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບກອງທັບບັນດາປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ.(ພາບ: tuoitre.vn)

ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ໃນຕະຫຼອດ 75 ປີຜ່ານມາ, ກອງທັບປະຊາຊົນຫວຽດນາມໄດ້ພັດທະນາຢ່າງຕໍ່ເນື່ອງ, ເຕີບໃຫຍ່ຂະຫຍາຍຕົວດ້ວຍບັນດາເຫຼົ່າທັບ, ເຫຼົ່າຮົບ, ພາກສ່ວນປະກອບກໍາລັງ ແລະອາວຸດ, ປະກອບອຸປະກອນດ້ານເຕັກນິກນັບມື້ນັບທັນສະໄໝ. ປະຕິບັດນະໂຍບາຍດ້ານປ້ອງກັນຊາດເອກະລາດ, ເປັນເຈົ້າຕົນເອງ, ພ້ອມກັນນັ້ນ ຫວຽດນາມ ກໍ່ເອົາໃຈໃສ່ເປັນພິເສດເຖິງການພັດທະນາ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດກັບບັນດາປະເທດບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ເພື່ອເປົ້າໝາຍສູງສຸດແມ່ນສັນຕິພາບ, ເອກະລາດ ແລະພັດທະນາ.

ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ນະໂຍບາຍດ້ານປ້ອງກັນຊາດຫວຽດນາມ ປະຕິບັດຕາມທິດນຳຮັກສາສັນຕິພາບ, ປ້ອງກັນຕົວ ແລະສືບຕໍ່ໄດ້ຢັ້ງຢືນໃນປຶ້ມປົກຂາວດ້ານປ້ອງກັນຊາດຫວຽດນາມປີ 2019 ທີ່ຫາກໍ່ໄດ້ປະກາດ. ຫວຽດນາມ ສະເໝີຕົ້ນສະເໝີປາຍປະຕິບັດແຜນນະໂຍບາຍແກ້ໄຂບັນດາບັນຫາຄົງຄ້າງ, ຄວາມບໍ່ລົງລອຍກັນ ແລະການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ.

ໃນສະພາບການໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ, ບັນດາ ກຳລັງເປັນປໍລະປັກສືບຕໍ່ຍູ້ແຮງ “ການຜັນປ່ຽນໂດຍສັນຕິ” ມ້າງເພທຳລາຍການປະຕິວັດ ຫວຽດນາມ, ຮຽກຮ້ອງໃຫ້ກອງທັບຫວຽດນາມຕ້ອງ ຍົກສູງສະຕິລະມັດລະວັງ, ຝຶກຝົນຫຼໍ່ຫຼອມການພ້ອມ ສູ້ຮົບຢ່າງເປັນປະຈຳ, ພ້ອມທັງຍົກສູງຄຸນທາດດ້ານການເມືອງ, ລະດັບວິຊາສະເພາະຢ່າງບໍ່ຢຸດຢັ້ງ, ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສາກົນ, ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວກູໄພກູຊີບ. ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາປະເທດຊາດໄດ້ຢ່າງໝັ້ນຄົງໃນທຸກກໍລະນີ, ທ່ານພົນເອກໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ຮູ້ວ່າ ກະຊວງປ້ອງກັນປະເທດໄດ້ຊີ້ນຳບັນດາກຳລັງ ກຳແໜ້ນສະພາບການເປັນປະຈຳ, ຕີຄາລາ ແລະ ຄາດຄະເນຢ່າງຖືກຕ້ອງໂດຍໄວ, ເພື່ອເປັນເຈົ້າການໃນການເປັນເສນາທິການຕໍ່ພັກ, ລັດ ໃນການແກ້ໄຂບັນດາກໍລະນີໃນເຄືອຂ່າຍອິນເຕີແນັດໄດ້ຢ່າງທັນການ.

ຜ່ານ 30 ປີແຫ່ງການປະຕິບັດວັນບຸນທົ່ວປວງຊົນປ້ອງກັນຊາດ, ພື້ນຖານປ້ອງກັນຊາດ, ກໍາລັງແຮງປົກປັກຮັກສາປະເທດຊາດຂອງຊາດຫວຽດນາມ ນັບມື້ນັບໄດ້ຮັບການປັບປຸງ ແລະເພີ່ມທະວີ. ກໍາລັງບົ່ມຊ້ອນ, ທ່າຮົບ, ກໍາລັງ, ພື້ນຖານວັດຖຸຂອງພື້ນຖານປ້ອງກັນຊາດນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຮອບດ້ານ ແລະຄົບຊຸດ... ວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດເຂົ້າສູ່ລວງເລິກດ້ວຍຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະສອງຝ່າຍ, ປະກອບສ່ວນຮັກສາສະພາບແວດລ້ອມສັນຕິພາບ ແລະຄວາມໝັ້ນຄົງຂອງຊາດ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.