ໂຮນລັງ ແລະ UNDP ຮ່ວມມືຊຸກຍູ້ການຫັນເປັນເສດຖະກິດໝູນວຽນຢູ່ຫວຽດນາມ

ໂຮນລັງ ແລະ UNDP ຮ່ວມມືຊຸກຍູ້ການຫັນເປັນເສດຖະກິດໝູນວຽນຢູ່ຫວຽດນາມ

ຍສໝ - ຕອນບ່າຍວັນທີ 2 ມິຖຸນາ, ຢູ່ຮ່າໂນ້ຍ, ສະຖານທູດ ໂຮນລັງ ແລະ ໂຄງການພັດທະນາຂອງສະຫະປະຊາຊາດ (UNDP) ປະຈຳ ຫວຽດນາມ ໄດ້ລົງນາມໃນສັນຍາຜັນຂະຫຍາຍບັນດາໂຄງການເພີ່ມທະວີຄວາມສາມາດບົ່ມຊ້ອນກ່ຽວກັບເສດຖະກິດ​ໝູນວຽນ ໃຫ້ວິສາຫະກິດຢູ່ຫວຽດນາມ.

ທ່ານຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ທ່ານຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ຍສໝ- ຕອນເຊົ້າວັນທີ 2 ມິຖຸນາ ທີ່ຮ່າໂນ້ຍ, ທ່ານພົນໂທ ຫງວຽນເຕີນເກືອງ, ຫົວໜ້າກົມໃຫຍ່ເສນາທິການ ກອງ​ທັ​ບ​ປະ​ຊາ​ຊົນ ຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ທ່ານພົນຕີ ຄຳລຽງ ອຸທະໄກສອນ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ.

ຫວຽດນາມ ໄດ້ຮັບລາງວັນຜົນງານດີທີ່ສຸດ ໃນງານ Olympic  ຄອມພິວເຕີ ອາຊີ - ປາຊີຟິກ

ຫວຽດນາມ ໄດ້ຮັບລາງວັນຜົນງານດີທີ່ສຸດ ໃນງານ Olympic ຄອມພິວເຕີ ອາຊີ - ປາຊີຟິກ

ຍສໝ - ຕອນ​ຄ່ຳ​ວັນ​ທີ 1 ມິຖຸນາ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໄດ້​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບ​ໝາກຜົນ​ງານ​ການເຂົ້າຮ່ວມ Olympic ຄອມພິວເຕີ ອາຊີ - ປາຊີ​ຟິກ 2022 ຂອງ​ທິມຊາດ​ຫວຽດນາມ: ທັງໝົດ 7/7 ​ຜູ້​​ເຂົ້າ​ຮ່ວມ​ການສອບເສັງ ລ້ວນ​ແຕ່​ຍາດ​ໄດ້​ຫຼຽນ​, ​ໃນ​ນັ້ນ​ມີ 3 ຫຼຽນ​ຄຳ ​ແລະ 4 ຫຼຽນເງິນ.

ເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ - ໂອຕຣິດ ໃຫ້ແທດຈິງ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ

ເພີ່ມທະວີການພົວພັນຮ່ວມມືລະຫວ່າງຫວຽດນາມ - ໂອຕຣິດ ໃຫ້ແທດຈິງ ແລະ ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ

ຍສໝ - ຕອນ​ບ່າຍ​ວັນ​ທີ 1 ມິຖຸນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ບຸ່ຍແທັງເຊີນ ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ ທ່ານ​ລັດຖະມົນຕີ ໂອຕຣິດ, ຜູ້​ຮັບຜິດຊອບ​ວຽກ​ງານ​ເອີ​ລົບ ​ແລະ ສາກົນ Alexander Schallenberg.

ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອິດສະຣາແອນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ

ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນປະເທດ ຫວຽດນາມ - ອິດສະຣາແອນ ພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 2 ມິຖຸນາ ຢູ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ຮ່ວາງ​ຊວນ​ຈ້ຽນ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ; ທ່ານພົນຈັດຕະວາ Amir Eshel, ອະດີດ​ຫົວໜ້າກົມໃຫຍ່ ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິດສະຣາ​ແອນ ໄດ້​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ນະ​ໂຍບາຍ​ປ້ອງ​ກັນ​ປະ​ເທດ ຫວຽດນາມ - ອິດສະຣາ​ແອນ ຄັ້ງ​ທີ 2.

