ຫວຽດນາມ - ລາວ ເອກະພາບທິດທາງການຮ່ວມມືຢ່າງຮອບດ້ານ ໃນປີ 2020

09:20 | 05/01/2020

ໃນຕອນເຊົ້າວັນທີ 4 ມັງກອນ ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ -ລາວ.

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ, ໃນສະພາບການໂລກ ແລະ ພາກພື້ນໃນປີ 2019 ສືບຕໍ່ສັບສົນ, ຕາມຈິດໃຈການພົວພັນແບບພິເສດ, ສອງຝ່າຍໄດ້ແບ່ງປັນຄວາມຫຍຸ້ງຍາກ, ສິ່ງທ້າທາຍຮ່ວມກັນ. ສືບຕໍ່ປ່ຽນໃໝ່ວິທີການດຳເນີນທຸລະກິດ, ຍົກສູງປະສິດທິຜົນການຮ່ວມມື, ນຳການພົວພັນສອງຝ່າຍເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ພັດທະນາ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມພາກພູມໃຈເຖິງ ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ແລະ ຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການຮ່ວມມືສອງປະເທດໃນໄລຍະຜ່ານມາ ແລະ ວາງອອກທິດທາງການຮ່ວມມືໃນໄລຍະຈະມາເຖິງ.

ຫວຽດນາມ - ລາວ ເອກະພາບທິດທາງການຮ່ວມມືຢ່າງຮອບດ້ານ ໃນປີ 2020

ທັດສະນີຍະພາບກອງປະຊຸມຄັ້ງທີ 42 ລະຫວ່າງ ລັດຖະບານ ຫວຽດນາມ -ລາວ. (ພາບ: baoquocte.vn)

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ສອງຝ່າຍ ໄດ້ຮ່ວມມືຮອບດ້ານ ແລະ ສຳເລັດຜົນໃນທຸກຂົງເຂດ. ປີຜ່ານມາການຄ້າ ແລະ ການລົງທຶນບັນລຸໄດ້ໝາກຜົນພົ້ນເດັ່ນທີ່ສຸດໃນການຮ່ວມມືລະຫວ່າງສອງປະເທດ ດ້ວຍໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ເພີ່ມຂຶ້ນ ແລະ ຢືນອັນດັບທີ 3 ໃນຈຳນວນບັນດາປະເທດລົງທຶນຢູ່ລາວ ດ້ວຍຍອດເງິນລົງທຶນບັນລຸກວ່າ 5 ຕື້ USD. ການພົວພັນດ້ານການຄ້າລະຫວ່າງສອງປະເທດ ລື່ນກາຍລະດັບ 1,25 ຕື້ USD ແມ່ນລື່ນກາຍຄາດໝາຍຊື່ງສອງປະເທດໄດ້ວາງອອກ. ບັນດາຂົງເຂດອື່ນຄື ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ ກໍ່ໄດ້ຮັບການຊຸກຍູ້ໃນປີຜ່ານມາ.

ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ສອງຝ່າຍເປັນເອກະພາບປະຕິບັດບັນດາຖະແຫລງການຮ່ວມ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ, ບັນດາຂໍ້ຕົກລົງອື່ນໃຫ້ເປັນຢ່າງດີ, ໃນນັ້ນ ຂໍ້ຕົກລົງທີ່ໄດ້ລົງນາມໃນກອງປະຊຸມຄັ້ງນີ້ ດ້ວຍຫລາຍມາດຕະການແຮງກວ່າ, ມີຄຸນນະພາບກວ່າ.

“ນັ້ນແມ່ນສືບຕໍ່ຊຸກຍູ້ການພົວພັນດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບເຂົ້າສູ່ລວງເລິກ. ທີສອງ ແມ່ນການລົງທຶນ ການຄ້າ ນັບມື້ນັບມີປະສິດທິຜົນ, ສູ້ຊົນຮອດປີ 2020 ດ້ານການຄ້າເພີ່ມຂຶ້ນຢ່າງຫນ້ອຍສຸດ 10-15%.ຫວຽດນາມ ສືບຕໍ່ຊື້ໄຟຟ້າຂອງລາວ ດ້ວຍລະດັບ 2000-3000 MW ຊ່ຳບໍ່ໜຳ ແມ່ນຂຶ້ນເຖິງ 5000MWໃນໄລຍະຈະມາເຖິງ. ເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມຂົນສົ່ງ ເປັນຕົ້ນແມ່ນສ້າງຄວາມສະດວກໃຫ້ລາວ ຈາກປະເທດບໍ່ມີທະເລ ກາຍເປັນປະເທດມີທະເລຜ່ານຫວຽດນາມ. ສອງຝ່າຍປຶກສາຫາລື ແລະສົມທົບກັນສ້າງຍຸດທະສາດການຮ່ວມມືລະຫວ່າງສອງປະເທດໃນ 10 ປີຈະມາເຖິງ.”

ຫວຽດນາມ - ລາວ ເອກະພາບທິດທາງການຮ່ວມມືຢ່າງຮອບດ້ານ ໃນປີ 2020

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສປປ ລາວ ທອງລຸນ ສີສຸລິດ ເອກະພາບທິດທາງການຮ່ວມມືຢ່າງຮອບດ້ານ ໃນປີ 2020. (ພາບ: baoquocte.vn)

ບົນຈິດໃຈການພົວພັນແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ ສອງຝ່າຍ ຈະສະໜັບສະໜູນ ແລະ ຮ່ວມມືກັນຢ່າງມີປະສິດທິຜົນໃນບັນດາອົງການຈັດຕັ້ງ, ເວທີປາໄສສາກົນ ແລະ ພາກພື້ນ ຄື ອາຊຽນ, APEC, ASEM, ບັນດາເວທີປາໄສຮ່ວມມືແມ່ຂອງ…

ສ່ວນທ່ານ ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດໄດ້ຢັ້ງຢືນວ່າ ກອງປະຊຸມຄະນະກຳມະການລະຫວ່າງລັດຖະບານສອງປະເທດໄດ້ປະສົບຜົນສຳເລັດຢ່າງຈົບງາມ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດກໍ່ຖືວ່າ: ກອງປະຊຸມຄັ້ງນີ້ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມຖື ການພົວພັນກັບ ລາວເປັນສຳຄັນພິເສດ ເພື່ອພ້ອມກັນພັດທະນາເສດຖະກິດ ສັງຄົມຂອງ ສອງປະເທດ. ສິ່ງນີ້ອາດຈະຢັ້ງຢືນຄືນໃໝ່ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານລະຫວ່າງສອງປະເທດສືບຕໍ່ໄດ້ຮັບການ ຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.