ນັກສຶກສາລາວ ທີ່ ສປ ຈີນ ບໍ່ໄດ້ຕິດເຊື້ອ COVID-19

11:57 | 13/03/2020

ປັດຈຸບັນ, ນັກສຶກສາລາວ ຢູ່ປະເທດຕ່າງໆ ແມ່ນຍັງມີຄວາມປອດໄພ ຈາກສະພາບການແຜ່ລະບາດ ຂອງພະ ຍາດອັກເສບປອດ ເຊື້ອຈຸລະໂຣກສາຍພັນໃໝ່ COVID-19, ພ້ອມທັງໄດ້ຮັບການເອົາໃຈ ໃສ່ຕິດຕາມເບິ່ງແຍງ ທາງດ້ານຊີວິດ ການເປັນຢູ່ ຂອງພວກເຂົາຢ່າງໃກ້ຊິດ ຈາກເຈົ້າໜ້າທີ່ສະຖານ ທູດລາວ ທີ່ປະຈໍາຢູ່ປະເທດ ທີ່ເຂົາເຈົ້າໄປ ຮຽນເປັນຢ່າງດີ.

ນັກສຶກສາລາວ ທີ່ ສປ ຈີນ ບໍ່ໄດ້ຕິດເຊື້ອ COVID-19

ນັກສຶກສາລາວຈຳນວນ 43 ຄົນທີ່ ສປ ຈີນ ບໍ່ໄດ້ຕິດເຊື້ອ COVID-19. (ພາບ:pasaxon.org.la)