UNFPA ໜູນຊ່ວຍກວ່າ 158 ຕື້ດົ່ງ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດຢູ່ 4 ແຂວງ

UNFPA ໜູນຊ່ວຍກວ່າ 158 ຕື້ດົ່ງ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດຢູ່ 4 ແຂວງ

ຍສໝ - ໃນວັນທີ 31 ພຶດສະພາ, ສະຫະພັນຊາວກະສິກອນຫວຽດນາມ ແລະ ກອງທຶນປະຊາກອນຂອງສະຫະປະຊາຊາດ (UNFPA) ໄດ້ປະກາດໂຄງການ “ສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດ ແລະ ການກະທຳທີ່ສ້າງຄວາມເສຍຫາຍອື່ນໆ” ຢູ່ຮ່າໂນ້ຍ. ນີ້​ແມ່ນ​ໂຄງການ​ໃນ​ຂອບ​ເຂດ​ໂຄງການ​ແຫ່ງ​ຊາດ ຄັ້ງ​ທີ 10 ຂອງ UNFPA ສຳລັບ​ຫວຽດນາມ ​ໃນໄລຍະ 2022-2026.

ຫວຽດນາມ ໄດ້ຮັບຖືວ່າແມ່ນເມັດເພັດຢູ່ພາກພື້ນ ກ່ຽວກັບການ start up ປະດິດສ້າງ

ຫວຽດນາມ ໄດ້ຮັບຖືວ່າແມ່ນເມັດເພັດຢູ່ພາກພື້ນ ກ່ຽວກັບການ start up ປະດິດສ້າງ

ຍສໝ - ໃນວັນ​ທີ 30 ພຶດສະພາ​ນີ້, ກອງທຶນລົງທຶນ Golden Gate Ventures ສົມທົບ​ກັບ​ສູນປ່ຽນໃໝ່​ປະດິດ​ສ້າງ​ແຫ່ງ​ຊາດ​ຫວຽດນາມ (NIC, ກະຊວງ​ແຜນການ ​ແລະ ການ​ລົງທຶນ) ​ໄດ້​ປະກາດ​ເປີດ​ສຳນັກງານ​ໃໝ່ 2 ​ແຫ່ງ​ຢູ່​ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ, ພ້ອມທັງຈັດຕັ້ງການສຳມະນາ: “ສາມ​ຫຼ່ຽມຄຳ​ແຫ່ງ​ການສ້າງຕົວ” ຢູ່​ພາກອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້: ຫວຽດນາມ - ສິງກະ​ໂປ - ອິນ​ໂດ​ເນ​ເຊຍ ​ແລະ ​ອິດ​ທິພົນ​ຂອງ​ມັນ​ຕໍ່​ຂະ​ບວນການ​ເຕີບ​ໂຕ​ຂອງ​ພາກ​ພື້ນ​ໃນ​ຕໍ່ໜ້າ.

ຊຸກຍູ້ການຮ່ວມມືລະຫວ່າງແຂວງບໍລິຄຳໄຊ ກັບບັນດາທ້ອງຖິ່ນຂອງຫວຽດນາມ

ຊຸກຍູ້ການຮ່ວມມືລະຫວ່າງແຂວງບໍລິຄຳໄຊ ກັບບັນດາທ້ອງຖິ່ນຂອງຫວຽດນາມ

ໃນຂອບເຂດການຢ້ຽມຢາມ ສປປ ລາວ, ວັນທີ 1 ມີຖຸນາ, ທ່ານນາງ ເຈືອງທິມາຍ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງບໍລິຄຳໄຊ; ຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍ ສີທະນາໄຊ ແລະ ຢ້ຽມຢາມທະນາຄານການຄ້າຫຸ້ນສ່ວນອຸດສາຫະກຳ ແລະການຄ້າ ຫວຽດນາມ ສາຂາ ຢູ່ລາວ.

ທີມຊາດຫວຽດນາມ ຊະນະທີມຊາດອັບການິດສະຖານ ດ້ວຍ 2-0 ປະຕູ

ທີມຊາດຫວຽດນາມ ຊະນະທີມຊາດອັບການິດສະຖານ ດ້ວຍ 2-0 ປະຕູ

ວັນທີ 1 ມິຖຸນາ, ທີ່ສະໜາມກິລາທົ໊ງເຍິດ (ນະຄອນໂຮ່ຈີມິນ), ຕໍ່ໜ້າການຊົມການເຊຍ ແລະໃຫ້ກໍາລັງໃຈຂອງແຟນບານເປັນຈໍານວນຫຼວງຫຼາຍ, ທີມຊາດຫວຽດນາມ ໄດ້ແຂ່ງຂັນດີທີ່ສຸດ ແລະເອົາຊະນະທີມຊາດອັບການິດສະຖານ ດ້ວຍ 2-0 ປະຕູ ໃນຂອບເຂດການແຂ່ງຂັນກິລາມິດຕະພາບສາກົນ.

