ງານບຸນແກວ່ງໝາກຄອນ ຫວຽດນາມ-ລາວ-ຈີນ ປີ 2019

09:30 | 31/12/2019

ຍສໝ - ງານບຸນໂຍນໝາກຄອນຫວຽດນາມ-ລາວ-ຈີນ ຄັ້ງທີ VI ປີ 2019 ໄດ້ຈັດຕັ້ງຢູ່ເມືອງເມື່ອງແຕ່ (ລາຍເຈົາ) ດ້ວຍບັນດາກິດຈະກໍາຫຼາຍຮູບຫຼາຍແບບ ແລະມີການເຂົ້າຮ່ວມຂອງຜູ້ແທນ, ນັກກິລາ, ນັກສະແດງ, ສິລະປະກອນ, ຜູ້ນໍາທ່ຽວເກືອບ 1.000 ຄົນຂອງ 5 ຄະນະທີ່ມາຈາກ 3 ປະເທດ. ງານບຸນໄດ້ດໍາເນີນຢ່າງເປັນທາງການໃນລະຫວ່າງວັນທີ 29-31 ທັນວາ ດ້ວຍຫົວຂໍ້ “ສີສັນໄມຕີຈິດມິດຕະພາບ”.

ງານບຸນໂຍນໝາກຄອນຫວຽດນາມ-ລາວ-ຈີນ ຄັ້ງທີ VI ປີ 2019 ໄດ້ຈັດຕັ້ງຢູ່ເມືອງເມື່ອງແຕ່ (ລາຍເຈົາ) ດ້ວຍບັນດາກິດຈະກໍາຫຼາຍຮູບຫຼາຍແບບ ແລະມີການເຂົ້າຮ່ວມຂອງຜູ້ແທນ, ນັກກິລາ, ນັກສະແດງ, ສິລະປະກອນ, ຜູ້ນໍາທ່ຽວເກືອບ 1.000 ຄົນຂອງ 5 ຄະນະທີ່ມາຈາກ 3 ປະເທດ. ງານບຸນໄດ້ດໍາເນີນຢ່າງເປັນທາງການໃນລະຫວ່າງວັນທີ 29-31 ທັນວາ ດ້ວຍຫົວຂໍ້ “ສີສັນໄມຕີຈິດມິດຕະພາບ”.

ງານບຸນແກວ່ງໝາກຄອນ ຫວຽດນາມ-ລາວ-ຈີນ ປີ 2019

ບັນດານັກສະແດງ, ນັກກິລາເຂົ້າຮ່ວມງານບຸນຖະໜົນຂອງຊົນເຜົ່າຮ່າຍີ່, ເມືອງເມື່ອງແຕ່, ລາຍເຈົາ. (ພາບ: vov.vn)

ງານບຸນແມ່ນເຫດການການເມືອງ, ການຕ່າງປະເທດ, ວັດທະນະທໍາທີ່ມີຄວາມໝາຍໃຫຍ່ ເພື່ອແນໃສ່ເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມື, ການຕ່າງປະເທດລະຫວ່າງບັນດາເມືອງທີ່ຕິດກັບຊາຍແດນ; ປະກອບສ່ວນຊຸກຍູ້ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເພີ່ມພູນຄູນສ້າງນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງພັກ, ອໍານາດການປົກຄອງ, ປະຊາຊົນຢູ່ເຂດຊາຍແດນ 3 ປະເທດ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ
302 Found

Found

The document has moved here.