ທ່ານ ນາງ​ ແສງ​ເດືອນ ຫຼ້າຈັນທະ​ບູນ ລັດຖະມົນຕີ ກະຊວງ​ສຶກສາ​ທິ​ການ ແລະ ກິລາ ກ່າວ​ວ່າ: ພະຍາດ​ອັກເສບ​ປອດ ອັນ​ເນື່ອງ​ມາຈາກ​ ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ໄດ້​ເລີ່ມ ລະ ບາດ​ເປັນ​ຄັ້ງ​ທໍາ​ອິດ​ຢູ່ເມືອງ​ອູ​ຮັ້ນ ແຂວງ​ຫູ​ເປີຍ ໃນ​ທ້າຍ​ເດືອນ ທັນວາ 2019, ຈາກ​ນັ້ນ​ຈຶ່ງ​ໄດ້ຂະຫຍາຍ​ໄປ​ເມືອງ​ອື່ນ ແຂວງ​ອື່ນ ມົນທົນ​ອື່ນ ແລະ ປະເທດ​ອື່ນ​ຢ່າງ​ໄວວາ, ຮອດ​ປັດຈຸບັນ​ໄດ້​ມີ 102 ປະເທດ ແລະ ເຂດ​ປົກຄອງ ທີ່​ມີ​ກໍລະນີ​ຜູ້​ຕິດເຊື້ອ ລວມ​ທັງ​ຫມົດ 109.873 ຄົນ, ມີ​ຜູ້​ເສຍ​ຊີວິດ 3.825 ຄົນ ແລະ ປິ່ນປົວ​ດີ​ແລ້ວ 62.217 ຄົນ, ເພື່ອ​ຈໍາ​ກັດ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໄປ​ບ່ອນ​ອື່ນ, ທາງ​ການ ສປ ຈີນ ໄດ້​ມີ​ມາດ​ຕະການ​ທີ່ເຂັ້ມ​ງວດ, ສັ່ງ​ປິດ​ເມືອງ​ອູ​ຮັ້ນ ຄົນ​ໃນ​ຫ້າມ​ອອກ, ຄົນ​ນອກ​ຫ້າມ​ເຂົ້າ, ສາມາດ​ເຂົ້າ​ໄດ້​ສະເພາະ​ບຸກ​ຄະລາ​ກອນ​ທາງ​ການ​ແພດ ແລະ ເຈົ້າ​ໜ້າທີ່​ທີ່​ກ່ຽວຂ້ອງ​ເທົ່າ​ນັ້ນ, ດ້ວຍ​ເຫດ​ນີ້​ ຈຶ່ງ​ເຮັດ​ໃຫ້ ນັກ​ສຶກສາ​ລາວ 42 ຄົນ ທີ່​ບໍ່​ໄດ້​ກັບ​ບ້ານ​ໃນ​ໄລຍະ​ປີ​ໃໝ່ ສປ ຈີນ ຍັງ​ຄ້າງ​ຢູ່​ຫໍ​ພັກ​ນັກຮຽນ ແລະ ມີ​ນັກຮຽນ​ອີກ​ໜຶ່ງ​ຄົນ​ທີ່​ໄປ​ຢາມ​ໝູ່​ໃນ​ໄລຍະ​ພັກ​ຮຽນ​ກໍ​ຕິດ​ຄ້າງ​ຢູ່ອູ​ຮັ້ນເຊັ່ນ​ກັນ ລວມ​ທັງ​ໝົດ​ເປັນ 43 ຄົນ, ໃນ​ນັ້ນ 22 ຄົນ​ໄປ​ຈາກ ນະຄອນຫຼວງ​ວຽງ​ຈັນ, 5 ຄົນ​ຈາກ​ແຂວງ​ຫຼວງ​ພະ​ບາງ, 3 ຄົນ​ຈາກ​ແຂວງ​ສະຫວັນ​ນະ​ເຂດ, 3 ຄົນ​ຈາກ ແຂວງ​ຈໍາ​ປາ​ສັກ ແຂວງ​ລະ 3 ຄົນ, ສໍາ​ລັບ​ແຂວງ​ຫຼວງ​ນ້ໍາ​ທາ, ແຂວງ​ບໍ​ລິ​ຄໍາ​ໄຊ ແລະ ແຂວງ​ຊຽງ​ຂວາງ ແຂວງ​ລະ 2 ຄົນ ແລະ ຈາກ​ແຂວງ​ໄຊ​ຍະ​ບູ​ລີ, ແຂວງ​ວຽງ​ຈັນ, ແຂວງ​ຜົ້ງ​ສາລີ ແລະ ແຂວງ​ສາລະ​ວັນ ແຂວງ​ລະ 1 ຄົນ. ນອກຈາກ​ນີ້​ ຍັງ​ມີ​ນັກ​ສຶກສາ​ເຮົາ​ທີ່​ບໍ່​ໄດ້​ກັບ​ບ້ານ​ທີ່​ຍັງ​ຢູ່​ແຂວງ​ອື່ນ​ຕື່ມຄື: ແຂວງ​ຫູ​ໜານ 26 ຄົນ, ຫຼຽວ​ໜິງ 1 ຄົນ, ກຸ້ຍ​ໂຈວ 58 ຄົນ, ເຫີ​ໜານ 1 ຄົນ, ວິທະຍາໄລ​ເຕັກນິກ ແລະ ການ​ອະນຸລັກ​ແມ່​ນ້ໍາ​ເຫືອງ 1 ຄົນ ຊຶ່ງ​ນັກ​ສຶກສາ​ເຫຼົ່າ​ນີ້​ບໍ່​ໄດ້​ຖືກ​ຈໍາ​ກັດ​ການ​ໄປ​ມາ​ຄື​ກັບ​ນັກ​ສຶກສາ​ຢູ່​ເມືອງ​ອູ​ຮັ້ນ ພ້ອມ​ດຽວ​ກັນ​ນີ້ ຂໍ​ແຈ້ງ​ໃຫ້​ທ່ານ​ຮູ້​ວ່າ​ບໍ່​ມີ​ນັກ​ສຶກສາ​ລາວ​ຈັກ​ຄົນ​ທີ່​ຕິດເຊື້ອ​ພະຍາດ​ອັກເສບ​ປອດ COVID-19.

