ປັດຈຸບັນ, ນັກສຶກສາລາວ ຢູ່ປະເທດຕ່າງໆ ແມ່ນຍັງມີຄວາມປອດໄພ ຈາກສະພາບການແຜ່ລະບາດ ຂອງພະ ຍາດອັກເສບປອດ ເຊື້ອຈຸລະໂຣກສາຍພັນໃໝ່ COVID-19, ພ້ອມທັງໄດ້ຮັບການເອົາໃຈ ໃສ່ຕິດຕາມເບິ່ງແຍງ ທາງດ້ານຊີວິດ ການເປັນຢູ່ ຂອງພວກເຂົາຢ່າງໃກ້ຊິດ ຈາກເຈົ້າໜ້າທີ່ສະຖານ ທູດລາວ ທີ່ປະຈໍາຢູ່ປະເທດ ທີ່ເຂົາເຈົ້າໄປ ຮຽນເປັນຢ່າງດີ.
ຍສໝ - ເພື່ອສະກັດກັ້ນ covid-19, ເຈົ້າຫນ້າທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ ຈະເພີ່ນທະວີກວດກາສຸຂະພາບຢ່າງບັງຄັບສຳລັບຄົນອອກເເຮງງານຈີນຢູ່ລາວ.
ຍສໝ - ໃນການພົບປະກັບລັດຖະມົນຕີການຕ່າງປະເທດຈີນ ແລະ ລາວ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໄດ້ແຈ້ງຂ່າວກ່ຽວກັບສະພາບ ແລະ ຄວາມບຸກບືນໃນວຽກງານປ້ອງກັນເຊື້ອພະຍາດ Covid-19.
ຍສໝ - ໃນບົດບາດປະທານສະພາປະສານງານອາຊຽນ, ທ່ານຮອງນາຍົກລັດຖະມົນຕີເຊິ່ງເປັນລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມີງ ໄດ້ນຳສະເຫໝີຈັດຕັ້ງການປະຊຸມພິເສດຂອງສະພາ ແລະ ສົມທົບກັບຈີນຈັດຕັ້ງກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ-ຈີນເພື່ອສົນທະນາກ່ຽວກັບການຮ່ວມມືກັນຮັບມືກັບເຊື້ອພະຍາດ Covid-19.
ໃນວັນທີ 14 ກຸມພານີ້, ທີ່ດ່ານສາກົນບໍ່ເຕັນແຂວງຫຼວງ ນໍ້າທາ ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ, ພ້ອມດ້ວຍຄະນະໄດ້ຕາງໜ້າໃຫ້ກະ ຊວງປ້ອງກັນປະເທດແຫ່ງ ສປປ.ລາວ ໄດ້ນໍາເອົາເຄື່ອງອຸປະກອນການແພດ ສປ.ຈີນ ມູນຄ່າ 2 ຕື້ກີບ.
ຍສໝ - ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ໂຕແອັງຢູ໋ງ ໃນວັນທີ 9-2 ໄດ້ມອບໃຫ້ ທ່ານເອກອັກຄະລັດຖະທູດ ຈີນ Xiong Bo ຈຳນວນໜຶ່ງເຄື່ອງໃຊ້, ວັດຖຸດ້ານການແພດປະກອບມີ ເຄື່ອງຫາຍໃຈ, ເຄື່ອງນຸ່ງຢາຂ້າເຊື້ອໂລກ, ຖົງມື ແລະ ໜ້າກາກດ້ານການແພດ, ທີ່ມີມູນຄ່າທັງໝົດ 500.000 ໂດລາສະຫະລັດ.
ຍສໝ - ເຄື່ອງບັນເທົາທຸກ, ວັດຖຸ ອຸປະກອນການແພດຂອງລັດຖະບານຫວຽດນາມໄດ້ຖືກສົ່ງເຖິງລັດຖະບານ ແລະ ປະຊາຊົນຈີນ ແລະ ໄດ້ຖືກສົ່ງໄປຍັງນະຄອນອູ່ຮ້ານແລ້ວ.
