ປະເທດລາວ ມີສະຕິລະວັງຕົວສູງຕໍ່ນັກທ່ອງທ່ຽວຈີນຍ້ອນພະຍາດປອດອັກເສບ Corona

11:44 | 04/02/2020

ຍສໝ - ລັດຖະມົນຕີ ສາທາລະນະສຸກປະເທດລາວ, ທ່ານ ລັດຖະມົນຕີທ່ານບຸນກອງສີຫາວົງ ກ່າວວ່າ "ມາຮອດປັດຈຸບັນນີ້, ຍັງບໍ່ມີຜູ້ປ່ວຍຄົນໃດ ຖືກຮັບການຢືນຢັນວ່າຕິດເຊື້ອໄວຣັດພະຍາດປອດອັກເສບ Corona ໃນລາວ. "ມີກໍລະນີທີ່ສົງໃສ, ແຕ່ວ່າການທົດສອບທັງໝົດ ແມ່ນເປັນຜົນການວິໄຈບໍ່ມີປະກົດການຂອງພະຍາດ."

ທ່ານ ບຸນກອງສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນກອງປະຊຸມຂ່າວສອງສາມມື້ທີ່ຜ່ານມາວ່າ: ມາຮອດປັດຈຸບັນນີ້, ຍັງບໍ່ມີຜູ້ປ່ວຍຄົນໃດ ຖືກຮັບການຢືນຢັນວ່າຕິດເຊື້ອໄວຣັດພະຍາດປອດອັກເສບ Corona ໃນລາວ. ເຖິງແມ່ນວ່າ ປະເທດລາວມີພົນລະເມືອງຈຳນວນຫຼວງຫຼາຍ ທີ່ກຳລັງສຶກສາຢູ່ຕ່າງປະເທດ, ລວມທັງປະເທດຈີນ, ແຕ່ວ່າບໍ່ມີກໍລະນີໄດ້ຕິດເຊື້ອໄວຣັດ ພະຍາດປອດອັກເສບ Corona.

ປະເທດລາວ ມີສະຕິລະວັງຕົວສູງຕໍ່ນັກທ່ອງທ່ຽວຈີນຍ້ອນພະຍາດປອດອັກເສບ Corona

ອົງການສາທາລະນະສຸກ ໄດ້ເພີ່ມທະວີການກວດກາ ແລະ ມາດຕະການກັກກັນພະຍາດ ຢູ່ທີ່ແຫ່ງເຂົ້າເມືອງທັງໝົດ 27 ແຫ່ງໃນທົ່ວປະເທດ. (ພາບ: motthegioi.vn)

ອົງການສາທາລະນະສຸກ ໄດ້ເພີ່ມທະວີການກວດກາ ແລະ ມາດຕະການກັກກັນພະຍາດ ຢູ່ທີ່ແຫ່ງເຂົ້າເມືອງທັງໝົດ 27 ແຫ່ງໃນທົ່ວປະເທດ. ທຸກແຫ່ງທັງໝົດແມ່ນໃຊ້ເຄື່ອງກວດສະແກນຄວາມຮ້ອນ ເພື່ອກວດເບິ່ງນັກທ່ອງທ່ຽວເຂົ້າມາໃນປະເທດລາວ, ໂດຍສະເພາະນັກທ່ອງທ່ຽວຈາກປະເທດຈີນ.

ໜັງສືພິມ Vientianes Times ໄດ້ເນັ້ນໜັກວ່າ ຈຳນວນຄົນຈີນທີ່ເຂົ້າມາຫຼວງພະບາງໃນປີ 2019 ແມ່ນສູງກວ່າປະເທດອື່ນໆທົ່ວໂລກ, ສະນັ້ນກະຊວງສາທາລະນະສຸກ ແລະ ລັດຖະບານລາວ, ໂດຍສະເພາະພະແນກສາທາລະນະສຸກແຂວງຫຼວງພະບາງ, ຕ້ອງໄດ້ຮັບການເອົາໃຈໃສ່ໃນການຕິດຕາມ ແລະ ກວດຫາຄວາມໄພອັນຕະລາຍຈາກໄວຣັດ ພະຍາດປອດອັກເສບ Corona.

(ຄຳຮຸ່ງ)

ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