ແຂວງ ກວາງນີງເປີດຄືນສະພານລອຍນໍ້າຂົນສົ່ງສີນຄ້າຜ່ານຈີນ

18:49 | 31/05/2022

ຍສໝ - ວັນທີ 30 ພຶດສະພາ, ທາງຜ່ານສະພານລອຍນໍ້າຊົ່ວຄາວຢູ່ ກມ3+4 ຫາຍອຽນ (ນະຄອນ ໝອງກາຍ, ແຂວງ ກວາງນີງ) ໄດ້ເປີດຄືນຢ່າງເປັນທາງການຫຼັງຈາກ 3 ເດືອນຖືກປິດ.

ນັກທ່ອງທ່ຽວຕ່າງປະເທດມາ ຫວຽດນາມ ໃນເດືອນພຶດສະພາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ນັກທ່ອງທ່ຽວຕ່າງປະເທດມາ ຫວຽດນາມ ໃນເດືອນພຶດສະພາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ
ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ
ພາບປະກອບ: plo.vn
ພາບປະກອບ: plo.vn

ຕາມນັ້ນ, ທາງຜ່ານສະພານລອຍນໍ້າຊົ່ວຄາວ ກມ3+4 ຫາຍອຽນຈະຖືກຟຶ້ນຟູໃຫ້ຜ່ານແຕ່ວັນທີ 30 ພຶດສະພາ, ເວລາຜ່ານດ່ານແຕ່ 8 ໂມງຫາ 16 ໂມງຂອງທຸກມື້.

ຕາມການຮັບຮູ້ໃນຕອນເຊົ້າວັນທີ 30 ພຶດສະພາ, ມີລົດຂົນສົ່ງສີນຄ້າ 30 ຄັນຜ່ານດ່ານນໍາເຂົ້າຈາກຈີນເຂົ້າຫວຽດນາມ ລວມມີສີນຄ້າຕ່າງໆ ແລະ ຜ້າແພເຄື່ອງນຸ່ງ.

ກ່ອນນັ້ນ, ວັນທີ 26 ພຶດສະພາ ຄະນະກໍາມະການປະຊາຊົນ ນະຄອນ ມ໋ອງກາຍ, ແຂວງ ກວາງນີງ (ຫວຽດນາມ) ແລະ ອຳນາດການປົກຄອງນະຄອນ ຕົງຊີງ (ຈີນ) ໄດ້ຈັກກອງປະຊຸມປຶກສາຫາລື ທາງໄກເພື່ອປຶກສາຫາລື, ແລກປ່ຽນກ່ຽວກັບການນໍາເຂົ້າສົ່ງອອກສີນຄ້າຢູ່ຜ່ານດ່ານຊາຍແດນ,…

ທັນທີຫຼັງຈາກສະພານລອຍນໍ້າຊົ່ວຄາວ ກມ3+4 ຫາຍອຽນ ເປີດຄືນໃຫ້ຜ່ານດ່ານ, ຝ່າຍຈີນ ແລະ ຫວຽດນາມ ກຳລັງໃຫ້ລົດວ່າງເປົ່າ 400 ຄັນກຳລັງຄ້າງຢູ່ຝ່າຍ ຫວຽດນາມ ຮີບດ່ວນຜ່ານດ່ານ; ຕໍ່ມາແມ່ນໃຫ້ສີນຄ້າປະເພດແຫ້ງ ແລະ ອາຫານທະເລສົດ, ໝາກໄມ້, ອາຫານທະເລແຊ່ແຂງ ແລະ ຜະລິດຕະພັນກະສີກຳຜ່ານດ່ານ.

ເພື່ອຮັບປະກັນການເຄື່ອນໄຫວນໍາເຂົ້າສົ່ງອອກໄດ້ສະດວກ, ສອງຝ່າຍກຳລັງຄິດໄລ່ວິທີການ ເພີ່ມຈຳນວນລົດນໍາເຂົ້າສົ່ງອອກແຕ່ລະມື້ຂຶ້ນຕື່ມ ແລະ ແກ່ຍາວເວລາໃຫ້ຜ່ານດ່ານຢູ່ທາງຜ່ານສະພານລອຍນໍ້າຊົ່ວຄາວ ກມ3+4 ຫາຍອຽນ 19.

ໄຊພອນ

ເຫດການ
302 Found

Found

The document has moved here.