ການປຶກສາຫາລືດ້ານການເມືອງ ຫວຽດນາມ - ອິນເດຍ ຄັ້ງທີ 12

16:30 | 02/06/2022

ຍສໝ-ຕອນບ່າຍວັນທີ 30 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ຕ້ອນຮັບ ທ່ານຮອງລັດຖະມົນຕີ ການຕ່າງປະເທດ ອິນເດຍ Saurabh Kumar ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ແລະ ທັງເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ແລະ ການເຈລະຈາຍຸດທະສາດ ຄັ້ງທີ 9 ລະຫວ່າງກະຊວງການຕ່າງປະເທດຂອງ 2 ປະເທດ ໃນລະຫວ່າງວັນທີ 29 – 31 ພຶດສະພາ.

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ
ຫວຽດນາມ ແລະ ອິນເດຍ ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ ແລະ ອິນເດຍ ຊຸກຍູ້ການພົວພັນຮ່ວມມືຍຸດທະສາດຮອບດ້ານ
ການປຶກສາຫາລືດ້ານການເມືອງ ຫວຽດນາມ - ອິນເດຍ ຄັ້ງທີ 12

ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ຕ້ອນຮັບ ທ່ານຮອງລັດຖະມົນຕີ ການຕ່າງປະເທດ ອິນເດຍ Saurabh Kumar ( ພາບ: ກະຊວງການຕ່າງປະເທດ)

ທ່ານ​ລັດຖະມົນຕີ ບູຍແທັງເຊີນ ໄດ້ສະແດງຄວາມຊົມ​ເຊີຍ ອິນ​ເດຍ ທີ່ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ຜົນງານ​ສຳຄັນ​ໃນ​ການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ; ຄວບ​ຄຸມ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ​ເປັນ​ຢ່າງ​ດີ ​ແລະ ພວມ​ຟື້ນ​ຟູ​ເສດຖະກິດເປັນ​ເທື່ອ​ລະ​ກ້າວ.

ທ່ານລັດຖະມົນຕີ ບູຍແທັງເຊີນ ສະເໜີໃຫ້ທັງ 2 ຝ່າຍສືບຕໍ່ພ້ອມກັນຊຸກຍູ້ບັນດາເສົາຄ້ຳຮ່ວມມືທີ່ສຳຄັນຄື: ການເມືອງ - ການທູດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ - ການລົງທຶນ, ວິທະຍາສາດ - ເຕັກໂນໂລຢີ, ວັດທະນະທຳ ແລະ ພົວພັນແລກປ່ຽນປະຊາຊົນ ເພື່ອແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1972 - 2022).

ທ່ານຮອງລັດຖະມົນຕີການຕ່າງປະເທດ Saurabh Kumar ຢືນຢັນວ່າ, ອິນເດຍ ຍາມໃດກໍຖື ຫວຽດນາມ ແມ່ນເສົາຄ້ຳທີ່ສຳຄັນໃນນະໂຍບາຍ “ການກະທຳມຸ່ງໄປເຖິງທິດຕາເວັນອອກ”, ໃຫ້ຄຳໝັ້ນສັນຍາຈະສົມທົບກັນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ 2 ປະເທດໃຫ້ຫຼາຍກວ່າໃນໄລຍະຈະມາເຖິງ.

ຫອມມາລາ

ເຫດການ
302 Found

Found

The document has moved here.