ຕອນເຊົ້າວັນທີ 09 ກຸມພາ, ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ ປະກາດວ່າ ຈຳນວນກໍລະນີຕິດເຊື້ອສາຍພັນໃໝ່ຈາກໄວຣັດໂຄໂຣນາຢູ່ປະເທດນີ້ ໄດ້ຂຶ້ນເຖິງ 37.198 ຄົນ.
ຍສໝ - ວັນທີ 5 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອັງຢູ໋ງ ໄດ້ພົບປະກັບທ່ານ Xiong Bo, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ.ຈີນ ປະຈຳຫວຽດນາມ ເພື່ອປຶກສາຫາລືບາງບັນຫາທີ່ກ່ຽວຂ້ອງເຖິງການປ້ອງກັນການຕິດເຊື້ອພະຍາດໄວຣັດ Corona.
ຍສໝ - ລັດຖະມົນຕີ ສາທາລະນະສຸກປະເທດລາວ, ທ່ານ ລັດຖະມົນຕີທ່ານບຸນກອງສີຫາວົງ ກ່າວວ່າ "ມາຮອດປັດຈຸບັນນີ້, ຍັງບໍ່ມີຜູ້ປ່ວຍຄົນໃດ ຖືກຮັບການຢືນຢັນວ່າຕິດເຊື້ອໄວຣັດພະຍາດປອດອັກເສບ Corona ໃນລາວ. "ມີກໍລະນີທີ່ສົງໃສ, ແຕ່ວ່າການທົດສອບທັງໝົດ ແມ່ນເປັນຜົນການວິໄຈບໍ່ມີປະກົດການຂອງພະຍາດ."
ລັດວິສາຫະກິດການບິນລາວ ໄດ້ໂຈະສາຍການບິນ ທີ່ບິນຈາກ ສປປ ລາວ ຫາ ສປ ຈີນ ສຳລັບຖ້ຽວບິນ ແບບເໝົາໄປແລ້ວ 5 ເສັ້ນທາງ ແລະ ກຽມພ້ອມຈະຫລຸດຖ້ຽວບິນ ປົກກະຕິລົງຕື່ມ ພາຍໃນອາທິດໜ້າ. ໃນຂະນະສາຍ ການບິນຈາກ ຈີນມາລາວ ໄດ້ຫລຸດລົງເປັນຈຳນວນ ຫລາຍຈົນເກືອບບໍ່ມີເລີຍ.
ເພື່ອຄວບຄຸມການລະບາດຂອງໄວຣັດ Corona ທີ່ເຮັດໃຫ້ເກີດການອັກເສບທາງຫາຍໃຈ, ອົງການການບິນ ຫວຽດນາມ ໄດ້ອອກແຈ້ງການຮຽກຮ້ອງຍົກເລີກທຸກໆຖ້ຽວບິນທີ່ມີໃບອະນຸຍາດລະຫວ່າງຫວຽດນາມ ແລະ ອູ່ຮານ (ຈີນ).
ຍສໝ - ວັນທີ 7 ມັງກອນນີ້, ຢູ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວັກຢຸງ, ຫົວໜ້າກອງປະຊຸມການນຳຂັ້ນສູງອາຊຽນ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຈີນ ໃນໂອກາດທີ່ມີການປຶກສາຫາລືປະທານອາຊຽນປີ 2020.
ໂດຍຕອບສະໜອງ ຕາມການເຊຶ້ອເຊີນຂອງ ສະຫາຍ ຫລີ ເຄີ້ສຽງ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ດຳເນີນການຢ້ຽມຢາມ ສາທາລະນະລັດ ປະຊາຊົນຈີນ ຢ່າງເປັນທາງການ ໃນລະຫວ່າງວັນທີ 5-9 ມັງກອນ 2020.
