ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອັງຢູ໋ງ ໄດ້ພົບປະກັບເອກອັກຄະລັດຖະທູດຈີນ ເພື່ອປຶກສາຫາລືກ່ຽວກັບການປ້ອງກັນເຊື້ອໄວຣັດ Corona

16:48 | 06/02/2020

ຍສໝ - ວັນທີ 5 ກຸມພາ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອັງຢູ໋ງ ໄດ້ພົບປະກັບທ່ານ Xiong Bo, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ.ຈີນ ປະຈຳຫວຽດນາມ ເພື່ອປຶກສາຫາລືບາງບັນຫາທີ່ກ່ຽວຂ້ອງເຖິງການປ້ອງກັນການຕິດເຊື້ອພະຍາດໄວຣັດ Corona.

ໃນການພົບປະ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອັງຢູ໋ງ ໄດ້ແບ່ງປັນຄວາມຫຍຸ້ງຍາກໃນການປ້ອງກັນ ແລະ ຄວບຄຸມພະຍາດລະບົບຫາຍໃຈ ທີ່ເກີດຈາກເຊື້ອໄວຣັສ Corona ຊະນິດໃໝ່ ທີ່ ປະເທດຈີນ ກຳລັງປະເຊີນໜ້າຢູ່. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອັງຢູ໋ງ ປາດຖະໜາວ່າສອງຝ່າຍຄວນແລກປ່ຽນຂໍ້ມູນຂ່າວສານຢ່າງເປັນປະຈຳ, ພ້ອມກັນປ້ອງກັນການລະບາດຂອງໄວຣັດ Corona; ແລະ ເຊື່ອໝັ້ນວ່າດ້ວຍການຊີ້ນຳຢ່າງຈິງຈັງຂອງລັດຖະບານຈີນ ແລະ ການຮ່ວມມືສາກົນກ່ຽວກັບບັນຫານີ້, ຝ່າຍຈີນຈະຊະນະພະຍາດດັ່ງກ່າວໂດຍໄວ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ  ໂຕແອັງຢູ໋ງ ໄດ້ພົບປະກັບເອກອັກຄະລັດຖະທູດຈີນ ເພື່ອປຶກສາຫາລືກ່ຽວກັບການປ້ອງກັນເຊື້ອໄວຣັດ Corona

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອັງຢູ໋ງ ແລະ ທ່ານເອກອັກຄະລັດຖະທູດ Xiong Bo. (ພາບ: baoquocte.vn)

ທ່ານເອກອັກຄະລັດຖະທູດ Xiong Bo ຕາງໜ້າລັດຖະບານ ແລະ ປະຊາຊົນຈີນໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ແລະ ປະຊາຊົນຫວຽດນາມທີ່ໄດ້ໃຫ້ຄວາມສົນໃຈ, ແບ່ງປັນ ແລະ ສະໜັບສະໜູນ ຈີນ ໃນໄລຍະຫຍຸ້ງຍາກນີ້. ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂຕແອັງຢູ໋ງ ກໍ່ແຈ້ງໃຫ້ຊາບວ່າ ລັດຖະບານ ຫວຽດນາມ ໄດ້ຕັດສິນໃຈ ຊ່ວຍເຫຼືອໃຫ້ຈີນ ຈຳນວນເງິນ 500.000 ໂດລາສະຫະລັດພ້ອມດ້ວຍອຸປະກອນການແພດຈຳນວນໜຶ່ງ ເພື່ອປ້ອງກັນການລະບາດຂອງພະຍາດໃຫ້ໄວວາທີ່ສຸດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.