ວັນທີ 23 ທັນວາ 2019 ນີ້, ຢູ່ທີ່ສຳນັກງານປະທານປະ ເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ພ້ອມດ້ວຍ ຄະນະເຂົ້າຢ້ຽມຂໍ່ານັບ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ.
![]() |
ທ່ານ ບຸນຍັງ ວໍລະຈິດ ແລະ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ. (ພາບ: Lao's News Army)
ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການຢ້ຽມຢາມລາວຂອງທ່ານ ພົນເອກ ປຣະວິດ ວົງສຸວັນ, ພ້ອມດ້ວຍຄະນະ, ເຊິ່ງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ, ລາວ ແລະ ໄທເປັນປະເທດເພື່ອນບ້ານໃກ້ຄຽງທີ່ມີຊາຍແດນຕິດຈອດກັນທັງທາງບົກ, ທາງນໍ້າ, ມີຄວາມຜູກພັນທາງດ້ານປະຫວັດສາດ, ວັດທະນະທຳຮີດຄອງປະເພນີ ແລະ ພາສາປາກເວົ້າທີ່ຄ້າຍຄືກັນ, ປະຊາຊົນສອງປະເທດມີການໄປມາຫາສູ່ກັນ, ຈາກນັ້ນທ່ານບຸນຍັງວໍລະຈິດ, ປະທານປະເທດແຫ່ງສປປ ລາວ, ຍັງໄດ້ສະແດງຄວາມຊົມເຊີຍທີ່ສອງປະເທດ ໄດ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນຢ່າງເປັນປົກກະຕິ, ໃນທຸກລະດັບໃນຊຸມປີຕໍ່ໜ້າໃຫ້ມີການສືບຕໍ່ຊຸກ ຍູ້ເສີມຂະຫຍາຍການໄປມາຫາສູ່ໃນຫຼາຍຂົງເຂດຕື່ມອີກ.
ໃນໂອກາດດຽວກັນ, ທ່ານ ພົນເອກ ປຣະວິດ ວົງສຸວັນ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງ ສູງຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ສປປ ລາວ, ໂດຍທ່ານໄດ້ນຳເອົາເນື້ອໃນຈິດໃຈ ຜົນຂອງກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ລາວ-ໄທ ຄັ້ງ 26 ລາຍງານຕໍ່ທ່ານ ປະ ທານປະເທດຮັບຊາບ, ພ້ອມທັງຕີລາຄາສູງຕໍ່ການພົວພັນຮ່ວມ ມືໃນໄລຍະຜ່ານມາ, ທີ່ໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນ ຖານບ້ານໃກ້ເຮືອນຄຽງໃຫ້ນັບມື້ດີຂຶ້ນ.
(ແຫຼ່ງຂໍ້ມູນ: Lao's News Army)