ທີ່ການພົບປະ, ທ່ານຮອງລັດຖະມົນຕີ ຫງວຽນກ໋ວກຢູງ ໄດ້ເນັ້ນໜັກວ່າ, ປະເທດ ຈີນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືອາຊຽນນຳໜ້າໃນປະຈຸບັນ ຂອງຫວຽດນາມ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ຍຸດທະສາດຢ່າງຮອບດ້ານ ແລະ ການພົວພັນຄູ່ຮ່ວມມືອາຊຽນ - ຈີນ ໄດ້ບັນລຸຜົນສຳເລັດທີ່ດີ ໃນເວລາທີ່ຜ່ານມາ.
ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ໄດ້ແບ່ງປັນຫົວຂໍ້, ທິດທາງຮ່ວມມືບຸລິມະສິດ ແລະ ບັນດາໂຄງການເຊິ່ງ ຫວຽດນາມ ຈະສົ່ງເສີມໃນປີ 2020, ເມື່ອ ຫວຽດນາມ ໄດ້ຮັບຕຳແໜ່ງເປັນປະທານອາຊຽນ ແລະ ປາດຖະໜາວ່າ ຫວຽດນາມ ຢາກໄດ້ຮັບການຮ່ວມມື, ການສະໜັບສະໜູນຢ່າງຕັ້ງໜ້າ ຂອງບັນດາຄູ່ຮ່ວມມື, ໃນນັ້ນມີ ສສ.ຈີນ, ສຳລັບ ຫວຽດນາມ ແລະ ບັນດາປະເທດອາຊຽນໃນປີ 2020.
![]() |
ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ແລະ ຫົວໜ້າຄະນະປະຕິບັດງານ ສສ.ຈີນ, ທ່ານນາງ Mao Ning. (ພາບ: baoquocte.vn)
ກ່າວຄຳເຫັນທີ່ກອງປະຊຸມ, ຫົວໜ້າຄະນະປະຕິບັດງານ ສສ.ຈີນ, ທ່ານນາງ Mao Ning, ຮອງຫົວ ໜ້າກົມອາຊີ, ກະຊວງການຕ່າງປະເທດ ຈີນ ໄດ້ກ່າວຊົມເຊີຍຢ່າງອົບອຸ່ນຕໍ່ ຫວຽດນາມ ທີ່ໄດ້ປະຕິບັດບົດບາດເປັນປະທານອາຊຽນປີ 2020. ທ່ານນາງ Mao Ning ຕົກລົງເຫັນດີຮັກສາການປຶກສາຫາລື, ການປະສານງານຢ່າງໃກ້ຊິດ, ແລະ ຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍ ໃນຂອບເຂດການຮ່ວມມືພາກພື້ນໃນໄລຍະຈະມາເຖິງ.
(ຄຳຮຸ່ງ)