ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ

13:30 | 31/05/2022

ຕ້ອງສ້າງສະພາບແວດລ້ອມແຫ່ງການລົງທຶນດີທີ່ສຸດ ແລະຊຸກຍູ້ບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ໃຫ້ມີເນື້ອແທ້, ມີປະສິດທິຜົນທີ່ສຸດ ແລະເຂັ້ມແຂງກວ່າ, ບຸກທະລຸກວ່າອີກໃນໄລຍະຈະມາເຖິງ, ນຳມາເຊິ່ງປະສິດທິຜົນໃຫ້ທັງສອງປະເທດ.

ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະລາວ ເພີ່ມທະວີການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ແລະລາວ
ຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະລາວ
ທ່ານ ຫງວຽນຈີ໊ຢຸງ ແລະທ່ານ ຄໍາເຈນ ວົງໂພສີ ເປັນປະທານຮ່ວມການໂອ້ລົມສົນທະນາວິສາຫະກິດຫວຽດນາມ-ລາວ ແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ວິສາຫະກິດສອງປະເທດ. ພາບ: vov.vn
ທ່ານ ຫງວຽນຈີ໊ຢຸງ ແລະທ່ານ ຄໍາເຈນ ວົງໂພສີ ເປັນປະທານຮ່ວມການໂອ້ລົມສົນທະນາວິສາຫະກິດຫວຽດນາມ-ລາວ ແນໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ວິສາຫະກິດສອງປະເທດ. ພາບ: vov.vn

ອາດເວົ້າໄດ້ວ່າການຮ່ວມມືດ້ານເສດຖະກິດແມ່ນເສົາຄ້ຳຕົ້ນຕໍ, ບຸລິມະສິດໃນການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ. ການຊຸກຍູ້ຜັນຂະຫຍາຍການປະຕິບັດບັນດາໂຄງການລົງທຶນຂະໜາດໃຫຍ່ຂອງວິສາຫະກິດຫວຽດນາມ ຢູ່ລາວ ແລະການສົ່ງເສີມບາງໂຄງການຮ່ວມມືລົງທຶນໃໝ່, ມີລັກສະນະຍຸດທະສາດໃນໄລຍະຈະມາເຖິງຈະມີຄວາມໝາຍສຳຄັນໃນການພົວພັນຮ່ວມມືລົງທຶນລະຫວ່າງສອງປະເທດ.

ຕາມກະຊວງແຜນການ ແລະການລົງທຶນຫວຽດນາມ, ການຮ່ວມມືລົງທຶນຫວຽດນາມ-ລາວ ໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນໄລຍະຜ່ານມາ. ລາວ ຍາມໃດກໍ່ຢືນອັນດັບທີ 1 ໃນຈຳນວນ 78 ປະເທດ ແລະເຂດແຄ້ວນທີ່ຫວຽດນາມ ລົງທຶນຢູ່ຕ່າງປະເທດ, ດ້ວຍ 209 ໂຄງການ, ລວມຍອດຈຳນວນທຶນຈົດທະບຽນ 5,1 ຕື້ໂດລາສະຫະລັດ. ຫວຽດນາມ ຢືນອັນດັບທີ 3 ໃນບັນດາປະເທດລົງທຶນຢູ່ລາວ.

ກາລະໂອກາດໃຫ້ບັນດາວິສາຫະກິດລົງທຶນ, ດຳເນີນທຸລະກິດຢູ່ລາວ

ຕີລາຄາການຮ່ວມມືດ້ານການລົງທຶນລະຫວ່າງສອງປະເທດໃນໄລຍະຜ່ານມາ, ທ່ານ ຫງວຽນຈີ໊ຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໃຫ້ຮູ້ວ່າ ມີຫຼາຍໂຄງການລົງທຶນຂອງວິສາຫະກິດຫວຽດນາມ ຢູ່ລາວ ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສ້າງວຽກເຮັດງານທຳ ແລະຍົກສູງລາຍຮັບໃຫ້ຜູ້ອອກແຮງງານນັບພັນຄົນ. ເພີ່ມລາຍຮັບເຂົ້າງົບປະມານແຫ່ງລັດລາວ, ເປັນຕົ້ນແມ່ນບັນດາໂຄງການໃນຂົງເຂດພະລັງງານ, ໂທລະຄົມມະນາຄົມ, ທະນາຄານ... ເຖິງຢ່າງໃດກໍ່ຕາມ, ເພື່ອພັດທະນາກວ່າອີກໃນອະນາຄົດ, ສອງຝ່າຍຕ້ອງສຸມໃສ່ໃຫ້ບຸລິມະສິດແກ່ການປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃນແຜນການຮ່ວມມືຫວຽດນາມ-ລາວ ປີ 2022.

