ຈຳນວນກໍລະນີຕິດເຊື້ອສາຍພັນໃໝ່ຈາກໄວຣັດໂຄໂຣນາຢູ່ປະເທດຈີນ ໄດ້ຂຶ້ນເຖິງ 37.198 ຄົນ

17:02 | 09/02/2020

ຕອນເຊົ້າວັນທີ 09 ກຸມພາ, ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ ປະກາດວ່າ ຈຳນວນກໍລະນີຕິດເຊື້ອສາຍພັນໃໝ່ຈາກໄວຣັດໂຄໂຣນາຢູ່ປະເທດນີ້ ໄດ້ຂຶ້ນເຖິງ 37.198 ຄົນ.

ຈຳນວນກໍລະນີຕິດເຊື້ອສາຍພັນໃໝ່ຈາກໄວຣັດໂຄໂຣນາຢູ່ປະເທດຈີນ ໄດ້ຂຶ້ນເຖິງ 37.198 ຄົນ

ພາບປະກອບ

ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ ໃຫ້ຮູ້ວ່າ: ມີ 89 ກໍລະນີເສຍຊີວິດໃນວັນທີ 08 ກຸມພາ ຍ້ອນຕິດເຊື້ອລະບາດໄວຣັດໂຄໂຣນາດັ່ງກ່າວ, ໃນນັ້ນ ສະເພາະຢູ່ແຂວງ ຮູເປີ່ຍ ມີ 81 ກໍລະນີເສຍຊີວິດຕື່ມອີກ, ຍົກຍອດຈຳນວນກໍລະນີເສຍຊີວິດຢູ່ ຈີນ ໄລ່ມາຮອດຈຸດເວລານີ້ແມ່ນ 811 ຄົນ.

ຕາມສຳນັກຂ່າວສານ ຊີນຮົວ ແລ້ວ, ຕອນເຊົ້າວັນທີ 07 ກຸມພາ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump, ໃນນັ້ນການນຳຈີນ ໄດ້ຊົມເຊີຍທ່ານປະທານາທິບໍດີອາເມລິກາ ທີ່ໄດ້ຕີລາຄາຢ່າງຕັ້ງໜ້າກ່ຽວກັບວຽກງານປ້ອງກັນ, ຕ້ານເຊື້ອພະຍາດປອດອັກເສບທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ (2019-nCoV) ເປັນຫຼາຍຄັ້ງ, ພ້ອມທັງສະແດງຄວາມຂອບໃຈບັນດາອົງການຈັດຕັ້ງສັງຄົມຂອງອາເມລິກາ ທີ່ໄດ້ບໍລິຈາກອຸປະກອນດ້ານສາທາລະນະສຸກໃຫ້ແກ່ຈີນ.

ໃນການໂອ້ລົມທາງໂທລະສັບ, ທ່ານປະທານປະເທດ ສີຈີ້ນຜິງ ຢືນຢັນວ່າ, ປະເທດນີ້ບໍ່ພຽງແຕ່ປົກປ້ອງຮັກສາສຸຂະພາບ ແລະ ຊີວິດຂອງປະຊາຊົນຈີນ ເທົ່ານັ້ນ, ຫາກຍັງນັບທັງປະຊາຊົນໃນທົ່ວໂລກອີກດ້ວຍ. ທ່ານ ສີຈີ້ນຜິງ ໃຫ້ຮູ້ວ່າ, ອາເມລິກາ ແລະ ຈີນ ໄດ້ຮັກສາການຕິດຕໍ່ພົວພັນໃນວຽກງານປ້ອງກັນ, ຕ້ານເຊື້ອພະຍາດຢ່າງເປັນປະຈຳ.

(ໄຊພອນ)

ເຫດການ
302 Found

Found

The document has moved here.