ຫວຽດນາມ ໄດ້ຮັບລາງວັນຜົນງານດີທີ່ສຸດ ໃນງານ Olympic ຄອມພິວເຕີ ອາຊີ - ປາຊີຟິກ

09:49 | 05/06/2022

ຍສໝ - ຕອນ​ຄ່ຳ​ວັນ​ທີ 1 ມິຖຸນາ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ໄດ້​ແຈ້ງ​ໃຫ້​ຊາບ ​ກ່ຽວ​ກັບ​ໝາກຜົນ​ງານ​ການເຂົ້າຮ່ວມ Olympic ຄອມພິວເຕີ ອາຊີ - ປາຊີ​ຟິກ 2022 ຂອງ​ທິມຊາດ​ຫວຽດນາມ: ທັງໝົດ 7/7 ​ຜູ້​​ເຂົ້າ​ຮ່ວມ​ການສອບເສັງ ລ້ວນ​ແຕ່​ຍາດ​ໄດ້​ຫຼຽນ​, ​ໃນ​ນັ້ນ​ມີ 3 ຫຼຽນ​ຄຳ ​ແລະ 4 ຫຼຽນເງິນ.

ການມອບລາງວັນໃນການປະກວດ Olympic ພາສາລັດເຊຍ ສໍາລັບນັກຮຽນ ແລະ ນັກສຶກສາ ຫວຽດນາມ ການມອບລາງວັນໃນການປະກວດ Olympic ພາສາລັດເຊຍ ສໍາລັບນັກຮຽນ ແລະ ນັກສຶກສາ ຫວຽດນາມ
ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນງານ​ວາງ​ສະ​ແດງ “ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອ​ງ​ຊົນ​ເຜົ່າ​ຕ່າງໆ​ ຢູ່ ຫວຽດ​ນາມ” ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນງານ​ວາງ​ສະ​ແດງ “ເຄື່ອງ​ດົນ​ຕີ​ພື້ນ​ເມືອງ​ຂອ​ງ​ຊົນ​ເຜົ່າ​ຕ່າງໆ​ ຢູ່ ຫວຽດ​ນາມ”

ງານ Olympic ຄອມພິວເຕີ ອາຊີ-ປາຊີຟິກ ປີ 2022 ຈະຈັດຂຶ້ນໃນຮູບແບບການແຂ່ງຂັນອອນໄລນ໌ ໂດຍປະເທດອີຢິບ ເປັນເຈົ້າພາບ. ຄະນະ​ທີມຊາດ​ຫວຽດນາມ ລວມມີ 15 ຄົນ​ເຂົ້າ​ຮ່ວມ​ການ​ສອບ​ເສັງ​ອອນ​ລາຍ ​ຢູ່​ມະຫາວິທະຍາ​ໄລ​ເຕັກ​ໂນ​ໂລ​ຊີ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ໃນ​ວັນ​ທີ 29 ພຶດສະພາ 2022.

ຫວຽດນາມ ໄດ້ຮັບລາງວັນຜົນງານດີທີ່ສຸດ ໃນງານ Olympic  ຄອມພິວເຕີ ອາຊີ - ປາຊີຟິກ

ຫວຽດນາມ ​ໄດ້​ຮັບ​ລາງວັນ​ຜົນງານດີ​ທີ່​ສຸດ​ ໃນ​ງານ Olympic ​ ຄອມພິວເຕີ ​ອາຊີ - ປາຊີ​ຟິກ. (ພາບ: TTXVN)

ການສອບເສັງປີ​ນີ້ ​ມີ 6 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ຍາດ​ໄດ້​ຫຼຽນ​ຄຳ​ຄື: ຈີນ (6), ຣັດ​ເຊຍ (5), ຫວຽດນາມ (3), ສິງກະ​ໂປ (1), ສ.​ເກົາຫຼີ (1), ໄຕ້​ຫວັນ (1). ຕາມ​ການ​ຈັດ​ອັນ​ດັບ​ຫຼຽນ​ຄຳ, ຫວຽດ​ນາມ ຢືນ​ອັນ​ດັບ 3 ຖັດ​ຈາກ ຈີນ ແລະ ລັດ​ເຊຍ. ພາຍຫຼັງ 10 ປີ​ທີ່​ເຂົ້າ​ຮ່ວມ​ງານ​ Olympic ​ ຄອມພິວເຕີ ​ອາຊີ - ປາຊີ​ຟິກ, ນີ້​ແມ່ນ​ປີ​ທີ່ ຫວຽດນາມ ມີ​ຈຳນວນ​ນັກ​ຮຽນບັນລຸຜົນງານ​ດີ​ທີ່​ສຸດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.