ເຖິງ​ຢ່າງໃດ​ກໍຕາມ ເນື່ອງ​ຈາກ​ອູ​ຮັ້ນ​ເປັນ​ສູນ​ກາງຂອງ​ການ​ລະບາດ ມາດ​ຕະການ​ຕ່າງໆ​ຂ້ອນ​ຂ້າງ​ເຄັ່ງ​ຄັດ ໂດຍ​ສະເພາະ​ໃນ​ການ​ເຂົ້າ​ອອກ​ຫໍ​ພັກ, ການ​ຊື້​ອາຫານ​ການ​ກິນ, ອາຫານ​ບາງ​ຢ່າງ​ກໍ ຂາດຕະຫຼາດ, ການ​ເດີນທາງ​ໄປ​-​ມາ​ພົບ​ຄວາມ​ຫຍຸ້ງຍາກ ລວມ​ທັງ​ການ​ເຂົ້າ​ໄປ​ໃນ​ເຂດ​ທີ່​ພັກ​ອາໄສ ນັກ​ສຶກສາ​ຂອງ​ພະນັກງານ​ສະຖານທູດ​ກໍ​ພົບ​ຄວາມ​ຫຍຸ້ງຍາກ​ບໍ່​ສາມາດ​ເຂົ້າ​ໄດ້ ແລະ ໃນຕໍ່ໜ້າ​ຈະ​ພະຍາ ຍາມ​ສືບຕໍ່​ໃຫ້ການ​ຊ່ວຍເຫຼືອ ທ່ານ ພູທອນ ເມືອງ​ປາກ ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫົວໜ້າ​ກອງ​ເລຂາ​ຄະນະ​ສະເພາະ​ກິດ​ເພື່ອ​ປ້ອງ​ກັນ,ຄວບ​ຄຸມ ແລະ ຕອບ​ໂຕ້​ການລະບາດພະຍາດ COVID-19 ໄດ້​ຍົກ​ໃຫ້​ເຫັນ​ສະພາບ​ການ​ລະບາດ​ຂອງ​ ເຊື້ອ​ພະຍາດ​ດັ່ງກ່າວ, ມາດ​ຕະການ​ຢູ່ ສປປ ລາວ ໂດຍ​ໄດ້​ມີ​ການ​ເປີດ​ສາຍ​ດ່ວນ, ການ​ເພີ່ມ​ທະວີ​ການ​ເຝົ້າ​ລະວັງ​ຢູ່​ຈຸດ​ຜ່ານ​ແດນ, ຕິດຕາມ​ຜູ້ໂດຍສານ​ທີ່​ເຂົ້າ​ມາ ສປປ ລາວ, ແຍກ​ດ່ຽວ​ກໍລະນີ​ສົງໄສ, ກະກຽມ​ໂຮງໝໍ​ເພື່ອ​ຮອງ​ຮັບ, ກະກຽມ​ອຸປະກອນ​ການ​ແພດ ໃນ​ນັ້ນ​ສຳລັບ​ນັກ​ສຶກສາ ຈຳນວນ 43 ຄົນ​ກໍ​ໄດ້​ຕິດຕາມ​ສະພາບ​ໂດຍ​ໃຫ້​ມີ​ການ​ປ້ອງ​ກັນ​ເປັນ​ຢ່າງ​ດີ.

ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ແຈ້ງໃຫ້ຮູ້ ໃນວັນທີ 10 ມີນາ ນີ້ວ່າ: ຂະແໜງການສຶກສາ ຈະໄດ້ອອກຫລາຍມາດຕະການ ເພື່ອປ້ອງກັນຄວາມສ່ຽງ ການແຜ່ລະບາດຂອງ ພະຍາດອັກເສບປອດ ຈາກເຊື້ອຈຸລະ ໂຣກສາຍພັນໃໝ່ COVID-19 ຄື: ອອກແຈ້ງການໃຫ້ ສະຖາບັນການສຶກສາ ໃນຂອບເຂດທົ່ວປະເທດ ເຮັດອານາໄມທໍາຄວາມສະອາດ ໃນສະຖານການສຶກສາຂອງຕົນ ເພື່ອໃຫ້ປາສະຈາກເຊື້ອພະຍາດຕ່າງໆ, ພ້ອມແນະນໍາ ໃຫ້ຜູ້ບໍລິຫານໂຮງຮຽນ, ຄູອາຈານ ແລະ ຜູ້ປົກຄອງ ໃຫ້ຕິດຕາມອາການ ນັກຮຽນ-ນັກສຶກສາ ກໍຄື ລູກຫລານຂອງຕົນເອງຢ່າງໃກ້ຊິດ ຖ້າເຫັນວ່າມີອາການໄຂ້ ຕ້ອງໄປພົບແພດ ຫລື ໃຫ້ພັກຜ່ອນຢູ່ເຮືອນຊົ່ວຄາວ. ນອກນີ້, ແມ່ນຈະໃຫ້ໂຮງຮຽນແຫ່ງຕ່າງໆ ຈັດຕັ້ງກິດຈະກໍາປູກ ຈິດສໍານຶກ ເພື່ອປ້ອງກັນຕົນເອງຈາກພະຍາດ, ໂດຍສະເພາະການລ້າງມືໃຫ້ສະອາດ ແລະ ອອກແຮງງານຝຶກກາຍະບໍລິຫານ ເພື່ອຮ່າງກາຍໃຫ້ແຂງແຮງ, ຄຽງຄູ່ກັນນັ້ນ ກໍເອົາໃຈໃສ່ຜັນ ຂະຫຍາຍມາດ ຕະການປ້ອງກັນຕ່າງໆ ຂອງລັດຖະບານ ເພື່ອປ້ອງກັນພະຍາດດັ່ງກ່າວ ໃຫ້ສອດຄ່ອງກັບວຽກງານ ໃນຂະແໜງການສຶກສາ ແລະ ກິລາ ໃຫ້ມີປະສິດທິຜົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.