ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລ

07:54 | 25/12/2019

ຍສໝ - ຕອນບ່າຍວັນທີ 23 ທັນວາ 2019, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ.

ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະການລ

ບັນຍາກາດທີ່ການພົບປະເຈລະຈາ.(ພາບ: ສໍານັກຂ່າວສານຫວຽດນາມ)

ທ່ານ ຫງວຽນຈີ໊ຢຸງ ຖືວ່າໄດ້ມີບາດກ້າວໃໝ່, ບັນລຸໄດ້ໝາກຜົນທີ່ໜ້າຮັບຮູ້. ສອງຝ່າຍໄດ້ຕັ້ງໜ້າແລກປ່ຽນບັນດາຄະນະພະນັກງານມາຮໍ່າຮຽນ ແລະແບ່ງປັນບົດຮຽນ. ເດືອນມິຖຸນາ 2019, ກອງປະຊຸມແລກປ່ຽນວິຊາສະເພາະ, ວິຊາການ, ຄຸ້ມຄອງເສດຖະກິດມະຫາພາກ, ຄຸ້ມຄອງການຊ່ວຍເຫຼືອ ໄດ້ຮັບການຈັດຕັ້ງ. ເພື່ອເພີ່ມທະວີການປະຕິບັດບັນດາຂໍ້ຕົກລົງລະຫວ່າງສອງກະຊວງໃນໄລຍະປີ 2020, ຝ່າຍຫວຽດນາມ ຈະໜູນຊ່ວຍການສົມທົບກັນຢ່າງສຸດຂີດ, ແບ່ງປັນບົດຮຽນຢູ່ຂັ້ນກະຊວງ ແລະພະແນກແຜນການ ແລະການລົງທຶນທຸກຂັ້ນຂອງລາວ.

ທ່ານ ສອນໄຊ ສີພັນດອນ ໃຫ້ຮູ້ວ່າ, ຄວນສຸມໃສ່ກວ່າອີກເຂົ້າບັນດາຂໍ້ຕົກລົງ, ໂຄງການ ເຊິ່ງສອງຝ່າຍໄດ້ລົງນາມ, ປະຕິບັດສໍາເລັດຕາມແຜນການທີ່ໄດ້ວາງອອກ. ໃນການຮ່ວມມືລະຫວ່າງສອງກະຊວງ, ສອງຝ່າຍສືບຕໍ່ຊ່ວຍເຫຼືອກັນ, ກໍ່ສ້າງໃຫ້ພະນັກງານ ແລະລັດຖະກອນຂອງລາວ ແລະຢູ່ບັນດາທ້ອງຖິ່ນ, ຂັ້ນພະແນກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.