ຈີນ-ໄທ ຮ່ວມພັດທະນາໂຄງການທາງລົດໄຟ

16:30 | 31/12/2019

ອົງ​ການ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ໄທ​ ແລະ ບໍ​ລິ​ສັດ ​ສັນ​ຍານ​ໂທ​ລະ​ຄົມ ​ທາງ​ລົດ​ໄຟ​ຈີນ​ ຈຳ​ກັດ ​ໄດ້​ລົງ​ນາມ ​ໃນ​ສັນ​ຍາ​ຮ່ວມ​ມື ​ໂຄງ​ການ​ຍົກ​ລະ​ດັບທາງ​ລົດ​ໄຟ ​ສອງ​ສາຍ​ໄປ-ກັບ​ ຈາກ​ແຂວງ​ ນະ​ຄອນ​​ປະ​ຖົມ​​ໄປຫາ​​​ ແຂວງ​ຊຸມ​ພອນ ຂອງ​ໄທ ​ມີ​ຄວາມ​ຍາວ​ ປະ​ມານ 420 ກິ​ໂລ​ແມັດ ແລະ ມີ​ສະ​ຖາ​ນີ 59 ແຫ່ງ.

ຈີນ-ໄທ ຮ່ວມພັດທະນາໂຄງການທາງລົດໄຟ

ພາບປະກອບ

ຈີນເປີດເສັ້ນທາງ ລົດໄຟຄວາມໄວສູງໃໝ່ກວ່າ 10 ສາຍໃນປີນີ້, ຄິດເປັນ ໄລຍະທາງກວ່າ 4.000 ກິໂລແມັດ ເປັນເສັ້ນທາງ ທີ່ຢູ່ໃນຫລາຍມົນທົນ ແລະ ເຂດທົ່ວປະເທດ, ຊ່ວຍໃຫ້ຫລາຍພື້ນທີ່ ມີເສັ້ນທາງ ລົດໄຟຄວາມໄວສູງ ສາຍທຳອິດ ຂອງຈີນ ຄິດເປັນໄລຍະທາງ 35.000 ກິໂລແມັດ ເປັນອັນດັບໜຶ່ງ ຂອງໂລກ. ເສັ້ນທາງ ລົດໄຟຄວາມໄວສູງ ຈາກນະຄອນຫລວງ ປັກກິງ-ເມືອງຈາງເຈຍໂຂວ ຊຶ່ງເປັນທາງລົດ ໄຟຄວາມໄວສູງ ອັດສະຣີຍະ ທີ່ມີຄວາມໄວ 350 ກິໂລແມັດຕໍ່ຊົ່ວໂມງ ສາຍທຳອິດ ຂອງໂລກ ເປີດໃຫ້ບໍລິການ, ມີຄວາມຍາວ174 ກິໂລແມັດ, ນອກນີ້ ຍັງໄດ້ຂະຫຍາຍ ເສັ້ນທາງສູ່ໝູ່ບ້ານ ນັກກິລາ ໂອລິມປິກ ລະດູໜາວ ທີ່ເຂດສົງຫລີ່ ເມືອງຈາງເຈຍໂຂວ. ລົດໄຟຄວາມໄວສູງ ສາຍນີ້ ໃຊ້ລະບົບ ເຕັກໂນໂລຊີນຳທາງ ເປຍໂຕວ ລະບົບເຕືອນໄພ, ການຄວາມຄຸມ ອັດຕະໂນມັດ, ເອເລັກໂຕຣນິກ ແລະ ອື່ນໆ ເພື່ອອຳນວຍ ຄວາມສະດວກ ໃຫ້ແກ່ຜູ້ ໂດຍສານ ແລະ ສາມາດຫລຸດຜ່ອນ ເວລາການເດີນທາງ ລົງຈາກ 3 ຊົ່ວໂມງ 7 ນາທີ ເຫລືອພຽງ 47 ນາທີ.

ອົງ​ການ​ທາງ​ລົດ​ໄຟ​ແຫ່ງ​ຊາດ​ໄທ​ ແລະ ບໍ​ລິ​ສັດ ​ສັນ​ຍານ​ໂທ​ລະ​ຄົມ ​ທາງ​ລົດ​ໄຟ​ຈີນ​ ຈຳ​ກັດ ​ໄດ້​ລົງ​ນາມ ​ໃນ​ສັນ​ຍາ​ຮ່ວມ​ມື ​ໂຄງ​ການ​ຍົກ​ລະ​ດັບທາງ​ລົດ​ໄຟ ​ສອງ​ສາຍ​ໄປ-ກັບ​ ຈາກ​ແຂວງ​ ນະ​ຄອນ​​ປະ​ຖົມ​​ໄປຫາ​​​ ແຂວງ​ຊຸມ​ພອນ ຂອງ​ໄທ ​ມີ​ຄວາມ​ຍາວ​ ປະ​ມານ 420 ກິ​ໂລ​ແມັດ ແລະ ມີ​ສະ​ຖາ​ນີ 59 ແຫ່ງ.ໃຫ້​ສຳ​ລັດ​ພາຍ​ໃນ 3 ປີຕໍ່ໜ້າ. ພາຍຫຼັງ​ສ້າງ​ສຳ​ເລັດ​ແລ້ວ ຈະ​ກາຍ​ເປັນ​ພາກ​ສ່ວນ​ສຳ​ຄັນ​ ໃນ​ລະ​ບົບ​ທາງ​ລົດ​ໄຟ​ຂອງ​ໄທ. ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ ສອງ​ສາ​ຍ​ໄປ-ກັບ​ດັ່ງ​ກ່າວ​ ຈະ​ມີ​ຜົນ​ດີ​ ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ຂອງ​ໄທ ແລະ ຍົກ​ຄຸນ​ນະ​ພາບ ​ຂອງ​ຊີ​ວິດ​ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ​ ໃຫ້​ສູງ​ຂຶ້ນ.ນອກ​ນີ້ ຍັງ​ເປັນ​​ໂຄງ​ການ​ໜຶ່ງ​ ທີ່ນອນ​ຢູ່​ໃນແຜນ​ ການ​ພັດ​ທະ​ນາ​ ຍຸດ​ທະ​ສາດ​ ທາງ​ລົດ​ໄຟ​​ຂອງໄທ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.