ຫວຽດນາມ ໄດ້ອອກແຈ້ງການຍົກເລີກທຸກຖ້ຽວບິນ ລະຫວ່າງ ຫວຽດນາມ ແລະ ນະຄອນ ອູ່ຮານ, ແຂວງ ວູ້ຮັ້ນ, ຈີນ

11:51 | 28/01/2020

ເພື່ອຄວບຄຸມການລະບາດຂອງໄວຣັດ Corona ທີ່ເຮັດໃຫ້ເກີດການອັກເສບທາງຫາຍໃຈ, ອົງການການບິນ ຫວຽດນາມ ໄດ້ອອກແຈ້ງການຮຽກຮ້ອງຍົກເລີກທຸກໆຖ້ຽວບິນທີ່ມີໃບອະນຸຍາດລະຫວ່າງຫວຽດນາມ ແລະ ອູ່ຮານ (ຈີນ).

ວັນທີ 27 ມັງກອນ, ກົມການບິນ ຫວຽດນາມ ໄດ້ອອກແຈ້ງການຮຽກຮ້ອງຍົກເລີກທຸກຖ້ຽວບິນຂອງບັນດາບໍລິສັດການບິນ ຫວຽດນາມ ແລະ ຕ່າງປະເທດທີ່ໄດ້ຮັບການອະນຸຍາດ ແລະ ບໍ່ອະນຸຍາດຂຸດຄົ້ນຖ້ຽວບິນລະຫວ່າງ ຫວຽດນາມ ແລະ ນະຄອນ ອູ່ຮານ, ແຂວງ ວູ້ຮັ້ນ, ຈີນ.

ກ່ອນໜ້ານີ້, ວັນທີ 26 ມັງກອນ, ສູນການກັກກັນພະຍາດການແພດສາກົນ ຮ່າໂນ້ຍ ໄດ້ຮຽກຮ້ອງໃຫ້ບັນດາບໍລິສັດສາຍການບິນ ຕ້ອງລາຍງານສະພາບສຸຂະພາບທີ່ຜິດປົກກະຕິຂອງຜູ້ໂດຍສານເຖິງ ສະໜາມບິນໂນຍປ່າຍ, ໂດຍສະເພາະແມ່ນຈາກປະເທດຈີນ. ຖ້າມີສັນຍານ, ຈຳເປັນຕ້ອງແຍກອອກຫ່າງຜູ້ໂດຍສານຢູ່ເທິງເຮືອບິນຢ່າງທັນທີ.

ຫວຽດນາມ ໄດ້ອອກແຈ້ງການຍົກເລີກທຸກຖ້ຽວບິນ ລະຫວ່າງ ຫວຽດນາມ ແລະ ນະຄອນ ອູ່ຮານ, ແຂວງ ວູ້ຮັ້ນ, ຈີນ

ເພື່ອຄວບຄຸມການລະບາດຂອງໄວຣັດ Corona , ອົງການການບິນ ຫວຽດນາມ ໄດ້ຮຽກຮ້ອງຍົກເລີກທຸກໆຖ້ຽວບິນທີ່ມີໃບອະນຸຍາດລະຫວ່າງຫວຽດນາມ ແລະ ອູ່ຮານ (ຈີນ). (ພາບ: zing.vn)

ກ່າວຄຳເຫັນທີ່ກອງປະຊຸມຂອງຄະນະຊີ້ນຳການປ້ອງກັນ, ຕ້ານບັນດາເຊື້ອຈຸລະໂລກອັນຕະລາຍ, ສາຍພັນໃໝ່, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ຄວນສືບຕໍ່ຖືເປັນສຳຄັນການປ້ອງກັນ, ຕ້ານເຊື້ອຈຸລະໂລກ, ລະດົມກຳລັງ, ສຸມໃສ່ຢ່າງສູງເພື່ອພົບເຫັນບັນດາກໍລະນີຖືກສົ່ງໄສຕິດເຊື້ອຈຸລະໂລກຢ່າງທັນການ ເພື່ອຂີດແບ່ງເຂດ, ແຍກຕົວອອກຢູ່ເຂດຕ່າງຫາກ, ວິໄຈວິນິດໃສຢ່າງວ່ອງໄວ ບໍ່ປະໃຫ້ເຊື້ອຈຸລະໂລກແຜ່ລະບາດອອກສູ່ປະຊາຄົມ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວວ່າ ບັນດາມາດຕະການຂອງ ຫວຽດນາມ ໄດ້ຍົກສູງບາດໜຶ່ງ, ສົມມຸດວ່າ ບັນດາປະເທດທີ່ມີແຂກທ່ອງທ່ຽວ ຈີນ ມາຫລາຍແຕ່ຍັງບໍ່ທັນແຈ້ງທາງການແພດເທື່ອ ແຕ່ ຫວຽດນາມ ໄດ້ດຳເນີນການແຈ້ງທາງການແພດແລ້ວ. ເລື່ອງລາຍງານເຊື້ອຈຸລະໂລກຖືກດຳເນີນເປັນປົກຫະຕິ ບໍ່ພຽງແຕ່ແມ່ນຕາມແຕ່ລະວັນເທົ່ານັ້ນ. ຫວຽດນາມ ໄດ້ຍົກສູງຈິດໃຈການຕ້ານເຊື້ອຈຸລະໂລກ, ໄລຍະຈະມາເຖິງ ຍັງສືບຕໍ່ຍົກສູງ, ຕ້ານເຊື້ອພະຍາດກ່ວາອີກ ເຖິງວ່າຕ້ອງເສຍຜົນປະໂຫຍດດ້ານເສດຖະກິດກໍ່ຕາມ.

ມາຮອດປັດຈຸບັນ, ຢູ່ ຫວຽດນາມ ມີ 2 ກໍລະນີເປັນຊາວ ຈີນ ຖືກຕິດເຊື້ອຈຸລະໂລກສາຍພັນໃໝ່. ແຕ່ຍັງບໍ່ທັນມີຊາວ ຫວຽດນາມ ແລະ ພະນັກງານການແພດຜູ້ໃດຖືກຕິດເຊື້ອຈຸລະໂລກດັ່ງກ່າວ. ຕາມຜູ້ຕາງໜ້າອົງການອະນາໄມໂລກປະຈຳ ຫວຽດນາມ ແລ້ວ, ປັດຈຸບັນ ຍັງບໍ່ທັນມີພື້ນຖານເພື່ອຍົກອອກຂໍ້ສະເໜີແນະປິດປະຕູຊາຍແດນ ກໍ່ຄືຈຳກັດການໄປມາ, ແລກປ່ຽນການຄ້າສາກົນ, ພຽງແຕ່ແນະນຳປະຊາຊົນຈຳກັດການໄປມາຈາກເຂດທີ່ມີເຊື້ອພະຍາດ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ເຫດການ
302 Found

Found

The document has moved here.