ການປຶກສາຫາລືດ້ານການເມືອງ ຫວຽດນາມ - ອິນເດຍ ຄັ້ງທີ 12

ການປຶກສາຫາລືດ້ານການເມືອງ ຫວຽດນາມ - ອິນເດຍ ຄັ້ງທີ 12

ຍສໝ-ຕອນບ່າຍວັນທີ 30 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ຕ້ອນຮັບ ທ່ານຮອງລັດຖະມົນຕີ ການຕ່າງປະເທດ ອິນເດຍ Saurabh Kumar ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແລະ ທັງເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ແລະ ການເຈລະຈາຍຸດທະສາດ ຄັ້ງທີ 9 ລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດ ໃນລະຫວ່າງວັນທີ 29 – 31 ພຶດສະພາ.

ການແຜ່ກະຈາຍຄວາມຮັກ ເຈື່ອງຊາ ໄປສູ່ຊາວຫວຽດນາມຢູ່ໃນທົ່ວໂລກ.

ການແຜ່ກະຈາຍຄວາມຮັກ ເຈື່ອງຊາ ໄປສູ່ຊາວຫວຽດນາມຢູ່ໃນທົ່ວໂລກ.

ຍສໝ-ວັນທີ 30 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານ​ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຟູ່ງແຄງ​ໄຕ່ ​ໄດ້ເປັນ​ປະທານການພົບປະ​ຄະນະ​ຜູ້​ແທນ​ຊາວຫວຽດນາມ ​ຢູ່​ຕ່າງປະ​ເທດ ກັບມາຫວຽດນາມ ຈາກ 17 ປະ​ເທດ​ໃນ​ໂລກ​ ເຂົ້າຮ່ວມການໄປ​ຢ້ຽມຢາມ ​ເຈື່ອງ​ຊາ ​ໃນລະຫວ່າງ​ວັນ​ທີ 17-25 ພຶດສະພາ 2022.

10 ປະເທດເຂົ້າຮ່ວມງານບຸນຮູບເງົາເອກະສານ ເອີລົບ - ຫວຽດນາມ

10 ປະເທດເຂົ້າຮ່ວມງານບຸນຮູບເງົາເອກະສານ ເອີລົບ - ຫວຽດນາມ

ຍສໝ - ງານບຸນຈະໄດ້ຈັດຂຶ້ນ ແຕ່ວັນທີ 3 – 12 ມິຖຸຸນາ 2022 ທີ່ສຳນັກງານຮູບເງົາເອກະສານ ແລະ ວິທະຍາສາດສູນກາງ (ເຮືອນເລກທີ 465 ຖະໜົນຮວ່າງຮວາທ໋າມ, ຮ່າໂນ້ຍ), ດ້ວຍການເຂົ້າຮ່ວມຈາກ 10 ປະ​ເທດ​ຄື ໂອຕາລິດ, ແບນຊິກ (Wallonia-Brussels), ຝ​ຣັ່ງ, ອີ​ຕາ​ລີ, ເຢຍ​ລະ​ມັນ, ອິດ​ສະ​ຣາ​ແອັນ, ສະເປນ, ສະ​ວິດເຊີແລນ, ສາ​ທາ​ລະ​ນະ​ລັດ​ເຊັກໂກ, ລາຊະອານາຈັກອັງກິດ ແລະ ຫວຽດນາມ.

ຜູ້ກໍາກັບການສະແດງຫວຽດນາມ ຄວ້າໄດ້ລາງວັນທີ່ງານມະໂຫລານຮູບເງົາ Cannes 2022

ຜູ້ກໍາກັບການສະແດງຫວຽດນາມ ຄວ້າໄດ້ລາງວັນທີ່ງານມະໂຫລານຮູບເງົາ Cannes 2022

ຍສໝ-ດ້ວຍ​ຮູບ​ເງົາ “ຄວາມຝັນຢໍ່ພັນ”, ຜູ້​ກຳ​ກັບ​ການສະແດງຍິງ​ຫວຽດ​ນາມ ຄວ້າໄດ້​ລາງວັນ ​ທ່າ​ແຮງບົ່ມຂ້ອງ ​ທີ່ງານມະໂຫລານຮູບເງົາ Cannes 2022.

ການໂຄສະນາຜະລິດຕະພັນກະເສດຫວຽດນາມທີ່ອົດສະຕາລີ

ການໂຄສະນາຜະລິດຕະພັນກະເສດຫວຽດນາມທີ່ອົດສະຕາລີ

ຍສໝ-ວັນທີ 29 ພຶດສະພາ, ເຄືອຂ່າຍປ່ຽນໃໝ່ປະດິດສ້າງ ຫວຽດນາມ - ອົດສະຕາລີ ໄດ້ຈັດຕັ້ງການສຳມະນາ “ການນຳໃຊ້ເຕັກໂນໂລຊີ 5.0 ເພື່ອປ່ຽນໃໝ່ໃນການພັດທະນາແບບຍືນຍົງຂອງຂະແໜງການກະສິກໍາ ແລະ ລະບົບຕ່ອງໂສ້ການສະໜອງ ເພື່ອຍົກສູງຄຸນນະພາບ, ການຈຳໜ່າຍ ແລະ ມູນຄ່າຜະລິດຕະພັນກະເສດຢ່າງມີປະສິດທິຜົນ ແລະ ໝູນວຽນ”.

