ພິທີວາງສີລາລຶກການກໍ່ສ້າງໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟລາວ - ຈີນ

16:47 | 31/12/2019

ວັນທີ 30 ທັນວາ 2019 ທີ່ສະຖານີໄຟຟ້າແຮງສູງໂຄກສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໄດ້ຈັດຂຶ້ນພິທີວາງສີລາລຶກການກໍ່ສ້າງໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟລາວ - ຈີນ ຂອງບໍລິສັດລົງທຶນພະລັງງານໄຟຟ້າລາວ - ຈີນ ຈຳກັດ.

ເຂົ້າຮ່ວມໃນພິທີດັ່ງກ່າວມີ​ທ່ານ ທອງ​ພັດ ອິນ​ທະ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ທ່ານ ບຸນ​ອຸ້ມ ສີ​ວັນ­ເພັງ ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ທ່ານ ເຊິນ ຢຸນ ເຜິງ ຮອງ​ປະ­ທານ​ບໍ­ລິ­ສັດ ຕາ​ຂ່າຍ​ໄຟ­ຟ້າ​ພາກ​ໃຕ້​ຈີນ ພ້ອມ​ດ້ວຍ​ພາກ­ສ່ວນ​ກ່ຽວ­ຂ້ອງ ແລະ ແຂກ​ຖືກ​ເຊີນ ເຂົ້າ​ຮ່ວມ.

ໃນ​ພິ­ທີ ທ່ານ ຢ້າງ ຢົ່ງ ຮຸຍ ປະ­ທານ​ບໍ­ລິ­ຫານ​ບໍ­ລິ­ສັດ​ລົງ­ທຶນ​ພະ­ລັງ­ງານ​ໄຟ­ຟ້າ​ລາວ-ຈີນ ຈຳ­ກັດ​ໄດ້​ຂຶ້ນ​ກ່າວ​ວ່າ: ພາຍ​ໃຕ້​ການ​ສະ­ໜັບ­ສະ­ໜູນ​ຈາກ​ກະ­ຊວງ​ພະ­ລັງ­ງານ ແລະ ບໍ່​ແຮ່ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ບໍ­ລິ­ສັດ​ຕາ​ຂ່າຍ​ໄຟ­ຟ້າ​ຈີນ​ພາກ​ໃຕ້ ແລະ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ​ໄດ້​ສ້າງ­ຕັ້ງ​ບໍ­ລິ­ສັດ​ຮ່ວມ​ລົງ­ທຶນ​ພະ­ລັງ­ງານ​ໄຟ­ຟ້າ​ລາວ-ຈີນ ຈຳ­ກັດ​ຂຶ້ນ ໂດຍ​ການ​ຮ່ວມ​ມື​ບໍ­ລິ­ສັດ​ນີ້​ມີ­ໜ້າ​ທີ່​ພັດ­ທະ­ນາ​ການ​ກໍ່­ສ້າງ ແລະ ການ​ດຳ­ເນີນ​ທຸ­ລະ​ກິດ​ຂອງ​ໂຄງ­ການ​ກໍ່­ສ້າງ​ສາຍ​ສົ່ງ​ສະ­ໜອງ​ໄຟ­ຟ້າ​ໃຫ້​ທາງ​ລົດ­ໄຟ​ລາວ-ຈີນ ເຊິ່ງ​ໂຄງ­ການ​ນີ້​ຈະ​ຜະ­ລິດ​ສາຍ​ສົ່ງ​ແຮງ​ດັນ 115 ກິ​ໂລ​ໂວນ 20 ແລວ​ສາຍ ແລະ ສ້າງ­ຕັ້ງ​ຂະ­ຫຍາຍ​ສະ­ຖາ­ນີ​ຍ່ອຍ 11 ແຫ່ງ ໂດຍ​ກວມ​ເອົາ​ແຂວງ​ຫຼວງ​ນ້ຳ​ທາ ອຸ­ດົມ​ໄຊ ຫຼວງ​ພະ​ບາງ ແລະ ນະ­ຄອນ ຫຼວງ​ວຽງ​ຈັນ ຄາດ​ວ່າ​ຈະ​ສຳ­ເລັດ​ເດືອນ​ມີ­ນາ 2021 ເພື່ອ​ຮອງ​ຮັບ​ເປີດ​ບໍ­ລິ­ການ​ລົດ­ໄຟ​ລາວ-ຈີນ​ໃນ​ເດືອນ​ທັນ­ວາ 2021 ນອກ​ນັ້ນ ຍັງ​ເປັນ​ການ​ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ລາວ ເພື່ອ​ສ້າງ​ຜົນ​ປະ­ໂຫຍດ​ໃຫ້​ປະ­ຊາ­ຊົນ​ທີ່​ອາ­ໄສ​ໃນ​ເຂດ​ດັ່ງ­ກ່າວ.

