ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ລາວ

08:39 | 27/12/2019

ຍສໝ - ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ໜູນຊ່ວຍພາລະກິດແຫ່່ງການສ້າງສາປະເທດຊາດຂອງ ປະຊາຊົນລາວ ອ້າຍນ້ອງ.

ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ ລາວ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດລາວ ສະເຫຼີມໄຊ ກົມມະສິດ (ພາບ: TTXVN)

ໃນຕອນເຊົ້າວັນທີ 26 ທັນວາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ.ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ໜູນຊ່ວຍພາລະກິດແຫ່່ງການສ້າງສາປະເທດຊາດຂອງ ປະຊາຊົນລາວ ອ້າຍນ້ອງ ແລະ ເນັ້ນໜັກວ່າ ປີ 2020 ເປັນປີບານພັບທີ່ສໍາຄັນສໍາລັບທັງສອງປະເທດ ນັບທັງວຽກງານພາຍໃນ ແລະ ວຽກງານການຕ່າງປະເທດນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ບັນດາກະຊວງ, ຂະແໜງການຂອງສອງປະເທດ ຈະສືບຕໍ່ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວແນໃສ່ສະເຫຼີມສະຫຼອງເຫດການສໍາຄັນຂອງສອງປະເທດໃຫ້ເປັນຢ່າງດີ; ຕັ້ງໜ້າໂຄສະນາ, ສຶກສາອົບຮົມໃຫ້ແກ່ປະຊາຊົນສອງປະເທດ, ໂດຍສະເພາະແມ່ນໄວໜຸ່ມ ກ່ຽວກັບມູນເຊື້ອຂອງສາຍພົວພັນແບບພິເສດລະຫວ່າງຫວຽດນາມ -ລາວ. ສອງຝ່າຍຈົ່ງເພີ່ມທະວີການສະໜັບສະໜູນເຊິ່ງກັນແລະກັນ, ໂດຍສະເພາະແມ່ນໃນບັນດາບັນຫາກ່ຽວຂ້ອງເຖິງການປ້ອງກັນຄວາມສະຫງົບ, ຍຸດທະສາດຂອງພາກພື້ນ; ປະກອບສ່ວນຮັກສາຄວາມສາມັກຄີີ ແລະ ບົດບາດເປັນໃຈກາງ ຂອງ ອາຊຽນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.