ບຸນເຕັດດວານງໍ້ ແມ່ນວັນທີເທົ່າໃດ ແລະ ມາຈາກໃສ?

ບຸນເຕັດດວານງໍ້ ແມ່ນວັນທີເທົ່າໃດ ແລະ ມາຈາກໃສ?

ຍສໝ - ​ຕາມ​ຄວາມ​ໝາຍ​ຈີນ-ຫວຽດນາມ, "ດວາ​ນ" ​ແປ​ວ່າ​ເປີດສາກ, "ງໍ້" ​ແມ່ນ​ເວລາ 11 ​ໂມງ​ຫາ 1 ​ໂມງຕອນບ່າຍ. ສະນັ້ນ, ການ​ກິນບຸນເຕັດດວານງໍ້​ແມ່ນ​ມັກ​ກິນ​ໃນ​ຕອນ​ທ່ຽງ.

ແຂວງ ກວາງນີງເປີດຄືນສະພານລອຍນໍ້າຂົນສົ່ງສີນຄ້າຜ່ານຈີນ

ແຂວງ ກວາງນີງເປີດຄືນສະພານລອຍນໍ້າຂົນສົ່ງສີນຄ້າຜ່ານຈີນ

ຍສໝ - ວັນທີ 30 ພຶດສະພາ, ທາງຜ່ານສະພານລອຍນໍ້າຊົ່ວຄາວຢູ່ ກມ3+4 ຫາຍອຽນ (ນະຄອນ ໝອງກາຍ, ແຂວງ ກວາງນີງ) ໄດ້ເປີດຄືນຢ່າງເປັນທາງການຫຼັງຈາກ 3 ເດືອນຖືກປິດ.

ນັກທ່ອງທ່ຽວຕ່າງປະເທດມາ ຫວຽດນາມ ໃນເດືອນພຶດສະພາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ນັກທ່ອງທ່ຽວຕ່າງປະເທດມາ ຫວຽດນາມ ໃນເດືອນພຶດສະພາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

ຍສໝ - ໃນຈຳນວນນັກທ່ອງທ່ຽວຕ່າງປະເທດທັງໝົດທີ່ມາຫວຽດນາມໃນ 5 ເດືອນຂອງປີ 2022, ນັກທ່ອງທ່ຽວທີ່ມາດ້ວຍທາງການບິນກວມເອົາ 87,8%, ທົບ 6,3 ເທົ່າທຽບໃສ່ໄລຍະດຽວກັນຂອງປີກາຍ; ທາງບົກເພີ່ມຂຶ້ນ 47%; ທາງທະເລຫຼຸດລົງ 50,8%.

ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ

ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ

ຕ້ອງສ້າງສະພາບແວດລ້ອມແຫ່ງການລົງທຶນດີທີ່ສຸດ ແລະຊຸກຍູ້ບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ໃຫ້ມີເນື້ອແທ້, ມີປະສິດທິຜົນທີ່ສຸດ ແລະເຂັ້ມແຂງກວ່າ, ບຸກທະລຸກວ່າອີກໃນໄລຍະຈະມາເຖິງ, ນຳມາເຊິ່ງປະສິດທິຜົນໃຫ້ທັງສອງປະເທດ.

ຊຸກຍູ້​ການ​ພົວພັນ​ມິດຕະພາບ​​ລະຫວ່າງປະຊາຊົນ ​ຫວຽດນາມ ​ແລະ ​ເອຢິບ

ຊຸກຍູ້​ການ​ພົວພັນ​ມິດຕະພາບ​​ລະຫວ່າງປະຊາຊົນ ​ຫວຽດນາມ ​ແລະ ​ເອຢິບ

ຍສໝ - ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແລະ ເອ​ຢິບ ມີ​ການພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ໃຫ້ຮູ້​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ກັບ ເອ​ຢິບ - ປະ​ເທດ​ໃຫຍ່​ທີ່​ມີອິດທິພົນຊື່ສຽງ ​ແລະ ບົດບາດ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ຂະບວນການ​ບໍ່​ຮ່ວມ​ກຸ່ມ.

ສະຫາຍ ຫວໍວັນເຖືອງ ພົບປະເຈລະຈາກັບຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ

ສະຫາຍ ຫວໍວັນເຖືອງ ພົບປະເຈລະຈາກັບຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ

ຍສໝ - ຕອນເຊົ້າ ວັນທີ 26 ພຶດສະພາ, ສະຫາຍ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາທິການໄດ້ພົບປະເຈລະຈາທາງໄກກັບ ທ່ານ RobertoMoralesOjeda ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດກູບາ.