UNFPA ໜູນຊ່ວຍກວ່າ 158 ຕື້ດົ່ງ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດຢູ່ 4 ແຂວງ

10:08 | 04/06/2022

ຍສໝ - ໃນວັນທີ 31 ພຶດສະພາ, ສະຫະພັນຊາວກະສິກອນຫວຽດນາມ ແລະ ກອງທຶນປະຊາກອນຂອງສະຫະປະຊາຊາດ (UNFPA) ໄດ້ປະກາດໂຄງການ “ສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດ ແລະ ການກະທຳທີ່ສ້າງຄວາມເສຍຫາຍອື່ນໆ” ຢູ່ຮ່າໂນ້ຍ. ນີ້​ແມ່ນ​ໂຄງການ​ໃນ​ຂອບ​ເຂດ​ໂຄງການ​ແຫ່ງ​ຊາດ ຄັ້ງ​ທີ 10 ຂອງ UNFPA ສຳລັບ​ຫວຽດນາມ ​ໃນໄລຍະ 2022-2026.

UNFPA ສືບຕໍ່ໜູນຊ່ວຍລັດຖະບານຫວຽດນາມ ປະຕິບັດຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021-2030 UNFPA ສືບຕໍ່ໜູນຊ່ວຍລັດຖະບານຫວຽດນາມ ປະຕິບັດຍຸດທະສາດພັດທະນາຊາວໜຸ່ມຫວຽດນາມ ໄລຍະ 2021-2030
UNFPA ໜູນຊ່ວຍຫວຽດນາມ ຍູ້ແຮງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ UNFPA ໜູນຊ່ວຍຫວຽດນາມ ຍູ້ແຮງລະບົບການຈົດທະບຽນ ແລະ ສະຖິຕິພົນລະເມືອງ

ໃນ​ຖານະ​ເປັນ​ເຈົ້າ​ຂອງ​ໂຄງການ, ສູນກາງສະຫະພັນ​ຊາວ​ກະສິກອນ ​ຫວຽດນາມ ຈະ​ສົມທົບ​ຢ່າງ​ແໜ້ນ​ແຟ້ນ ກັບ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ​ແລະ ກະຊວງ​ສາທາລະນະ​ສຸກ ​ເພື່ອ​ຜັນ​ຂະຫຍາຍ​ຢູ່ 4 ​ແຂວງ, ນະຄອນ ​ຄື: ຮ່າ​ໂນ້ຍ, ແທງຮວາ, ດ່າໜັງ ແລະ ເລິມດົງ ດ້ວຍງົບປະມານທັງໝົດ 6,9 ລ້ານ USD (ປະມານ 158 ຕື້ດົ່ງ).

UNFPA ໜູນຊ່ວຍກວ່າ 158 ຕື້ດົ່ງ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດຢູ່ 4 ແຂວງ
UNFPA ໜູນຊ່ວຍກວ່າ 158 ຕື້ດົ່ງ ເພື່ອສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດຢູ່ 4 ແຂວງ. (ພາບ: vietnamplus)

ໂຄງການດັ່ງກ່າວ ຄາດວ່າຈະສະໜັບສະໜູນວຽກງານຂົນຂວາຍອີງຕາມຫຼັກຖານ ແລະ ການສະໜອງຄຳແນະນຳທາງດ້ານວິຊາການ ໃນການປັບປຸງກົດໝາຍວ່າດ້ວຍການປ້ອງກັນ ແລະ ຄວບຄຸມການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ-ຊາຍ ເພື່ອຮັບປະກັນບໍ່ວ່າເນື້ອໃນໃດໆທີ່ກ່ຽວຂ້ອງກັບຄວາມຮຸນແຮງທາງເພດ ແລະ ການກະທຳທີ່ສ້າງຄວາມເສຍຫາຍ ຈະໄດ້ສ່ອຍແສງຢ່າງຄົບຖ້ວນໃນກົດໝາຍເຫຼົ່ານີ້; ຮັບປະກັນ​​ບັນດາ​ກົດໝາຍ​ສອດຄ່ອງ​ ກັບ​ການ​ປະຕິບັດ​ສາກົນ ​ແລະ ບັນດານະ​ໂຍບາຍ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ​ໃນ​ສະພາບ​ການ​ປະຈຸ​ບັນ.

ໂຄງການດັ່ງກ່າວ ກໍ່ຈະພັດທະນາ ແລະ ຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມປ່ຽນແປງໃໝ່ ແລະ ດິຈິຕອລ ກ່ຽວກັບສື່ສັງຄົມອອນລາຍ ແລະ ປ່ຽນແປງການປະພຶດ ເພື່ອລະດົມການມີສ່ວນຮ່ວມຂອງຊຸມຊົນ, ໂດຍສຸມໃສ່ຊາວໜຸ່ມ; ເພດຊາຍ ແລະ ເດັກຊາຍ ແລະ ກຸ່ມທີ່ມີຄວາມສ່ຽງອື່ນໆ. ເປົ້າໝາຍຂອງໂຄງການແມ່ນເພື່ອປ່ຽນທັດສະນະຄະຕິ ແລະ ພຶດຕິກຳ ພ້ອມທັງດຳເນີນມາດຕະການສະກັດກັ້ນການໃຊ້ຄວາມຮຸນແຮງທາງເພດ ແລະ ພຶດຕິກຳທີ່ສ້າງຄວາມຄວາມຫາຍອື່ນໆ.

ໃນຂອບເຂດຂອງໂຄງການ, ບັນດາຍຸດທະສາດທີ່ອີງໃສ່ຫຼັກຖານ ແລະ ປ່ຽນແປງໃໝ່ຫົວຄິດປະດິດສ້າງ ດຶງດູູດໃຫ້ເພດຊາຍເຂົ້າຮ່ວມໃນການແກ້ໄຂພຶດຕິກໍາຂອງເພດຊາຍທີ່ສ້າງຄວາມເສຍຫາຍ ແລະ ການສ້າງຄວາມສໍາພັນທີ່ດີຈະຖືກສ້າງ ແລະ ທົດລອງ. ​ໂຄງການ “​ເປັນພໍ່​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ” ຈະ​ໄດ້​ຮັບ​ການທະວີຄູນ​ຢ່າງ​ໜ້ອຍໃນ 3 ​ແຂວງ​ໃໝ່. ໂຄງ​ການ​ດັ່ງ​ກ່າວ​ຈະຜັນຂະຫຍາຍການ​ທົດ​ລອງ​ສູນ​ແກ້ໄຂວິ​ກິດ​ການ​ສໍາ​ລັບ​ເພດຊາຍໃນການ​ສ້າງ​ການພົວພັນຄວາມ​ສະ​ເຫມີ​ພາບ​, ຄວາມສຳພັນທີ່ດີ ​ ແລະ ​ບໍ່​ໃຊ້​ຄວາມ​ຮຸນ​ແຮງ​.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.