ທ່ານ ຫວູຄວາມ ອະດີດນາຍົກລັດຖະມົນຕີ ຫວຽດນາມ
ທີໜຶ່ງ, ພວກເຮົາຕ້ອງເປີດກວ້າງການເຄື່ອໄຫວ, ສວຍໃຊ້ບັນດາເປົ້າໝາຍໃໝ່ທີ່ກ່ອນໜ້ານີ້ພວກເຮົາພົວພັນໜ້ອຍ. ບັນດາເປົ້າໝາຍທີ່ເປັນວິສາຫະກິດ, ຊາວໜຸ່ມ, ປະຊາຊົນແມ່ນມີຄວາມສຳຄັນຫຼາຍ. ກ່ອນໜ້ານີ້້ເປົ້າໝາຍນີ້້ມີນ້ອຍ, ສ່ວນຫຼາຍ ພວກເຮົາພົວພັນໝູ່ຄະນະກັບໝູ່ຄະນະ , ອົງການຈັດຕັ້ງກັບອົງການຈັດຕັ້ງ.
ທີສອງແມ່ນເນື້ອໃນຕ້ອງມີຫຼາຍຮູບຫຼາຍແບບ. ກ່ອນໜ້ານີ້, ພວກເຮົາສ່ວນຫຼາຍສວຍໃຊ້ການສະໜັບສະໜູນດ້ານການເມືອງ. ແຕ່ສາມາດເຫັນໄດ້ວ່າການເຄື່ອນໄຫວວຽກງານການທູດປະຊາຊົນໃນປັດຈະບັນຕິດພັນກັບທັງການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ ຫຼື ບັນດາການເຄື່ອນໄຫວດ້ານສີລະປະ, ລວມທັງອາຫານການກີນ. ຮູບການເຄື່ອນໄຫວກວ້າງກວ່າເກົ່າ.
ທີສາມ, ພື້ນທີ່ການເຄື່ອນໄຫວຫັນເປັນຫຼາກຫຼາຍຮູບແບບ. ກ່ອນໜ້ານີ້, ພວກເຮົາສ່ວນຫຼາຍສຸມໃສ່ບັນດາປະເທດສັງຄົມນິຍົມ, ບັນດາປະເທດປະຊາຊົນເອກະລາດ, ກອງກຳລັງກາ້ວໜ້າຂອງປະເທດຕ່າງໆ. ໃນປັດຈຸບັນ, ພື້ນທີ່ຕ້ອງເປີດກວ້າງກວ່າເກົ່າ.
ກ່ຽວກັບບັນດາຜູ້ທີ່ເຂົ້າຮ່ວມການເຄື່ອນໄຫວວຽກງານການທູດປະຊາຊົນຂອງປປະເທດເຮົາໃນປັດຈຸບັນກໍກວ້າງຂວາງຫຼາຍ. ແຕ່ກ່ອນ, ບັນດາຊັ້ນຄົນປະຊາຊົນທົ່ວໄປບໍ່ເຂົ້າຮ່ວມຫຼາຍ, ສ່ວນຫຼາຍແມ່ນບັນດາອົງການຈັດຕັ້ງ. ປັດຈຸບັນ, ປະຊາຊົນຜູ້ໜຶ່່ງໄປທ່ຽວຢູ່ຕ່າງປະເທດກໍ່ແມ່ນຜູ້ຕາງໜ້າຂອງຫວຽດນາມ. ຖ້າຫາກເຂົາມີການຜະພຶດດີ, ພາບພົດຂອງຫວຽດນາມກໍດີ. ເຂົາມີການປະພຶດບໍ່ດີກໍມີຜົນສະທ້ອນຕໍ່ພາບພົດຂອງ ຫວຽດນາມ. ກົງກັນຂ້າມ, ແຂກຕ່າງປະເທດເຂົ້າໃນປະເທດເຮົາກໍມີການສຳພັດກັບປະຊາຊົນທຸກຊັ້ນຄົນ. ຖ້າຫາກປະຊາຊົນມີສະຕິຕື່ນຕົວໃນວຽກງານນີ້ກໍ່ມີການປະກອບສ່ວນອັນສຳຄັນ.
ຈຸດໃໝ່ອີກຈຸດແມ່ນໃນການພົວພັນລະຫວ່າງປະເທດມີອີກຊ່ອງທາງໜຶ່ງເປັນທາງການແມ່ນລະຫວ່າງ ລັດກັບ ລັດ. ດ້ວຍຊ່ອງທາງນີ້, ບັນດາບັນຫາທີ່ອ່ອນໄຫວບໍ່ງ່າຍເພື່ອສົນທະນາ, ເຂົາຈະເປີດຊ່ອງທາງທີ່ 2. ຊ່ອງທາງທີ່ 2 ແມ່ນການແລກປ່ຽນບໍ່ເປັນທາງການລະຫວ່າງບັນດານັກວິທະຍາສາດ, ບັນດາຜູທີ່ເຄື່ອນໄຫວດ້ານສັງຄົມ, ອາດຈະຊື່ຕົງກວ່າ. ຜ່ານຊ່ອງທາງນັ້ນສາມາດຊອກຮູ້ທັດສະນະ, ຫຼັກໝັ້ນຂອງເຂົາ, ພ້ອມທັງສະແດງທັດສະນະ, ຫຼັກໝັ້ນຂອງຕົນໂດຍບໍ່ຖືກບັງຄັບ. ນີ້ແມ່ນສັບພະຄຸນໃໝ່ຂອງວຽກງານການທູດປະຊາຊົນທີ່ ພວກເຮົາຕ້ອງສວຍໃຊ້.
(ໄຊພອນ)