ຫວຽດນາມ ເຂົ້າຮ່ວມພິທີໄຂ ໂຄງການກໍ່ສ້າງນະຄອນສະຫຼາດ Eco-Delta Busan

06:03 | 27/11/2019

ຫວ່າງແລ້ວນີ້, ເນື່ອງໃນໂອກາດໄປເຂົ້າຮ່ວມກອງປະຊຸມສຸດຍອດການສະເຫຼີມສະຫຼອງການພົວພັນ ອາຊຽນ-ສ.ເກົາຫຼີ ຄົບຮອບ 30 ປີ, ກອງປະຊຸມສຸດຍອດແມ່ນໍ້າຂອງ-ສ.ເກົາຫຼີ ຄັ້ງທີ 1 ແລະຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງກາ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ແລະ ບັນດາການນໍາອາຊຽນ ເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງນະຄອນສະຫຼາດ Eco-Delta Busan ຢູ່ເມືອງ Gangseo, ນະຄອນ Busan.

ກ່າວຄໍາເຫັນທີ່ພິທີ, ທ່ານ Moon Jae-in ຢັ້ງຢືນວ່າປະຈຸບັນການພັດທະນານະຄອນສະຫຼາດມີຄວາມໝາຍສໍາຄັນສໍາລັບການພັດທະນາ ແລະວັດທະນາຖາວອນລວມຂອງບັນດາປະເທດພາຍໃນພາກພື້ນ, ຕີລາຄາສູງອາຊຽນຜ່ານມາໄດ້ຊຸກຍູ້ຂໍ້ລິເລີ່ມເຄືອຂ່າຍບັນດານະຄອນສະຫຼາດອາຊຽນ (ASCN) ແລະເປີດອອກຫຼາຍກາລະໂອກາດຮ່ວມມືໃນຂົງເຂດນີ້. ສ.ເກົາຫຼີ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ເຕັກໂນໂລຢີ ແລະການຮ່ວມມືພ້ອມກັບບັນດາປະເທດອາຊຽນກໍ່ສ້າງເຄືອຂ່າຍນະຄອນສະຫຼາດໃນອະນາຄົດ, ຍູ້ແຮງການຮ່ວມມືເຊື່ອມຕໍ່, ເປັນຕົ້ນແມ່ນການເຊື່ອມຕໍ່ດີຈີຕອນ, ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດສູງໃນການ ຮ່ວມມືລະຫວ່າງອາຊຽນ ແລະ ສ.ເກົາຫຼີ ໃນໄລຍະຈະມາເຖິງ.

ຫວຽດນາມ ເຂົ້າຮ່ວມພິທີໄຂ ໂຄງການກໍ່ສ້າງນະຄອນສະຫຼາດ Eco-Delta Busan

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ປະຕິບັດພິທີວາງສີລາລຶກໂຄງການກໍ່ສ້າງນະຄອນສະຫຼາດ Eco-Delta. (ພາບ: TTXVN).

ວັນດຽວກັນ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Park Soo Kwan, ຫົວໜ້າສະຖານກົງສູນໃຫຍ່ກິດຕິມະສັກຫວຽດນາມ ຢູ່ເຂດ Busan – Kyeongnam.

ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າການພົວພັນລະຫວ່າງຫວຽດນາມ-ສ.ເກົາຫຼີ ພັດທະນາຢ່າງດີງາມ ແລະຢ່າງວ່ອງໄວໃນທຸກຂົງເຂດ: ການພົວພັນດ້ານການເມືອງມີຄວາມໄວ້ເນື້ອເຊື່ອໃຈ, ແລກປ່ຽນການຄ້າມີຄວາມຄຶກຄື້ນ, ການພົບປະແລກປ່ຽນປະຊາຊົນມີຄວາມສະໜິດຕິດພັນ... ຄຽງຂ້າງນັ້ນ, ນະໂຍບາຍທິດໃຕ້ຂອງປະທານາທິບໍດີ ສ.ເກົາຫຼີ, ຄວາມສາມາດບົ່ມຊ້ອນພັດທະນາຂອງຫວຽດນາມ ແມ່ນບັນດາເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສ.ເກົາຫຼີ ຍູ້ແຮງການເຄື່ອນໄຫວຢູ່ຫວຽດນາມ. ພ້ອມທັງສະເໜີໃຫ້ທ່ານ Park Soo Kwan ສືບຕໍ່ເສີມຂະຫຍາຍບົດບາດຕັ້ງໜ້າ, ເປັນຂົວຕໍ່ລະຫວ່າງສອງປະເທດ, ຊຸກຍູ້ການພົວພັນດ້ານເສດຖະກິດ-ການຄ້າ-ການລົງທຶນ, ພ້ອມທັງໜູນຊ່ວຍປະຊາຄົມຊາວຫວຽດນາມ ຢູ່ເຂດ Busan-Kyeongnam ເວົ້າສະເພາະ ກໍ່ຄືຢູ່ສ.ເກົາຫຼີ ເວົ້າລວມ.

ຫວຽດນາມ ເຂົ້າຮ່ວມພິທີໄຂ ໂຄງການກໍ່ສ້າງນະຄອນສະຫຼາດ Eco-Delta Busan

ບັນດາ ຜູ້ນຳອາຊຽນຢ້ຽມຊົມງານວາງສະແດງເມື່ອເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງນະຄອນສະຫຼາດ Eco-Delta. (ພາບ: TTXVN).

ສ່ວນທ່ານ Park Soo Kwan ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ມານະພະຍາຍາມເພື່ອສໍາເລັດບົດບາດເປັນຫົວໜ້າສະຖານກົງສູນໃຫຍ່ກິດຕິມະສັກຂອງຫວຽດນາມ ໃຫ້ເປັນຢ່າງດີ ແລະປະກອບສ່ວນຢ່າງແທດຈິງເຂົ້າໃນການພັດທະນາການພົວພັນສອງປະເທດ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.