ການລົງທຶນຂອງຫວຽດນາມ ຢູ່ລາວ ໃນຊຸມປີຜ່ານມາແມ່ນໃຫຍ່ທີ່ສຸດ, ແຜນນະໂຍບາຍ ແລະການພົວພັນຂອງສອງປະເທດແມ່ນດີຫຼາຍ, ກາລະໂອກາດມີຫຼາຍ, ຕ້ອງສ້າງສະພາບແວດລ້ອມແຫ່ງການລົງທຶນດີທີ່ສຸດ ແລະຊຸກຍູ້ບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ໃຫ້ມີເນື້ອແທ້, ມີປະສິດທິຜົນທີ່ສຸດ ແລະເຂັ້ມແຂງກວ່າ, ບຸກທະລຸກວ່າອີກໃນໄລຍະຈະມາເຖິງ, ນຳມາເຊິ່ງປະສິດທິຜົນໃຫ້ທັງສອງປະເທດ.

ມານະພະຍາຍາມແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ

ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ ໃຫ້ຮູ້ວ່າ ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ແຕ່ບັນດາວິສາຫະກິດ, ກຸ່ມບໍລິສັດຂອງຫວຽດນາມ ທີ່ພວມດຳເນີນທຸລະກິດ, ລົງທຶນຢູ່ລາວ ຍາມໃດກໍ່ມານະພະຍາຍາມດ້ວຍຄວາມຕັດສິນໃຈສູງ, ປະກອບສ່ວນໂດຍກົງເຂົ້າໃນກິດຈະການປົກປັກຮັກສາ ແລະສ້າງສາປະເທດລາວ. ເພື່ອຊ່ວຍວິສາຫະກິດດຳເນີນທຸລະກິດ, ລົງທຶນຢ່າງສະດວກ, ອົງການທີ່ກ່ຽວຂ້ອງຂອງລາວ ຈະກວດກາຄືນ, ສ້າງເງື່ອນໄຂເພື່ອໃຫ້ບັນດາແຜນນະໂຍບາຍ, ນະໂຍບາຍຢູ່ລາວ ປອດໂປ່ງ, ໝັ້ນທ່ຽງ ແລະຈັບອົກຈັບໃຈ, ຊ່ວຍວິສາຫະກິດຫວຽດນາມ ໃຫ້ມີຄວາມອຸ່ນອ່ຽນໃຈລົງທຶນ ແລະດຳເນີນທຸລະກິດຢູ່ລາວ.

ຕາມທ່ານ ຄໍາເຈນ ວົງໂພສີ ແລ້ວ, ໃນໄລຍະຈະມາເຖິງ, ກະຊວງແຜນການ ແລະການລົງທຶນລາວ ຈະສືບຕໍ່ພິຈາລະນາເພື່ອແກ້ໄຂຂໍ້ຕິດຂັດກ່ຽວກັບຂັ້ນຕອນລະບຽບການແນໃສ່ສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ໂປ່ງໃສທີ່ສຸດ. ພ້ອມກັນນັ້ນ, ທ່ານກໍ່ຫວັງວ່າ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂ, ມີກົນໄກທີ່ເໝາະສົມເພື່ອໃຫ້ບັນດາວິສາຫະກິດຂອງລາວ ໄປຊອກຮູ້ ແລະລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ.

ຍູ້ແຮງການຮ່ວມມືລົງທຶນກວ່າອີກ

ເພື່ອຍູ້ແຮງການຮ່ວມມືລົງທຶນລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ສອງຝ່າຍໄດ້ ແລະພວມມານະພະຍາຍາມຍົກອອກຫຼາຍມາດຕະການ, ຄື: ຮັບປະກັນເສດຖະກິດມະຫາພາກໃຫ້ໝັ້ນທ່ຽງ, ສ້າງພື້ນຖານດ້ານກົດໝາຍໃຫ້ໝັ້ນຄົງ ແລະໂປ່ງໃສ; ສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໃຫ້ສະດວກ; ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຂອງບາງໂຄງການໃຫຍ່; ເປັນເຈົ້າການຮ່ວມມືສາກົນ, ຍາດແຍ່ງແຫຼ່ງກຳລັງຈາກພາຍນອກໃຫ້ພັດທະນາ; ຮ່ວມມືຢ່າງມີປະສິດທິຜົນໃນຂອບເຂດອາຊຽນ, ສັນຍາ RCEP, WTO.

ໃນປີ 2022, ຫວຽດນາມ ແລະລາວ ໄດ້ເຫັນດີເປັນເອກະພາບສືບຕໍ່ຊຸກຍູ້, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຫວຽດນາມ ມີຄວາມສາມາດບົ່ມຊ້ອນດ້ານການເງິນ ແລະວິຊາສະເພາະເຂົ້າຮ່ວມການລົງທຶນໃນຂົງເຂດກະສິກຳສະອາດ, ອຸດສາຫະກຳ ແລະປຸງແຕ່ງຜະລິດຢູ່ລາວ, ປະກອບສ່ວນເພີ່ມທະວີ ແລະປັບປຸງສາຍພົວພັນແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາ.

la.qdnd.vn

ເຫດການ
302 Found

Found

The document has moved here.