ການໂຄສະນາຜະລິດຕະພັນກະເສດຫວຽດນາມທີ່ອົດສະຕາລີ

07:47 | 01/06/2022

ຍສໝ-ວັນທີ 29 ພຶດສະພາ, ເຄືອຂ່າຍປ່ຽນໃໝ່ປະດິດສ້າງ ຫວຽດນາມ - ອົດສະຕາລີ ໄດ້ຈັດຕັ້ງການສຳມະນາ “ການນຳໃຊ້ເຕັກໂນໂລຊີ 5.0 ເພື່ອປ່ຽນໃໝ່ໃນການພັດທະນາແບບຍືນຍົງຂອງຂະແໜງການກະສິກໍາ ແລະ ລະບົບຕ່ອງໂສ້ການສະໜອງ ເພື່ອຍົກສູງຄຸນນະພາບ, ການຈຳໜ່າຍ ແລະ ມູນຄ່າຜະລິດຕະພັນກະເສດຢ່າງມີປະສິດທິຜົນ ແລະ ໝູນວຽນ”.

ເປັນຄັ້ງທຳອິດ, ງານວາງສະແດງການໂຄສະນາເຜີຍແຜ່ກ່ຽວກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄດ້ຈັດຂຶ້ນ​ແບບອອນ​ລາຍ ເປັນຄັ້ງທຳອິດ, ງານວາງສະແດງການໂຄສະນາເຜີຍແຜ່ກ່ຽວກັບການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄດ້ຈັດຂຶ້ນ​ແບບອອນ​ລາຍ
ຍູ້ແຮງການໂຄສະນາເຜີຍແຜ່ອາຊຽນ ຍູ້ແຮງການໂຄສະນາເຜີຍແຜ່ອາຊຽນ
ການໂຄສະນາຜະລິດຕະພັນກະເສດຫວຽດນາມທີ່ອົດສະຕາລີ

ບັນດາຜູ້ແທນໄດ້ເຂົ້າຮ່ວມການສຳມະນາ(ພາບ: VOV)

ການສຳມະນາໄດ້ຈັດຂຶ້ນ​ຕາມຮູບແບບທາງ​ອອນ​ລາຍ​ຜ່ານ Zoom, ພ້ອມກັນນັ້ນ ກໍໄດ້ຖ່າຍທອດສົດຜ່ານ​ທາງ​ສື່​ສັງ​ຄົມອອນລາຍ​ຂອງເຄືອຂ່າຍປ່ຽນໃໝ່ປະດິດສ້າງ ຫວຽດ​ນາມ - ອົດ​ສະ​ຕາ​ລີ.

ທີ່ການສໍາມະນາ, ບັນດານັກຊ່ຽວຊານແຖວໜ້າຂະແໜງໄດ້ນໍາສະເໜີ, ແນະນໍາບັນດາການຄົ້ນຄວ້າໃນຂົງເຂດ​ເຕັກ​ໂນ​ໂລ​ຊີ​ທີ່ນໍາໃຊ້ໃນກະສິກຳ ​ແລະ ບັນດາ​ວິ​ທີ​ແກ້​ໄຂ​ເຕັກ​ໂນ​ໂລ​ຊີ​ທີ່ມີຄວາມ​ກ່ຽວຂ້ອງກັບເປົ້າໝາຍພັດທະນາ​ກະສິກຳຫວຽດນາມ​ແບບ​ຍືນ​ຍົງ​. ນັກ​ວິ​ທະ​ຍາ​ສາດ​ຫວຽດ​ນາມ 2 ທ່ານທີ່​ອົດ​ສະ​ຕາ​ລີຄື ທ່ານ​ ປອ. ຫງວຽນ​ຫາຍ​ແອັງ, ພ້ອມ​ກັບ ​ທ່ານ ​ປອ. ຫງວຽນ​ກີ​ໄຕ່ ກໍໄດ້ມີການປະກອບຄໍາເຫັນ​ກ່ຽວກັບບັນດາ​ຜົນ​ປະ​ໂຫຍດ​ຂອງ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ກະ​ສິ​ກຳ.

ຫອມມາລາ

ເຫດການ
302 Found

Found

The document has moved here.