ພິທີວາງສີລາລຶກການກໍ່ສ້າງໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟລາວ - ຈີນ

ເລີ່ມກໍ່ສ້າງໂຄງການສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟ ລາວ-ຈີນ. (ພາບ: vientianetimes)

ທ່ານ ທອງ​ພັດ ອິນ​ທະ​ວົງ ກ່າວ​ວ່າ: ໂຄງ­ການ​ນີ້​ມີ​ຄວາມ​ສຳ­ຄັນ ນອກ­ຈາກ​ຈະ​ເປັນ​ການ​ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ເພື່ອ​ຮັບ­ປະ­ກັນ​ໃຫ້​ແກ່​ການ​ພັດ­ທະ­ນາ​ໂຄງ­ການ​ລົດ­ໄຟ​ຄວາມ​ໄວ​ສູງ ເຊິ່ງ​ແມ່ນ​ໂຄງ­ການ​ທີ່​ເປັນ​ຍຸດ​ທະ​ສາດ​ທີ່​ພັກ ແລະ ລັດ​ເຮົາ​ໄດ້​ຖື​ເປັນ​ໂຄງ­ການ​ທີ່​ມີ​ຄວາມ​ສຳ­ຄັນ​ຍິ່ງ​ຕໍ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຢູ່​ລາວ​ທັງ​ໃນ​ສະ­ເພາະ​ໜ້າ ແລະ ໄລ­ຍະ​ຍາວ ພ້ອມ​ນັ້ນ ໂຄງ­ການ​ນີ້​ຖື​ວ່າ​ແມ່ນ​ໂຄງ­ການ​ພັດ­ທະ­ນາ​ລະ­ບົບ​ສາຍ​ສົ່ງ​ໂຄງ­ການ​ໜຶ່ງ​ທີ່​ສຳ­ຄັນ ແລະ ໄດ້​ຖືກ​ກຳ­ນົດ​ຢູ່​ໃນ​ແຜນ​ພັດ­ທະ­ນາ​ວຽກ​ງານ​ພະ­ລັງ­ງານ ແລະ ບໍ່​ແຮ່ ໄລ­ຍະ 5 ປີ ຄັ້ງ​ທີ VIII (2016-2020) ແນ­ໃສ່​ສະ ໜອງ​ກະ­ແສ​ໄຟ­ຟ້າ​ຮັບ​ໃຊ້​ການ​ພັດ­ທະ­ນາ​ລົດ­ໄຟ​ຄວາມ​ໄວ​ສູງ ໂດຍ​ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ​ເປັນ​ເຈົ້າ​ຂອງ​ໂຄງ­ການ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ​ພາຍ­ຫຼັງ​ສຳ­ເລັດ​ການ​ກໍ່­ສ້າງ​ໂຄງ­ການ​ນີ້​ຈະ​ເປັນ​ເງື່ອນ­ໄຂ ແລະ ສ່ວນ​ປະ­ກອບ​ທີ່​ສຳ­ຄັນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ລະ­ບົບ​ສາຍ​ສົ່ງ ກໍ​ຄື ການ​ພັດ­ທະ­ນາ​ພື້ນ­ຖານ​ດ້ານ​ວຽກ​ງານ​ຄົມ­ມະ­ນາ­ຄົມ​ໃຫ້​ຂະ­ຫຍາຍ­ຕົວ​ຢ່າງ​ໜັກ​ແໜ້ນ ແລະ ນຳ​ເອົາ​ຜົນ​ປະ­ໂຫຍດ​ຢ່າງ​ຫຼວງ­ຫຼາຍ​ມາ​ໃຫ້​ປະ­ເທດ​ຊາດ​ໃນ​ອະ­ນາ­ຄົດ.

(ແຫຼ່ງ​ຂໍ້​ມູນ​: http://www.vientianetimes.org.la)

ເຫດການ
302 Found

Found

The document has moved here.