ສປປ.ລາວ ຈະກວາດກາສຸຂະພາບເເຮງງານຈີນ ເພື່ອປ້ອງກັນ ແລະ ຕ້ານເຊື້ອພະຍາດ covid-19

12:17 | 28/02/2020

ຍສໝ - ເພື່ອສະກັດກັ້ນ covid-19, ເຈົ້າຫນ້າທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ ຈະເພີ່ນທະວີກວດກາສຸຂະພາບຢ່າງບັງຄັບສຳລັບຄົນອອກເເຮງງານຈີນຢູ່ລາວ.

ຢູ່ວາລະປະຊູມປະຈຳລັດຖະບານລາວທີ່ຫ່ວາງກີ້ນີ້, ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ ໄດ້ຮຽກຮອ້ງບັນດາກະຊວງ, ຄະນະມີຫນ້າທີ່, ອຳນາດການປົກຄອງບັນດາທອ້ງຖີ່ນຂອງປະເທດລາວເພີ່ມທະວີບັນດາມາດຕະການຕ້ານ,ສະກັດກັ້ນຄວາມລະບາດຂອງເຊື້າພະຍາດ covid-19, ໂດຍສະເພາະແມ່ນລາວຍັງມອບວີຊາປົກກະຕິໃຫ້ປະຊາຊົນຈີນ ເເລະ ຮັກສາບັນດາມາດຕະການເລື້ອກເຟັ້ນ, ກວດອຸນຫະພູມຮ່າງກາຍຢູ່ບັນດາປອ້ມກວດກາຊາຍເເດນ.

ສປປ.ລາວ ຈະກວາດກາສຸຂະພາບເເຮງງານຈີນ ເພື່ອປ້ອງກັນ ແລະ ຕ້ານເຊື້ອພະຍາດ covid-19

ທ່ານ ນາຍົກລັດຖະມົນຕີລາວ ທອງລຸນ ສີສຸລິດ. (ພາບ: nhandan.com.vn)

ຫົວຫນ້າກົມກວດກາພະຍາດຕິດເເປດ ກະຊວງສາຫາລະນະສຸກລາວ, ທ່ານ ຣັດຕະນະໄຊ ເພດສະຫວັນ ຫ່ວາງເເລ້ວນີ້ໄດ້ເເລ້ກປ່ຽນກັບຫນັງສືພິມກໍ່ໃຫ້ຮູ້ວ່າ ຈະເພີ່ນທະວີກວດກາສຸຂະພາບແບບບັງຄັບສຳລັບບັນດາເເຮງງານຄົນຈີນກຳລັງເຮັດວ້ຽກຢູ່ລາວ, ເເຕ່ສ່ວນຫລາຍເເມ່ນບັນດາບໍລີສັດສ້າງສາ ເເລະ ໂຄງການລົດໄພລາວ-ຈີນ.

ວຽກງານເລື້ອກເຟັ້ນກໍ່ໄດ້ປະຕີບັດຕໍ່ບັນດາກໍລະນີຜູ້ເເຮງງານມາ ເເລະ ໄປເເຕ່ຈີນ ເເລະ ບັນດາປະເທດໃກ້ເຮືອນຄຽງຮັບຮອງເອົ່າເພີ່ມທະວີຕິດຕາມ ເເລະ ເກັບໂຮມສົ່ງຂ່າວມາເເຕ່ບັນດາກົມກອງນຳໃຊ້ເເຮງງານ.

ນອກຈາກນີ້, ກະຊວງສາຫາລະນະສຸກລາວກໍ່ສະເຫນີຄຳເຕືອນໃຫ້ປະຊາຊົນນຳໃຊ້ບັນດາມາດຕະການປ້ອງກັນ, ຮັກສາອະນາໄມ, ບໍ່ສຳຜັດກັບຄົນເປັນໄຂ້ຫວັດ ຫຼື ຕິດອາການປອດອັກເສບ. ລາວກຳລັງມີແຜນການປ້ອງກັນໃນໄລຍະສັ້ນ ແລະ ຍາວແກ່ການປິ່ນປົ່ວສຳລັບກໍລະນີທີ່ສົງໄສຕິດເຊື້ອພະຍາດ covid-19.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.