ພິທີເຊັນຂໍ້ຕົກລົງການຄ້າໄລຍະ 1 ລະຫວ່າງ ອາເມລິກາ ແລະ ຈີນ ຈະດຳເນີນໃນວັນທີ 15 ມັງກອນ 2020 ຢູ່ ທຳນຽບຂາວ ແລະ ຫຼັງຈາກນັ້ນ ທ່ານຈະໄປປັກກິ່ງ ເພື່ອເລີ່ມຕົ້ນການເຈລະຈາຂໍ້ຕົກລົງການຄ້າໄລຍະທີ 2 ກັບ ຈີນ.
ວັນທີ 30 ທັນວາ 2019 ທີ່ສະຖານີໄຟຟ້າແຮງສູງໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໄດ້ຈັດຂຶ້ນພິທີວາງສີລາລຶກການກໍ່ສ້າງໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟລາວ - ຈີນ ຂອງບໍລິສັດລົງທຶນພະລັງງານໄຟຟ້າລາວ - ຈີນ ຈຳກັດ.
ອົງການທາງລົດໄຟແຫ່ງຊາດໄທ ແລະ ບໍລິສັດ ສັນຍານໂທລະຄົມ ທາງລົດໄຟຈີນ ຈຳກັດ ໄດ້ລົງນາມ ໃນສັນຍາຮ່ວມມື ໂຄງການຍົກລະດັບທາງລົດໄຟ ສອງສາຍໄປ-ກັບ ຈາກແຂວງ ນະຄອນປະຖົມໄປຫາ ແຂວງຊຸມພອນ ຂອງໄທ ມີຄວາມຍາວ ປະມານ 420 ກິໂລແມັດ ແລະ ມີສະຖານີ 59 ແຫ່ງ.
ຄະນະປ້ອງກັນຄວາມສະຫງົບທະເລ ອິນໂດເນເຊຍ ໃຫ້ຮູ້ວ່າ ໃນລະຫວ່າງ ວັນທີ 19 – 24 ທັນວາມີ ກ່ຳປັ່ນຫາປາ ແລະ ກ່ຳປັ່ນຂອງກຳລັງປ້ອງກັນຝັ່ງທະເລຂອງຈີນຢ່າງໜ້ອຍ 63 ລຳ ໄດ້ເຂົ້າເຂດນ່ານທະເລ Natuna ຢ່າງຜິດກົດໝາຍ.
ຍສໝ - ງານບຸນໂຍນໝາກຄອນຫວຽດນາມ-ລາວ-ຈີນ ຄັ້ງທີ VI ປີ 2019 ໄດ້ຈັດຕັ້ງຢູ່ເມືອງເມື່ອງແຕ່ (ລາຍເຈົາ) ດ້ວຍບັນດາກິດຈະກໍາຫຼາຍຮູບຫຼາຍແບບ ແລະມີການເຂົ້າຮ່ວມຂອງຜູ້ແທນ, ນັກກິລາ, ນັກສະແດງ, ສິລະປະກອນ, ຜູ້ນໍາທ່ຽວເກືອບ 1.000 ຄົນຂອງ 5 ຄະນະທີ່ມາຈາກ 3 ປະເທດ. ງານບຸນໄດ້ດໍາເນີນຢ່າງເປັນທາງການໃນລະຫວ່າງວັນທີ 29-31 ທັນວາ ດ້ວຍຫົວຂໍ້ “ສີສັນໄມຕີຈິດມິດຕະພາບ”.
ວັນທີ 28 ທັນວາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມບິ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Hu Zhengyao ຮອງຫົວໜ້າສະມາຄົມການທູດມະຫາຊົນ, ຮອງປະທານກອງທຶນ Song Qingling ຈີນ ແລະບັນດາຜູ້ແທນສອງປະເທດເຂົ້າຮ່ວມເວທີປາໄສປະຊາຊົນຫວຽດນາມ-ຈີນ ຄັ້ງທີ 11.